ຕົ້ນເຂົາມ້າ / Asoke tree

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Saraca indica L. / FABACEAE
ຊື່ພ້ອງ
Jonesia minor Zoll. & Moritzi
Jonesia pinnata Willd.
Saraca arborescens Burm.f.
Saraca bijuga Prain
Saraca harmandiana Pierre
Saraca kunstleri Prain
Saraca lobbiana Baker
Saraca minor Miq.
Saraca pierreana Craib
ຊື່ອື່ນ
ໄທ: ໂສກນ້ຳ, ຊຸມແສງນ້ຳ, ສົ້ມສຸກ, ຕະໂຄລີເຕາະ, ກາແປະໄອ, ອະໂສກ, ໂສກ, ອະໂສກນ້ຳ ແລະ ອະໂສກວັດ.
ອັງກິດ: Asoka, Asoke tree, Sorrowless Tree, Gapis Talan ແລະ Saraca.
ຈີນ: 印度无忧树 ແລະ 无忧花.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 5-15 ມ ແລະ ອາດສູງຮອດ 20 ມ, ປາຍຍອດເປັນຮູບຊົງກົມ, ຟຸ່ມໜາ, ແຕກກິ່ງກ້ານເປັນຟຸ່ມ, ເປືອກຕົ້ນລຽບ ຫຼື ແຕກເປັນຮ່ອງ, ສີນ້ຳຕານເຂັ້ມ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 10-15 ຊມ. ໃບຍ່ອຍມີ 1-7 ຄູ່, ອອກຮຽງກົງກັນຂ້າມ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບໃບຫອກ, ກວ້າງ 2-10 ຊມ, ຍາວ 5-30 ຊມ, ໂຄນໃບມົນ, ຮູບຫຼິ່ມ ຫຼື ຮູບຫົວໃຈ, ຂອບລຽບ, ປາຍມົນ ຫຼື ແຫຼມ, ຜິວໃບບາງຄ້າຍຄືເຈ້ຍ, ຜິວກ້ຽງ, ໃບອ່ອນສີຂຽວປົນສີເຫຼືອງ, ໃບແກ່ເປັນສີຂຽວເຂັ້ມ. ກ້ານໃບຍາວ 0.3-0.5 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມບໍລິເວນງ່າມໃບ ແລະ ປາຍກິ່ງ, ຍາວ 3-15 ຊມ, ກ້ວາງ 10-20 ຊມ. ດອກຍ່ອຍມີຈຳນວນຫຼາຍ, ດອກສົມບູນເພດ, ສີສົ້ມ ຫຼື ສີແດງ, ເມື່ອບານເຕັມທີ່ຈະມີຂະໜາດກວ້າງ 1.2-1.5 ຊມ. ຖານຮອງດອກຍາວ 0.7-1.6 ຊມ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1-2 ຊມ, ປາຍແຍກເປັນ 4 ແສກ, ຮູບໄຂ່, ຮູບຮີ ຫຼື ຮູບຂອບຂະໜານ, ປາຍມົນ, ຍາວ 0.5-1.2 ຊມ, ບໍ່ມີກີບດອກ. ເກສອນເພດຜູ້ມີ 6-8 ອັນ, ຍາວພົ້ນປາຍຫຼອດກາບດອກ. ເຕົ້າໄຂ່ມີຂົນອ້ອມຮອບ. ໝາກເປັນຝັກແປ, ຮູບໄຂ່, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 2-6 ຊມ, ຍາວ 6-30 ຊມ, ກ້ານໝາກຍາວປະມານ 0.5 ຊມ, ໝາກແຫ້ງແລ້ວແຕກ. ແກ່ນມີ 1-3 ແກ່ນຕໍ່ຝັກ, ຮູບໄຂ່ແປ.

ບັນຍາຍການນຳໃຊ້

ເປັນອາຫານ: 

  • ໃບອ່ອນ ແລະ ດອກ: ສາມາດນຳມາປະກອບເປັນອາຫານ, ແກງສົ້ມ, ຕົ້ມຍຳ ຫຼື ຮັບປະທານເປັນຜັກສົດກິນກັບແຈ່ວ.
  • ຂໍ້ມູນທາງໂພສະນາການຕໍ່ 100 ກຼາມມີ: ໂປຣຕີນ 2.1 ກຼາມ, ໄຂມັນ 1.7 ກຼາມ, ຄາໂບໄຮເດດ 14 ກຼາມ, ໄຍອາຫານ 12 ກຼາມ, ແຄລຊຽມ 46 ມິນລີກຼາມ ແລະ ວິຕາມິນຊີ 14 ມິນລີກຼາມ.

ສັບພະຄຸນ: 

  • ເປືອກ ແລະ ຮາກ: ປຸງເປັນຢາບຳລຸງເລືອດ.
  • ດອກ: ເປັນຢາບຳລຸງທາດ, ແກ້ໄອ ແລະ ຊ່ວຍຂັບເສມຫະ.

ພືດປະດັບ: ບາງທ້ອງຖິ່ນມັກນຳມາປູກເປັນພືດປະດັບ ເນື່ອງຈາກເປັນພືດທີ່ລໍ້ແມງໄມ້ເຊັ່ນ: ແມງກະເບື້ອ ແລະ ຍັງເປັນພືດທີ່ເຊື່ອຖືທາງສາດສະໜາ.

ການປະກອບສ່ວນ