ຕົ້ນກຸງ / Ton Koung

ການນຳໃຊ້
ພະລັງງານ
ສີນຄ້າ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dipterocarpus tuberculatus Roxb. / Dipterocarpaceae
ຊື່ພ້ອງ
Dipterocarpus cordatus Wall. ex A.DC.
Dipterocarpus grandifolius Teijsm. ex Miq.
ຊື່ອື່ນ
ຊື່ລາວ: ຕົ້ນກຸງ, ຕົ້ນຢາງກຸງ.
ຊື່ໄທ: ພະລວງ, ກຸງ, ສະເຕິ່ງ, ຄຣົງ, ຄວງ, ຄຸ້ມ, ໂຄ້ງ, ຕະລາອໍຂາວ, ຕືງ, ລາເທືອ, ພຣອງ, ແລເທົ້າ, ສາລະອອງ, ຢາງຫຼວງ
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນສູງປະມານ 40 ມ, ເນື້ອໄມ້ແຂງ, ເປືອກແຕກເປັນເກັດ, ທຸກພາກສ່ວນຂອງລຳຕົ້ນມີຢາງ. ໃບດ່ຽວ, ອອກຮຽງສະຫຼັບເປັນວົງວຽນ, ຮູບຮີກ້ວາງ ຫຼື ຮູບໄຂ່, ກ້ວາງປະມານ 13 ຊມ, ຍາວ 14-36 ຊມ, ໂຄນໃບຮູບຫົວໃຈ, ຂອບເປັນຄື້ນ ຫຼື ແສກແຂ້ວ, ປາຍແຫຼມ ຫຼື ມົນ, ແຜ່ນໃບໜາຄ້າຍຄືໜັງ, ແຜ່ນໃບດ້ານເທິງສີຂຽວເຂັ້ມ, ຜິວກ້ຽງມັນ, ແຜ່ນໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ່ມກະຈາຍຢ່າງໜາແໜ້ນ. ກ້ານໃບກົມ, ຍາວ 3.5-10 ຊມ, ມີຫູໃບ. ຊໍ່ດອກອອກເປັນແຕກແໜງ, ຍາວ 5-15 ຊມ. ດອກຍ່ອຍອອກຮຽງກັນ, ມີ 5-7 ດອກ. ໃບປະດັບດອກຍາວປະມານ 2 ຊມ. ກາບດອກຍາວ 1.5-3 ມມ, ສີຂຽວ. ກີບດອກຮູບຫອກມີ 5 ກີບ, ຮູບຫອກ ຫຼື ຮູບຂອບຂະໜານ, ຍາວ 2.5-3 ຊມ, ສີສົມພູ, ດ້ານນອກມີຂົນຮູບດາວກະຈາຍຢູ່ທົ່ວ. ເກສອນເພດຜູ້ມີປະມານ 30 ອັນ, ກ້ານຊູຖົງລະອອງສັ້ນ, ຖົງລະອອງເກສອນຍາວ 4-5 ມມ. ເຕົ້າໄຂ່ຈັບລຸ່ມ. ໝາກມີກາບດອກຫໍໄວ້, ມີສັນດ້ານເທິງ, ພາກສ່ວນປາຍມີປິກຍາວ 2 ອັນ, ກ້ວາງ 2.5-4 ຊມ, ຍາວ 5-15 ຊມ ແລະ ປີກສັ້ນ 3 ອັນ, ຍາວ 1.5-2 ຊມ, ພັບງໍກັບ, ບົວອົມຂຽວ.

ບັນຍາຍການນຳໃຊ້

ສັບພະຄຸນ: ຮາກ ແກ້ຕັບອັກເສບ, ຕົ້ນໃຊ້ຮັກສາແຜ່, ໃບຊ່ວຍຮັກສາອາການທ້ອງບິດ, ຖ່າຍເປັນເລືອດ.

ສິງປຸກສ້າງ: ຕົ້ນ ຫຼື ເນື້ອໄມ້ສາມາດນຳມາປຸກສ້າງບ້ານເຮືອນ ຫຼື ປະດິດເປັນເຄື່ອງໃຊ້ສອຍພາຍໃນເຮືອນຄົວ.

ນ້ຳມັນຂອງຈາກຕົ້ນກຸງສາມາດນຳໃຊ້ເປັນເຊື້ອໄຟໄດ້. ບາງຄັ້ງມີກ້ອນຢາງຂີ້ຊີສາມາດເກັບມາຂາຍ ຫຼື ຈອດເຮືອໄດ້ດີ.

https://www.facebook.com/ChumchnKhnRaksPhrrnMi/posts/1954105881278427/
ໝາກຂອງຕົ້ນກຸງຈະມີປີກຄ້າຍຄືພວກໄມ້ຊາດ ແລະ ໄມ້ຍາງ
https://www.facebook.com/ChumchnKhnRaksPhrrnMi/posts/1954105881278427/
ດອກຂອງຕົ້ນກຸງ

 

ການປະກອບສ່ວນ