ໝາກເປັງ / Dwarf Date Palm

ການນຳໃຊ້
ອາຫານ
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Phoenix acaulis Buch.-Ham. ex Roxb. / Arecaceae
ຊື່ພ້ອງ
Phoenix acaulis var. melanocarpa Griff.
ຊື່ອື່ນ
ຊື່ໄທ: ໝາກປຸ່ມເປ້ງ, ເປ້ງດອຍ, ຕຸລຸໂຄດື, ໜໍ່ໄຄວເສ, ເປງບົກ ແລະ ເປງ.
ຊື່ສາມັນ: Dwarf Date Palm and Stemless Date Palm.
ບັນຍາຍລັກສະນະພືດສາດ

ຕົ້ນປຸ່ມເປ້ງຈັດເປັນໄມ້ຢືນຕົ້ນ. ລຳຕົ້ນຮູບທໍ່ກົມຄືຕົ້ນພ້າວ, ສີເທົາ ຫຼື ສີນ້ຳຕານ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່່ອຍຮູບແຖບ, ແຂງ, ໂຄນໃບບ້ຽວ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຊໍ່ດອກແບບກະຈ່າງ, ຍາວປະມານ 30 ຊມ, ເມື່ອແກ່ຊໍ່ດອກເປັນສີສົ້ມ. ໝາກອອກເປັນກຸ່ມ, ຮູບກົມ ຫຼື ຮູບຮີ, ໝາກອ່ອນມີສີຂຽວ, ໝາກແກ່ເປັນສີແດງ.

ບັນຍາຍການນຳໃຊ້

ເປັນອາຫານ: ໝາກອ່ອນ ຫຼື ໝາກສຸກມີລົດສາດມັດ ຫຼື ຫວານສາມາດກິນໄດ້. ປັດຈຸບັນຖືກນິຍົມນຳມາປູກຂາຍເປັນສິນຄ້າເພື່ອໄປປະດັບໜ້າບ້ານ.

ການປະກອບສ່ວນ