ຜັກກູດກັບແກ້ / Selaginella

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Selaginella argentea (Wall ex. Hook & Grew) Spring / Selaginellaceae
ຊື່ພ້ອງ
Lycopodium argenteum Wall. ex Hook. & Grev.
ຊື່ອື່ນ
ຊື່ໄທ: ຜັກກັບແກ້, ຜັກກູດແຜງ ແລະ ພໍ່ຄ້າຕີເມຍ.
ບັນຍາຍລັກສະນະພືດສາດ

ເປັນກຸ່ມທີ່ຄ້າຍຄືຜັກກູດ. ມີເຫງົ້າໃຕ້ດິນ ແລະ ລຳຕົ້ນໜ້າດິນ, ຮູບກົມ, ຍາວ 10-15 ຊມ, ມີເກັດປົກຄຸມທົ່ວລຳຕົ້ນ, ສີຂຽວ. ໃບດ່ຽວ, ຈັບກົງກັນຂ້າມສອງແຜ່ນຮຽງສະຫຼັບຕັ້ງສາກ, ຕິດແນບກັບລຳຕົ້ນ, ໃບມີ 2 ແບບຄື: ໃບຄູຂ້າງຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ ຫຼື ເປັນແສກແຂ້ວເລື່ອຍ, ສີຂຽວ, ຄູ່ກາງຮູບສາມຫຼ່ຽມ ຫຼື ຮູບໄຂ່, ໂຄນໃບຕັດ, ຂອບແສກແຂ້ວເລື່ອຍ, ປາຍຮຽວແຫຼມ, ສີນ້ຳເງິນ. ກຸ່ມຖົງສະປໍຈັບຢູ່ປາຍກິ່ງ ຫຼື ປາຍຍອດ.

ບັນຍາຍການນຳໃຊ້

ເປັນອາຫານ: ຍອດອ່ອນນຳມາເຮັດແກງໄດ້ຫຼາຍແບບເຊັ່ນ: ນຳມາແກງໃສ່ຕາພິດປ່າ, ແກງສົ້ມ, ໃສ່ແກງໜໍ່ໄມ້, ແກງເຫັດນາງລົມ, ໃສ່ແກງເຫັດລົມ, ໃສ່ປາແຫ້ງ ແລະ ນຳມາແກງລວມໄດ້ ຫຼື ຫຼວກກິນກັບແຈ່ວ. ເຊິ່ງຍອດຜັກພໍ່ຄ້າຕີເມຍຈະມີຄຸນຄ່າທາງດ້ານໂພສະນາການ ແລະ ສານອາຫານຫຼາຍຢ່າງເຊັ່ນ: ທາດເຫຼັກ, ໂພແທັກຊຽມ, ຟອສຟໍຣັສ ແລະ ແຄລຊຽມຂ້ອນຂ້າງສູງ. ນອກຈາກນີ້ແລ້ວຍັງປະກອບມີວິຕາມິນບີ, ວິຕາມມິນຊີ ແລະ ປະລິມານ ຂອງແອນຕີອັອກຊີເດັນຈຶ່ງ ມີປະໂຫຍດແກ່ຮ່າງກາຍ.

ເປັນສິນຄ້າ: ປະຊາຊົນສ່ວນໜຶ່ງໄດ້ນຳມາວາງຂາຍຕາມທ້ອງຕະຫຼາດເພື່ອເປັນລາຍໄດ້ເສີມ.

ການປະກອບສ່ວນ