ງາຈຽງ / Perilla

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Perilla frutescens (L.) Britton / Lamiaceae
ຊື່ພ້ອງ
Melissa cretica Lour.
Melissa maxima Ard.
Mentha perilloides Lam.
Ocimum frutescens L.
Perilla albiflora Odash.
Perilla avium Dunn
Perilla frutescens var. auriculatodentata C.Y.Wu & S.J.Hsuan ex H.W.Li
Perilla frutescens f. crispidiscolor Makino
Perilla frutescens var. frutescens
Perilla frutescens var. laviniata W.Mill. & L.H.Bailey
Perilla frutescens var. purpurascens (Hayata) H.W.Li
Perilla ocymoides L.
Perilla ocymoides f. discolor Makino
Perilla ocymoides var. japonica Hassk.
Perilla ocymoides var. purpurascens Hayata
Perilla ocymoides f. purpurea Makino
Perilla ocymoides f. viridicrispa Makino
Perilla ocymoides f. viridis Makino
Perilla shimadae Kudô
Perilla urticifolia Salisb.
ຊື່ອື່ນ
ຊື່ໄທ: ງາຂີ້ມ່ອນ, ງາມົນ, ງາປຸກ, ແງ, ນໍ, ນ່ອງ, ງ້າ ແລະ ງາມ່ອນ
ບັນຍາຍລັກສະນະພືດສາດ

ງາຈຽງເປັນພືດລົ້ມລຸກ. ລຳຕົ້ນຕັ້ງຊື່ແຕກກິ່ງກ້ານຫຼາຍສາຂາ, ສູງ 1-2 ມ, ລຳຕົ້ນມີລັກສະເປັນສີ່ຫຼ່ຽມ, ພາກສ່ວນອ່ອນມີຂົນສີຂາວ ອ່ອນນຸ້ມກະຈາຍຢູ່ທົ່ວລຳຕົ້ນຢ່າງໜາແໜ້ນ, ສີຂຽວ, ພາກສ່ວນແກ່ກ້ຽງ, ມີສີຂຽວປົ່ນສີນ້ຳຕານ. ໃບດຽວ ອອກກົງກັນຂ້າມກັນ, ຮູບໄຂ່ ຫຼື ຮູບກົມ, ໂຄນໃບມົນ, ຂອບໃບແບບແສກແຂ້ວເລືອຍ, ປາຍໃບຮຽວແຫຼມ ຫຼື ຍາວເປັນຫາງ, ກ້ວາງ 3-5 ຊມ, ຍາວ 6-10 ຊມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນຂາວອ່ອນນຸ້ມປົກຄຸມແຜ່ນໃບທັງສອງດ້ານ. ຊໍ່ດອກແບບກະຈະ ອອກຕາມງ່າມໃບ ແລະ ປາຍກິ່ງກ້ານ, ຊໍ່ດອກໜຶ່ງມີດອກຍ່ອຍຈຳນວນຫຼາຍ. ໃບປະດັບຊໍ່ດອກດອກຮູບໄຂ່, ຍາວ 3-4 ມມ, ກ້ວາງ 2.5-3,2 ມມ, ບໍ່ມີກ້ານ, ໂຄນຕັດ, ຂອບລຽບປາຍແຫຼມ, ມີຂົນສີຂາວ. ດອກຍ່ອຍມີຄວາມຍາວປະມານ 1,5 ມມ, ກາບດອກເຊື່ອມຕິດກັນເປັນຫຼອດຮູບຊົງກະບອກ, ຍາວ 3,5-4 ມມ, ປາຍແຍກອອກເປັນ 5 ແສກ. ກີບດອກເຊື່ອມຕິກັນເປັນຫຼອດ, ສີຂາວ. ເກສອນເພດຜູ້ມີ 4 ອັນຮຽງກັນເປັນຄູ່ໆຢູ່ຕາມຫຼອດກີບດອກ, ຄູ່ເທິງສັ້ນກ່ວາຄູ່ລຸ່ມ, ກ້ານເກສອນກ້ຽງ, ຖົງລະອອງເກສອນ ຮູບອັກສອນທີ. ເຕົ້າໄຂຮູບລະຄັງ, ຍາວປະມານ 3 ມມ, ຄໍເຕົ້າໄຂ່ຍາວປະມານ 2,6-3 ມມ, ປາຍແຍກອອກເປັນສອງແສກ, ກ້ຽງ. ໝາກດ່ຽວ, ຮູບໄຂ່ປີ້ນ, ຍາວປະມານ 2 ມມ, ເນື້ອແຂງ, ສີນ້ຳຕານ ຫຼື ສີເທົາ, ມີລາຍເປັນຮູບດາງແຫ່, ໝາກແຫ້ງບໍ່ແຕກ. ແກ່ນມີຂະໜາດນ້ອຍ, ຮູບກົມ, ສີດຳ ຫຼື ສີນ້ຳຕານ.

ບັນຍາຍການນຳໃຊ້

ປະຊາຊົນຍັງນຳໃຊ້ເຂົ້າໃນການປຸ່ງແຕ່ງອາຫານເຊັ່ນ: 

ໃບ ແລະ ຍອດອ່ອນ: ສາມາດນຳໃຊ້ຮັບປະທານເປັນຜັກສົດໄດ້, ໃຊ້ເຂົ້າໃນການປຸ່ງແຕ່ງຣົດຊາດອາຫານ

ແກ່ນ: ນຳມາຕຳຮັບປະທານໄດ້

ໃຊ້ເປັນຢາ: ໃບ ແລະ ຍອດອ່ອນ: ຊ່ວຍແກ້ອາການໄອ, ແກ້ຫວັດ ແລະ ຊ່ວຍໃນການຍ່ອຍອາຫານ. ນ້ຳມັນຫອມລະເຫີຍຈາກໃບຊ່ວຍແກ້ອາການຂໍເຄັດ, ລົດຮອຍສິວ ແລະ ບຳລຸງຜິວໜ້າ

ເມັດ ຫຼື ນ້ຳມັນສະກັດຈາກເມັດ:  ໃຊ້ກິນເປັນຢາຊູກຳລັງ, ລົດໄຂມັນໃນເລືອດ, ຊ່ວຍໃຫ້ຮ່າງກາຍອົບອຸ່ນ, ແກ້ອາການທ້ອງພູກ, ແກ້ອາການປວດເມື່ອຍຕາມຮ່າງກາຍ, ແກ້ອາການປວດຕາມຂໍກະດູກ, ຕຳປະຄົບແກ້ອາການຂໍພິກ, ປ້ອງກັນພະຍາດມະເຣັງ ແລະ ຊ່ວຍເຮັດໃຫ້ຮ່າງກາຍແກ່ຊ້າລົງ.

ໃຊ້ເປັນສິນຄ້າ: ໃບ ແລະ ຍອດອ່ອນ: ນຳມາສະກັດນ້ຳມັນຫອມລະເຫີຍ ແລະ ຍັງໃຊ້ຕາກແຫ້ງເປັນຊາເພື່ອເປັນສິນຄ້າ. 

ແກ່ນ: ໃຊ້ສະກັດນ້ຳມັນງາເພື່ອເປັນສິນຄ້າ.

ການປະກອບສ່ວນ