ຫວ້ານເຕົ່າ / Turtle's Ginger

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Cornukaempferia larsenii P. Saensouk / Zingiberaceae
ຊື່ພ້ອງ
ຊື່ອື່ນ
Thai: เปราะทองราศี
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນທີ່ມີເຫງົ້າໃຕ້ດິນ. ຫົວມົນກົມ, ດ້ານໃນສີເຫຼືອງ. ຮາກອວບໜາ, ຮຽວຍາວ 7 ຊັງຕິແມັດ, ດ້ານໃນສີເຫຼືອງ, ມີຮາກຝອຍຈຳນວນຫຼາຍ. ໃບ 2; ກາບໃບສີຂຽວປົນສີແດງ, ມີຂົນກະຈາຍ; ລີ້ນໃບສັ້ນ, ບາງໆ; ກ້ານໃບຍາວ 5 ຊັງຕິແມັດ,ສີແດງປົນສີຂຽວ, ມີຂົນ; ແຜ່ນໃບຮູບໄຂ່ກວ້າງ ຫຼື ຮູບຮີ, ຂະໜາດ 10-27 x 11-17 ຊັງຕິແມັດ, ດ້ານເທີງສີຂຽວນວນ, ດ້ານລຸ່ມສີຂຽວອ່ອນ, ມີຂົນສີຂາວ, ຂອບໃບເປັນຄື້ນ. ຊໍ່ດອກເກີດຈາກປາຍລຳຕົ້ນ, ມີ 2-4 ດອກຕໍ່ຊໍ່; ໃບປະດັບຮູບໄຂ່, ປາຍແຫຼມ, ມີຂົນກະຈາຍ. ກາບດອກເປັນຫຼອດ, ປາຍແຍກເປັນ 3 ແຂ້ວ. ກີບດອກເປັນຫຼອດຍາວ, ປາຍແຍກເປັນ 3 ແສກ, ແສກຮູບຂອບຂະໜານ, ກ້ຽງ, ສີແດງ. ກີບປາກຮູບແຜ່ນມົນ, ສີສົ້ມປົນສີເຫຼືອງ, ມີເສັ້ນສີແດງ. ກີບຄູ່ຂ້າງ ຮູບຫອກກັບ, ສີເຫຼືອງ, ກ້ຽງ. ກ້ານເກສອນຜູ້ຍາວ 4 ມີນລີແມັດ, ສີເຫຼືອງ, ກ້ຽງ. ຖົງເກສອນຍາວ 2 ຊັງຕິແມັດ, ສີເຫຼືອງອ່ອນ, ແຕກທາງລວງຍາວ. ເຕົ້າໄຂ່ມີຂົນ.

ບັນຍາຍການນຳໃຊ້

ຫົວນຳໃຊ້ເປັນເຄື່ອງເທດນຳມາປຸງແຕ່ງອາຫານ, ຈະມີກີ່ນຫອມອ່ອນໆ, ເຮັດໃຫ້ເລືອດໃນຮ່າງກາຍໄຫຼໄຫວໄດ້ດີ ແລະ ບຳລັງກຳລັງສຳລັບຄົນທີ່ອອກແຮງງານໜັກ.

ການປະກອບສ່ວນ