ເອື້ອງກະເປົານາງຟ້າ / Shaggy Paphiopedilum

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Paphiopedilum hirsutissimum (Lindl. ex Hook.) Stein / Orchidaceae
ຊື່ພ້ອງ
Cypripedium hirsutissimum Lindl. ex Hook.
Cordula hirsutissima (Lindl. ex Hook.) Rolfe
Paphiopedilum esquirolii Schltr.
Cordula esquirolii (Schltr.) Hu
Paphiopedilum chiwuanum Tang & F.T.Wang
Paphiopedilum hirsutissimum var. esquirolii (Schltr.) K.Karas. & K.Saito
Paphiopedilum hirsutissimum var. chiwuanum (Tang & F.T.Wang) P.J.Cribb
Paphiopedilum saccopetalum H.S.Hua
Paphiopedilum hirsutissimum f. viride O.Gruss & Roeth
Paphiopedilum esquirolii var. chiwuanum (Tang & F.T.Wang) Braem & Chiron
Paphiopedilum hirsutissimum f. alboviride O.Gruss & Koop.
Paphiopedilum hirsutissimum f. saccopetalum (H.S.Hua) Perner
ຊື່ອື່ນ
Thai: Rngthao nari lueang loei
ສະຖານະພາບການອະນຸລັກ
Critically Endangered
ບັນຍາຍລັກສະນະພືດສາດ

ເປັນດອກເຜີ້ງທີ່ເກີດຕາມຜາຫີນ ແລະ ດີນ. ໃບ 5-7, ແຜ່ນໃບຮູບຂອບຂະໜານ, 20-42 x 1-3 ຊັງຕິແມັດ, ປາຍແຫຼມ, ມີຕີ່ງກາງແສກ, ເນື້ອໃບໜາ. ຊໍ່ດອກຕັ້ງຊື່ ຫຼື ເນັ່ງເລັກນ້ອຍ, ເກີດທີ່ປາຍຍອດ, ມີພຽງດອກດ່ຽວ. ກ້ານດອກສີນ້ຳຕານປົນສີມ່ວງ, ຍາວ 14-30 ຊັງຕິແມັດ, ມີຂົນຍາວປົກຄຸ້ມ. ໃບປະດັບຮູບໄຂ່, ມີຂົນດ້ານນອກ. ກ້ານດອກ ແລະ ເຕົ້າໄຂ່ ຍາວ 7 ຊັງຕິແມັດ, ມີຂົນ. ດອກ 7-15 ຊັງຕິແມັດ. ກາບດອກເທີງ ແລະ ກາບດອກລຸ່ມ ສີນ້ຳຕານເຂັ້ມ, ສີເຫຼືອງອ່ອນ ຫຼື ສີຂຽວອ່ອນບໍລິເວນຂອບ. ກີບດອກສີເຫຼືອງ, ສີມ່ວງປົນສີນ້ຳຕານເຄີ່ງໄປຫາກົກ, ສ່ວນເຄີ່ງປາຍສີມ່ວງປົນສີແດງຊໍ້າ. ກີບປາກສີເຫຼືອງອ່ອນ ຫຼື ສີຂຽວອ່ອນ, ມີຈຸດສີມ່ວງປົນສີນ້ຳຕານກະຈາຍທົ່ວ. ເກສອນເພດຜູ້ເປັນໜັນດ້ານຫຼັງເປັນແອ່ງ, ປາຍຕັດ.

ນິເວດວິທະຍາ: ເກີດບ່ອນແອ່ງຫີນຕາມຜາຫີນປູນ ທີ່ມີເສດໄມ້ເນົ່າເປື່ອຍສະສົມມາດົນ, ເປັນດອກເຜິ້ງທີ່ມັກແສງແດດແຮງ. ພົບໃນລະດັບຄວາມສູງຈາກໜ້ານ້ຳທະເລ 700-1600 ແມັດ. ອອກດອກແຕ່ເດືອນມີນາ ເຖິງ ພືດສະພາ.

ສະຖານະພາບ: ເປັນພືດທີ່ມີຄວາມສູງທີ່ຈະສູນພັນໃນທຳມະຊາດ ເພາະເປັນພືດດອກທີ່ສວຍງາມ ແລະ ມີການເກັບກູ້ຈຳນວນຫຼາຍເພື່ອການຄ້າ. ຍັງພົບວ່າແຫຼ່ງທີ່ຢູ່ອາໄສຫຼຸດລົງຍັງການພັດທະນາ.

Cites

IUCN

 

ການປະກອບສ່ວນ