ເອື້ອງກະເປົາຝາແຕ້ມ / Gratix's Paphiopedilum

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Paphiopedilum gratrixianum Rolfe / Orchidaceae
ຊື່ພ້ອງ
Cordula gratrixiana (Rolfe) Rolfe
Cypripedium gratrixianum B.S.Williams
Cypripedium gratrixianum Mast. [Illegitimate]
Paphiopedilum affine De Wild.
Paphiopedilum gratrixianum var. cangyuanense Z.J.Liu & L.J.Chen
Paphiopedilum gratrixianum var. daoense Aver.
Paphiopedilum villosum var. affine (De Wild.) Braem
Paphiopedilum villosum f. affine (De Wild.) O.Gruss & Roellke
Paphiopedilum villosum var. gratrixianum (Rolfe) Braem
ຊື່ອື່ນ
Chinese: Ge Li Dou Lan
ສະຖານະພາບການອະນຸລັກ
Endangered
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງທີ່ເກີດຢູ່ຜາຫີນ ຫຼື ດີນ. ໃບ 4-8, ແຜ່ນໃບຮູບໃບຫອກກັບຫຼື ຮູບຂອບຂະໜານ, 28-40 x 2-4 ຊັງຕິແມັດ, ບໍລິເວັນມີຈຸດສີມ່ວງ, ປາຍແຍກເປັນແສກວ້ຳ, ມີຕີ່ງເຄີ່ງກາງ. ຊໍ່ດອກຕັ້ງຊື່ ຫຼື ເນັ່ງເລັກນ້ອຍ, ເກີດຢູ່ປາຍຍອດ, ມີພຽງດອກ. ກ້ານຊໍ່ດອກຍາວ 10-30 ຊັງຕິແມັດ, ສີຂຽວປົນສີມ່ວງ, ມີຂົນ. ໃບປະດັບຮູບຮີ-ຮູບໄຂ່, ສີຂຽວ. ກ້ານດອກ ແລະ ເຕົ້າໄຂ່ສີມ່ວງ, ມີຂົນ. ດອກ 7-8 ຊັງຕິແມັດ. ກາບດອກເທີງສີຂາວ, ສີຂຽວອ່ອນ ຫຼື ສີນ້ຳຕານປົນສີຂຽວບໍລິເວນກົກ ແລະ ມີຈຸດສີມ່ວງ. ກາບດອກລຸ່ມສີຂາວ, ມີຈຸດສີມ່ວງສອງແຖວບໍລິເວນເຄີ່ງກາງ.  ກີບດອກສີເຫຼືອງປົນສີນ້ຳຕານ. ກີບປາກເປັນຖົງ, ສີເຫຼືອງປົນສີນ້ຳຕານ. ເກສອນຜູ້ເປັນໜັນ ສີເຫຼືອງອ່ອນ. 

ນິເວດວີທະຍາ: ເປັນທີ່ເກີດຕາມຜາຫີນ, ພົບຢູ່ໃນລະດັບສູງຈາກລະດັບໜ້ານ້ຳທະເລ 1500-2000 ແມັດ. ອອກດອກແຕ່ເດືອນສີງຫາ ເຖິງ ທັນວາ.

ສະຖານະພາບ: ເປັນພືດທີ່ມີຄວາມສ່ຽງສູງຕໍ່ການສູນພັນໃນທຳມະຊາດ, ເນື່ອງຈາກມີການເກັບກູ້ ແລະ ແຫຼ່ງທຳມະຊາດແຫຼ່ງທີ່ຢູ່ອາໄສຂອງພວກມັນໄດ້ຖືກທຳລາຍ. 

Cites

IUCN

ການປະກອບສ່ວນ