ເອື້ອງກະເປົາມາລາ / Double Flowered Paphiopedilum

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Paphiopedilum dianthum Tang & F.T.Wang / Orchidaceae
ຊື່ພ້ອງ
Paphiopedilum dianthum f. album O.Gruss
Paphiopedilum parishii var. dianthum (Tang & F.T.Wang) K.Karas. & K.Saito
ຊື່ອື່ນ
Chinese: Chang Ban Dou Lan
ສະຖານະພາບການອະນຸລັກ
Endangered
ບັນຍາຍລັກສະນະພືດສາດ

ເປັນດອກເຜີ້ງທີ່ເກີດຕາມຜາຫີນ. ໃບ 4-6, ແຜ່ນໃບຮູບຂອບຂະໜານ, ຂະໜາດ 15-30 x 2-5 ຊັງຕິແມັດ,  ປາຍສະລຽງ, ແຍກເປັນແສກ, ເນື້ອໃບໜາ, ດ້ານລຸ່ມສີຂຽວອ່ອນ, ດ້ານເທີງສີຂຽວເຂັ້ມ. ຊໍ່ດອກເນັ່ງ ຫຼື ຕັ້ງຊື່, 30-80 ຊັງຕິແມັດ. ກ້ານຊໍ່ດອກສີຂຽວ, ກ້ຽງ ຫຼື ມີຂົນເລັກນ້ອຍ, ມີດອກ 2-5 ດອກຕໍ່ຊໍ່. ໃບປະດັບສີຂຽວອ່ອນ ຫຼື ສີເຫຼືອງ, ກ້ຽງ. ກ້ານດອກ ແລະ ເຕົ້າໄຂ່ສີຂຽວສົດ, ກ້ຽງ. ດອກຂະໜາດ 7-10 ຊັງຕິແມັດ. ກາບດອກເທີງສີຂາວ, ມີເສັ້ນສີຂຽວ. ກາບດອກລຸ່ມ ສີຂຽວອ່ອນປົນສີເຫຼືອງ ຫຼື ສີຂາວປົນສີເຫຼືອງ ມີເສັ້ນສີຂຽວ. ເກສອນຜູ້ເປັນໜັນສີຂາວກັບສີຂຽວເຂັ້ມເຄີ່ງກາງ. ກີບປາກສີນໍ້າຕານປົນສີເຫຼືອງອ່ອນ ກັບເສັ້ນສີເຂັ້ມ. ກີບດອກເປັນຮູບຮຽວຍາວ, ມີຂົນ.

ນິເວດວິທະຍາ: ເກີດຕາມເຈີຍພູທີ່ເປັນຜາຫີນໃນປ່າດົງດິບໃນລະດັບຄວາມສູງ 700-2000 ແມັດ. ອອກດອກແຕ່ເດືອນກໍລະກົດເຖິງຕຸລາ. 

ສະຖານະພາບ: ເປັນພືດທີ່ຫາຍາກ ແລະ ໃກ້ສູນພັນເພາະມີການເກັບກູ້ເພື່ອຂາຍເປັນພືດປະດັບຈຳນວນຫຼາຍ ເຮັດໃຫ້ປະຊາກອນໃນທຳມະຊາດຫຼຸດລົງຢ່າງເຫັນໄດ້ຊັດເຈັນ. 

Cites

IUCN

 

ການປະກອບສ່ວນ