ຫົວນຽງຜາ / Stephania

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Stephania rotunda Lour. / Menispermaceae
ຊື່ພ້ອງ
Cissampelos glabra Roxb.
Clypea glabra (Roxb.) Wight & Arn. ex Voigt
Clypea rotunda Steud.
Menispermum roxburghii Spreng.
Stephania glabra (Roxb.) Miers
Stephania hexandra Miers
ຊື່ອື່ນ
Chinese: 漢防己
Viet: Chi Bình vôi
ບັນຍາຍລັກສະນະພືດສາດ

ເປັນໄມ້ເຄືອລົ້ມລຸກ, ມີຫົວຢູ່ໃຕ້ດິນ ຫຼື ຢອງຢູ່ເທິງໜ້າດິນ ມີອາຍຸຫຼາຍປີ, ເປືອກຫົວສີນ້ຳຕານເທົາ, ຫົວມີນ້ຳຢາງສີແດງຄືເລືອດ ເສັ້ນຜ່າກາງ 10-20 ຊັງຕິແມັດ. ລຳຕົ້ນແທງອອກຈາກຫົວ, ເລືອໄປຕາມໜ້າດິນ ຫຼື ເກາະກ້ຽວຕາມຕົ້ນໄມ້ອື່ນ, ຍາວໄດ້ເຖິງ 3-5 ມ. ໃບ ເປັນໃບດ່ຽວ, ຈັບແບບຮຽງສະຫຼັບ, ຮູບເກືອບກົມ, ກ້ວາງ 7-12 ຊມ, ຍາວ 7-12 ຊມ, ຖານໃບມົນ, ປາຍໃບຮຽວແຫຼມ, ກ້ານໃບຕິດຢູ່ກາງແຜ່ນໃບຍາວ 5-8 ຊມ, ຂອບໃບລຽບ, ແຜ່ນໃບບໍ່ມີຂົນ. ດອກ ອອກເປັນຊໍ່ແບບຄັ່ນຮົ່ມສອງຊັ້ນຕາມຊອກໃບ,  ກ້ານດອກຊັ້ນໜື່ງຍາວ 10 ຊມ, ກ້ານຊໍ່ດອກຍ່ອຍ 2 ຊມ, ມີໃບປະດັບນ້ອຍໆຕິດຢູ່ກົກກ້ານຊໍ່ດອກ,  ດອກແຍກເພດ, ກາບດອກມີ 6 ກາບ, ຮູບໄຂ່ ຍາວປະມານ 2 ມມ, ສີຂຽວ, ກີບດອກສີເຫຼືອງມີ 3 ກີບ, ຮູບໄຂ່ມົນກົມ, ຍອດຮ່ວງຮັກລະອອງມົນ, ສີເຫຼືອງ. ໝາກ ມີລັກສະນະຮູບກົມ ມີ 1 ແກ່ນ.
ນິເວດວິທະຍາ: ເປັນພືດທີເກີດຂຶ້ນເອງຕາມທຳມະຊາດ ແລະ ມີຄວາມທົນທານຕໍ່ກັບສະພາບຄວາມແຫ້ງແລ້ງໄດ້ດີຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ແລະ ຂະຫຍາຍພັນໂດຍການກ້າແກ່ນ ຫຼື ນຳເອົາເຫງົ້າຈາກທຳມະຊາດມາປູກ, ບາງຄັ້ງພົບຢູ່ຕາມໜ້າຜາທີ່ມີກ້ອນຫີນເລັກໜ້ອຍ. 
ສະພາບການອະນຸລັກ: ເປັນພືດທີ່ມີການເກັບກູ້ຫຼາຍ ແລະ ມີການຈະເລີນເຕີບໂຕຊ້າ, ຮາກຈະດູດອາຫານມາສະສົມໄວ້ຫົວ ເຮັດໃຫ້ຫົວໃຫຍ່ຂື້ນໃນແຕ່ລະປີ ຫົວຂອງມັນອາດຈະໃຫຍ່ກວ່າຫົວຄົນ. ເມື່ອເກັບກູ້ຫົວມາຂາຍຫຼາຍເກີນໄປເຮັດໃຫ້ພວກມັນຂະຫຍາຍຕົວຕາມທຳມະຊາດພໍພຽງຕໍ່ຄວາມຕ້ອງການຂອງຕະຫຼາດອາດຈະດັບສູນກໍ່ເປັນໄປໄດ້.

ບັນຍາຍການນຳໃຊ້

ນຽງຜາໃນປະຈຸບັນແມ່ນມີການເກັບກູ້ເພື່ອຂາຍເປັນສີນຄ້າສົ່ງອອກຫວຽດນາມ, ແຕ່ປະຊາຊົນບາງທ້ອງຖີ່ນນຳເອົາມາຕົ້ມເພື່ອເປັນຢາຕ້ານເຊື້ອພະຍາດໄຂ້ປ່າ, ແກ້ເຈັບທ້ອງ. ແຕ່ສຳລັບຕ່າງປະເທດແມ່ນໄດ້ນຳເອົາຫົວນຽງຜາມາຜະລິດເຮັດເປັນຢາຕ້ານຢາພະຍາດສຳລັບຄົນ ແລະ ສັດລ້ຽງ.

ການປະກອບສ່ວນ