ແມງດ້ວງພ້າວ / Red Palm Weevil

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Rhynchophorus ferrugineus (Olivier, 1790) / Curculionidae
ຊື່ພ້ອງ
Curculio ferrugineus Olivier, 1790
Curculio schach Olivier, 1790
Curculio vulneratus Panzerer, 1798
Calandra ferruginea Fabricius, 1801
Rhynchophorus pascha Boheman in Schönherr, 1845
Rhynchophorus ferrugineus v. tenuirostris Chevrolat, 1882
Rhynchophorus indostanus Chevrolat, 1882
Rhynchophorus signaticollis Chevrolat, 1882
Rhynchophorus pascha v. cinctus Faust, 1892
Rhynchophorus ferrugineus v. seminiger Faust, 1894
Rhynchophorus signaticollis v. dimidiatus Faust, 1894
ຊື່ອື່ນ
Pin-hole borers, True weevils Beetle
ด้วง งวง, ด้วงไฟ, ด้วงงวงมะพ้ราว, ด้วงสาคู, ด้วงลาน
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງສາຄູ ຫຼື ແມງດ້ວງພ້າວ ໂຕເຕັມໄວມີຮ່າງກາຍຂະໜາດ 2,2-3,5 ຊມ. ແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ສີສີນໍ້າຕານເທິງສ່ວນປາຍປີກ, ສວ່ນພາກສ່ວນເອິກບາງໂຕເປັນດຳເຫຼືອມ, ສີນໍ້າຕານ-ສີເຫຼືອງສົ້ມ. ທາງດ້ານເອິກສ่ວນເທິງມີຈຸດສີດຳ ຫຼື ສີນໍ້າຕານແກ່ ເປັນຈຸດໆ, ພາກສ່ວນຫົວຈະມີງວງຍາວຮຽວລົງໄປຫາປາກ ແລະ ປາກຢູ່ບ່ອນປາຍສຸດຂອງງວງ. ລັກສະນະໜວດ: 1 ຄູ່ ສີດໍາ-ສັ້ນ ຍືດອອກໄປທາງສອງຂ້າງຂອງງວງ ປາຍສຸດຂອງງວງເປັນເປັນແຜ່ນລັກສະນະຫວີພັບໄວ້ (Lamellate).ລັກສະນະປາກ: ແບບກັດກິນ (Chewing type). ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດເປັນກາບແຂງ-ໜາ ແລະ ເຫຼືອມ (elytra) ປົກຫຸມປີກຄູ່ຫຼັງ, ປີກມີເປັນດຳຂິດເປັນເສັ້ນຕາມລວງຍາວຂອງປີກ ແລະ ຄູ່ຫຼັງເປັນແຜ່ນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ຂາຄູ່ໜ້າແຂງ ປາຍສຸດຂອງຂາຈະມີເລັບແບບຕະຂໍ້ໜຶ່ງອັນ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ຢູພາກສວ່ນຫົວເທິງສຸດຂອງງວງ. ແຫຼ່ງທີ່ພົບແມງສາຄູ ຫຼື ແມງດ້ວງພ້າວ: ສາມາດພົບຕາມກ້ອງຄອນຕົ້ນພ້າວ, ຕາມຍອດໝໍ່ໄມ້ອ່ອນ, ເຈາະຮູຢູ່ຕາມຕໍ່ພ້າວ. 

ບັນຍາຍການນຳໃຊ້
https://www.sentangsedtee.com/farming-trendy/article_74503
ດ້ວງພ້າວທີ່ພ້ອມຂາຍໄດ້ແລ້ວ

ສາມາດພົບໄດ້ທົ່ວໄປທົ່ວທຸກພາກຂອງ ສປປລາວ. ທີ່ປະຊາຊົນລາວບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ສັດລ້ຽງສວຍງາມ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕາມທ້ອງຕະຫຼາດ 50,000-100,000 ກີບ/ກິໂລກຣາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງສາຄູ ຫຼື ແມງດ້ວງພ້າວ ແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. 
ໄລຍະໄຂ່ (Eggs): ໂຕແມ່ ຈະວາງໄຂ່ປະມານ 05-15 ໜ່ວຍ. ຊຶ່ງພວກມັນຈະວາງໄຂ່ໃນຕໍ່ພ້າວ, ໃນຍອດອ່ອນຂອງໜໍ່ໄມ້, ໄຂ່ມີລັກສະນະເປັນໜ່ວຍກົມສີຂາວອ່ອນ-ຂາວຂຸ້ນໄສ. 
ໄລຍະເປັນໂຕດ້ວງ (Larva): ລັກສະນະຂອງໂຕດ້ວງບໍ່ມີປີກ, ລໍາໂຕອວບໃຫຍ່, ຮ່າງກ່າຍມີລັກສະນະເປັນປ້ອງ, ລໍາໂຕເປັນສີຂາວຂຸ້ນ, ຫົວເປັນກາບແຂງຂະໜາດໃຫຍ່ທີ່ເອີ່ນວ່າ: ຫົວກະໂຫຼກ, ມີແກ້ວກ້າມຂະໜາດໃຫຍ່, ມີປ້ອງລໍາໂຕ 8 ປ້ອງ ແຕ່ລະປ້ອງມີຮູຫາຍໃຈປ້ອງລະ 1 ຄູ່ຢູ່ຂ້າງລໍາໂຕ. ໄລຍະທີ່ເປັນໂຕດ້ວງນີ້ຈະໃຊ້ເວລາປະມານ 35-39 ມື້.
ໄລຍະສ້າງຮັ່ງ: ຊຶ່ງເປັນໄລຍະຂອງການກະກຽມປ່ຽນແປງຮູບຮ່າງຈາກໂຕດ້ວງມາເປັນໂຕດັກແດ້ ຊຶ່ງໄລຍະນີ້ພວກມັນຈະນຳເອົາເສັ້ນໄຍຂອງໄມ້ມາມ້ວນເປັນເບົ່າຢູເພື່ອປົກປິດຮ່າງກາຍ. ໄລຍະນີ້ຈະໃຊ້ເວລາສ້າງຮັ່ງ 3-7 ມື້ ແລະ ຢູ່ໃນຮັ່ງ 6 ມື້.
ໄລຍະເຂົ້າເປັນໂຕດັກແດ້-ອອກຈາກດັກແດ້ (pupa): ເປັນໄລຍະຂອງການພັກໂຕທີອາໄສຢູ່ໃນຜົ້ງໄຍກາບໄມ້, ເປັນໄລຍະຂອງການປ່ຽນແປງຮູບຮ່າງຄ່ອນຂ້າງແບ່ງຮ່າງກາຍອອກເປັນສວນໆຄື: ສວ່ນຫົວ, ເອີກ ແລະ ທ້ອງ. ຕົວອ່ອນຂອງດັກແດ້ຈະເປັນສີຂາວຂຸ້ນ. ຊ່ວງໄລຍະທີ່ເປັນດັກແດ້ນີ້ຮ່າງກາຍຈະອ່ອນນຸ້ມ. ໄລຍະທີເຂົ້າເປັນໂຕດັກແດ້ຈະໃຊ້ເວລາປະມານ 9-10 ມື້ ແລະ ອອກຈາກຮ່າງກາຍທີເປັນດັກແດ້ 5-10 ມື.  
ໄລຍະໂຕເຕັມໄວ (Adults): ຈະມີຊີວິດຢູ່ໄດ້ໃນທຳມະຊາດປະມານ 90-184 ມື້.

ການປະກອບສ່ວນ