ຕົ້ນຄຳແສດ / Achiote Tree

ການນຳໃຊ້
ພືດເສັ້ນໃຍ
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Bixa orellana L. / Bixaceae
ຊື່ພ້ອງ
Bixa tinctaria Salisb.
Orellana orellana (L.) Kuntze
Bixa orleana Noronha
Bixa americana Poir.
Bixa purpurea Sweet
Bixa odorata Ruiz & Pav. ex G.Don
Bixa acuminata Bojer
Orellana americana (Poir.) Kuntze
Bixa upatensis Ram.Goyena
Bixa katangensis Delpierre
ຊື່ອື່ນ
Eng: Lipstick Tree
ບັນຍາຍລັກສະນະພືດສາດ

ຕົ້ນຄຳແສດ ເປັນໄມ້ຟຸ່ມສີຂຽວຕະຫຼອດປີ, ມີການຈະເລີນເຕິບໂຕໄວ, ສູງປະມານ 4-7 ມ, ເສັ້ນຜ່ານສູນກາງລຳຕົ້ນປະມານ 6-10 ຊມ. ເປືອກເປັນສີເທົາ, ເປືອກໃນສີເຫຼືອງປົນສີຂາວ. ໃບດ່ຽວ, ຈັບສະຫຼັບ, ແຜ່ນໃບຮູບຫອກ. ດອກສີຂາວ, ເກສອນສີມ່ວງ ຫຼື ສີຂາວ. ໝາກສີແດງ.

ບັນຍາຍການນຳໃຊ້

ປະຈຸບັນນີ້, ເມັດຂອງຕົ້ນຄຳແສດຖືກໃຊ້ເພື່ອຜະລິດສີອາຫານ ແລະ ສີຍ້ອມຜາ. ກ່ອນການຄົ້ນພົບສີຍ້ອມຜ້າສັງເຄາະ. ຕົ້ນຄຳແສດເປັນທີຕ້ອງການຫຼາຍ ເພື່ອໃຊ້ເຂົ້າໃນຍ້ອມຜ້າໄໜ ເພາະມັນຈະເຮັດໃຫ້ມີໂທນສີທີ່ງົດງາມ. ເມັດຂອງຕົ້ນຄຳແສດໄດ້ປະກອບຢູ່ໃນລາຍການອາຫານຕ່າງໆ. ເມັດຂອງມັນມີຄຸນຄ່າທາງໂພຊະນາການສູງປະກອບດ້ວຍໄຂມັນຈຳນວນໜ້ອຍ 5% ແລະ ໂປຣຕິນ 13%.  ເປືອກເລືອບເມັດທີ່ເປັນສີແດງສາມາດໃຊ້ເປັນສີຂອງອາຫານໄດ້ ເຊິ່ງຈະເປັນສີເຫຼືອງ ມີການນຳໃຊ້ຫຼາຍໃນອຸດສາຫະກຳອາຫານ.

ການປະກອບສ່ວນ