ຕົ້ນສົ້ມມໍ / Chebulic Myrobalans

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Terminalia chebula Retz. / Combretaceae
ຊື່ພ້ອງ
Terminalia chebula var. chebula
Terminalia chebula var. tomentella (Kurz) C.B.Clarke
ຊື່ອື່ນ
ລາວ: ຕົ້ນສົ້ມມໍ
ໄທ: ສະມໍ, ໝາກແນະ, ມ່າແນ່, ສົ້ມອັອບພະຍາ, ລູກສະມໍ
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດກາງເຖີງຂະໜາດໃຫຍ່, ສູງເຖີງ 20–30 ແມັດ, ເຮືອນຍອດກົມກວ້າງ, ເປືອກແຕກເປັນສະເກັດຫ່າງໆມີສີເທົາອົມດຳ, ເປືອກໃນສີເຫຼືອງອ່ອນ, ເປືອກຊັ້ນໃນມີນ້ຳຢາງສີແດງ. ໃບດ່ຽວ, ກົງກັນຂ້າມ, ຮູບໄຂ່ແກມຮູບໃບຫອກ ກວ້າງ 5–10 ຊັງຕີແມັດ, ຍາວ 11–18 ຊັງຕີແມັດ, ປາຍໃບມົນ ຫຼື ເປັນຕີ່ງແຫຼມ, ຂອບໃບລຽບ, ແຜ່ນໃບໜຽວຄ້າຍແຜ່ນໜັງ, ຜີວໃບດ້ານເທີງເປັນເງົາມັນມີຂົນເລັກນ້ອຍ, ມີເສັ້ນຂະແໜງໃບຂ້າງລະ 5–8 ເສັ້ນ, ກ້ານໃບຍາວ 1.5–3 ຊັງຕີແມັດ. ມີຂົນຄືໄໝ, ມີຕ່ອມ 1 ຄູ່ ໃກ້ໂຄນໃບ. ດອກອອກເປັນຊໍ່ ຫຼື ຊໍ່ແຍກແຕກແໜງ, ມີ 3–5 ຊໍ່, ສີຂາວອົມເຫຼືອງມີກິ່ນຫອມ, ເກີດຢູ່ຊອກໃບ ຫຼື ປາຍກີ່ງ, ຍາວ 5–8.5 ຊັງຕີແມັດ, ບໍ່ມີກ້ານຊໍ່ດອກ ຫຼື ກ້ານຊໍ່ດອກສັ້ນ, ດອກສົມບູນເພດມີຂະໜາດນ້ອຍ 0.3–0.4 ຊັງຕີແມັດ. ໃບປະດັບຮູບແຖບຍາວ 3–3.5 ມີນລີແມັດ, ປາຍແຫຼມມີຂົນສັ້ນນຸ່ມທັງສອງດ້ານ, ກາບດອກ 5 ກາບ, ສີຂາວອົມສີເຫຼືອງໂຄນເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກເປັນແສກ ກ້ຽງຄືຮູບສາມຫຼ່ຽມ, ມີເກສອນເພດຜູ້ 10 ອັນຢື່ນພົ້ນອອກຈາກກາບດອກ, ກ້ານຊູເກສອນຍາວ 3–3.5 ມີນລີແມັດ, ກ້ຽງ. ຈານຖານດອກມີຂົນ, ເກສອນເພດແມ່ມີເຕົ້າໄຂ່ຢູ່ເທີງວົງກາບ, ກ້ານເກສອນເພດແມ່ຍາວ 2–3.5 ມີນລີແມັດ, ຖານຮອງດອກນູນ ແລະ ມີຂົນໜາແໜ້ນ. ໝາກຮູບຮີ ຫຼື ເກືອບກົມ ກວ້າງ 2–2.5 ຊັງຕີແມັດ, ຜີວກ້ຽງ ຫຼື ມີສັນຕື້ນໆຕາມທາງຍາວ 5 ສັນ. ເມື່ອແກ່ມີສີຂຽວອົມສີເຫຼືອງ ຫຼື ສີຂຽວປົນສີນ້ຳຕານແດງ. ແກ່ນແຂງມີ 1 ແກ່ນ.

ບັນຍາຍການນຳໃຊ້

ໝາກມີຣົດສົ້ມຝາດ ໝາກອ່ອນຈະມີລິດເປັນຢາລະບາຍ ແລະ ສະໝານລຳໄສ້, ໝາກແກ່ຈະມີລິດຝາດສະໝານອອກລິດຕໍ່ປອດ, ກະເພາະ ແລະ ລຳໄສ້. ໃຊ້ເປັນຢາສະໝານລຳໄສ້, ຫ້າມເລືອດທັງພາຍໃນ ແລະ ພາຍນອກ, ເປັນຢາລະລາຍຂີ້ກະເທີ່, ຂັບຂີ້ກະເທີ່, ເຮັດໃຫ້ປອດຊຸ່ມຊື່ນ, ແກ້ຫຼອດລົມອັກເສບ, ຄໍອັກເສບ, ສຽງແຫບ, ແກ້ໄອ, ລີ້ນໄກ່ອັກເສບ, ແກ້ລຳໄສ້ອັກເສບຊ້ຳເຮື້ອ, ແກ້ຖອກທ້ອງ, ພະຍາດທ້ອງມານ. ນຳໝາກມາບົດລະອຽດໂຮຍໃສ່ບາດແຜແກ້ລົມຈຸກສຽດຊ່ວຍຈະເລີນອາຫານ, ເນື້ອຫຸ່ມແກ່ນແກ້ຖອກທ້ອງ, ທ້ອງບິດ, ຮັກສາພະຍາດກ່ຽວກັບນ້ຳດີ, ຕັບມ້າມໃຫຍ່. ເປືອກຕົ້ນຂັບປັດສະວະ, ບຳລຸງຫົວໃຈ, ຂັບນ້ຳເຫຼືອງເສຍ, ເປືອກຕົ້ນ ແລະ ແກ່ນ ແກ້ຖອກທ້ອງ.

ການປະກອບສ່ວນ