ຕົ້ນຜັກສ້ຽນ / Wild Spider Flower

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cleome gynandra L. / Cleomaceae
ຊື່ພ້ອງ
Cleome acuta Schumach. & Thonn.
Cleome affinis (Blume) Spreng.
Cleome alliacea Blanco
Cleome alliodora Blanco
Cleome blumeana D.Dietr.
Cleome bungei Steud.
Cleome candelabrum Sims
Cleome denticulata Schult. & Schult.f.
Cleome eckloniana Schrad.
Cleome flexuosa F.Dietr. ex Schult. & Schult.f.
Cleome heterotricha Burch.
Cleome muricata (Schrad.) Schult. & Schult.f.
Cleome oleracea Welw.
Cleome pentaphylla L.
Cleome pentaphylla var. glabra Kuntze
Cleome pentaphylla var. hirsuta Kuntze
Cleome pubescens Sieber ex Steud.
Cleome rosea Eckl. ex Steud.
Cleome triphylla L.
Gymnogonia pentaphylla (L.) R. Br. ex Steud.
Gynandropsis affinis Blume
Gynandropsis candelabrum (Sims) Sweet
Gynandropsis denticulata DC.
Gynandropsis glandulosa C.Presl
Gynandropsis gynandra (L.) Briq.
Gynandropsis heterotricha DC.
Gynandropsis muricata Schrad.
Gynandropsis ophitocarpa DC.
Gynandropsis palmipes DC.
Gynandropsis pentaphylla (L.) DC.
Gynandropsis pentaphylla Blanco
Gynandropsis sinica Miq.
Gynandropsis triphylla DC.
Gynandropsis viscida Bunge
Pedicellaria gynandra (L.) Chiov.
Pedicellaria pentaphylla (L.) Schrank
Pedicellaria triphylla (L.) Pax
Podogyne pentaphylla (L.) Hoffmanns.
Sinapistrum pentaphyllum (L.) Medik.
ຊື່ອື່ນ
ລາວ: ຕົ້ນຜັກສ້ຽນ.
ໄທ: ຜັກສ້ຽນ, ຜັກສ້ຽນຂາວ, ຜັກສ້ຽນໄທ, ຜັກສ້ຽນບ້ານ, ຜັກສ້ຽນໂຕຜູ້
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ສູງປະມານ 30–15 ຊັງຕີແມັດ, ສ່ວນຕ່າງໆຂອງຕົ້ນມີຂົນປົກຄຸມ, ຮາກເປັນຮາກແກ້ວ ແລະ ຮາກຂະແໜງຈຳນວນຫຼາຍ. ໃບປະສົມ ມີ 3–5 ໃບຍ່ອຍ, ກ້ານໃບຍາວ 3–8 ຊັງຕີແມັດ, ໃບຍ່ອຍເປັນຮູບໄຂ່ ຫຼື ຮູບໃບຫອກ, ຍາວ 2.5–5 ຊັງຕີແມັດ, ປາຍໃບແຫຼມ, ຂອບໃບແຂ້ວເລື້ອຍລະອຽດ ແລະ ມີໃບປະດັບຈຳນວນຫຼາຍ, ໃບຍ່ອຍມີ 3 ໃບ, ໃບຍາວປະມານ 0.5–2.5 ຊັງຕີແມັດ, ກ້ານສັ້ນ. ດອກເປັນຊໍ່ຢູ່ປາຍກີ່ງ ຍາວ 5–2 ຊັງຕີແມັດ, ມີດອກຈຳນວນຫຼາຍ, ກ້ານດອກຍາວ 1–2 ຊັງຕີແມັດ, ກາບດອກມີ 4 ກີບ, ເປັນຮູບໃບຫອກ, ຍາວ 7 ມີນລີແມັດ, ມີເກສອນຜູ້ 6 ອັນຕິດຢູ່ເທີງກ້ານຊູເກສອນ, ຍາວປະມານ 0.8–2.3 ຊັງຕີແມັດ, ກ້ານມີເກສອນສີມ່ວງ, ຍາວ 1–2 ຊັງຕີແມັດ, ເກສອນມີສີຂຽວອົມສີນ້ຳຕານ, ຮູບຂອບຂະໜານ ຍາວ 1–3 ມີນລີແມັດ, ກ້ານເຕົ້າໄຂ່ສັ້ນ, ຍາວ 1–2 ມີນລີແມັດ, ຍື່ນຍາວ 1–1.4 ຊັງຕີແມັດ, ເຕົ້າໄຂ່ເປັນຮູບຊົງກະບອກສັ້ນໆ, ຍາວ 2–3 ມີນລີແມັດ, ກ້ານເກສອນເພດແມ່ສັ້ນ, ຍອດເກສອນເປັນຕຸ່ມ ແລະ ຕິດທົນ. ໝາກເປັນຝັກຍາວຄ້າຍໝາກຖົ່ວຂຽວ, ຝັກມີສີຂຽວປ່ຽນເປັນສີນ້ຳຕານ ຍາວປະມານ 4–9.5 ຊັງຕີແມັດ, ດ້ານໃນໝາກມີແກ່ນຈຳນວນຫຼາຍ, ແກ່ນມີສີນ້ຳຕານແດງປົນສີດຳ ຍາວປະມານ 1.5 ມີນລີແມັດ.

ບັນຍາຍການນຳໃຊ້

ຕົ້ນຜັກສ້ຽນສ່ວນຫຼາຍນິຍົມນຳມາຄັ້ນສົ້ມ ສຳລັບວິທີເຮັດຄື: ນຳຕົ້ນຜັກສ້ຽນມາປາດໃຫ້ມີຂະໜາດພໍເໝາະແລ້ວນຳໄປຕາກແດດພໍໝາດເພື່ອກຳຈັດກິ່ນເໝັນຂີວ. ຫຼັງຈາກນັ້ນໃຫ້ນຳເຂົ້າໜື່ງສຸກ 1 ກຳມືຕໍ່ຜັກສ້ຽນ 5 ຖ້ວຍ ນຳມາຄັ້ນກັບເກືອໃຫ້ມີຣົດເຄັມເລັກນ້ອຍ ເມື່ອສຳເລັດແລ້ວໃຫ້ນຳຜັກສ້ຽນທີ່ກຽມໄວ້ໃສ່ລົງໄປແລ້ວຕື່ມນ້ຳຕານ 5 ບ່ວງແກງ ຄົນໃຫ້ເຂົ້າກັນ ແລະ ປິດຝາພາຊະນະໄວ້ປະມານ 3–4 ຄືນ ສາມາດນຳມາຮັບປະທານຈະຊ່ວຍບຳລຸງເລືອດລົມ, ບຳລຸງຮ່າງກາຍ ແລະ ໃຫ້ພະລັງງານ, ສົ້ມຜັກສ້ຽນມີສານຕ້ານອະນຸມູນອິດສະຫຼະຊ່ວຍຕ້ານມະເຮັງ, ມີລິດຂ້າເຊື້ອ. ຮາກຜັກສ້ຽນໃຊ້ຕົ້ມນ້ຳຮັບປະທານເປັນຢາແກ້ໄຂ້, ແກ້ເລືອດອອກຕາມແຂ້ວ, ແກ່ນຜັກສ້ຽນຊ່ວຍຂັບຂີ້ກະເທີ່ ແລະ ອາການຈະດີຂື້ນເປັນປົກກະຕິ.

ການປະກອບສ່ວນ