ໝາກແຫ້ວ / Chinese Water Chestnuts

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Eleocharis dulcis Hensch / Cyperaceae
ຊື່ພ້ອງ
Eleocharis dulcis var. tuberosa (Schult.) T.Koyama
ຊື່ອື່ນ
ລາວ: ໝາກແຫ້ວ
ໄທ: ແຫ້ວ, ແຫ້ວຈີນ
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ ມີລະບົບຮາກແຕກແໜງອອກ ແລະ ເປັນຫົວໃໝ່, ຫົວແຫ້ວມີລັກສະນະວົງກົມ ແລະ ແປເລັກນ້ອຍ ລຳຕົ້ນກົມ ແລະ ຕັ້ງຊື່ ລຳຕົ້ນມີລັກສະນະແຂງ ແລະ ອວບນ້ຳ ສູງປະມານ 1-1.5 ແມັດ. ໃບເປັນໃບດຽວມີລັກສະນະກົມ ແລະ ຍາວ ສີຂຽວ. ດອກອອກເປັນຊໍ່ ບໍລິເວນຍອດລຳຕົ້ນ ແຕ່ລະຊໍ່ມີດອກຍ່ອຍຈຳນວນຫຼາຍ ເປັນຊໍ່ດອກສົມບູນເພດ ໂດຍມີດອກແມ່ເກີດກ່ອນ ຊື່ງຈະແທງອອກເມື່ອລຳຕົ້ນສູງປະມານ 15 ຊັງຕີແມັດ ແລ້ວດອກຜູ້ຈຶ່ງແທງອອກຕາມມາ. ແກ່ນເປັນສີດຳເມື່ອແກ່.

ບັນຍາຍການນຳໃຊ້

ຫົວກິນທັງສົດ ຫຼື ຕົ້ມສຸກ ຈະຊ່ວຍຮັກສາພະຍາດໄດ້ດັ່ງນີ້: ຊ່ວຍບຳລຸງຮ່າງກາຍ, ຫຼຸດອາການເປັນພະຍາດເບົາຫວານ, ຊ່ວຍຫຼຸດໄຂ້, ແກ້ອາການຮ້ອນໃນ, ຊ່ວຍລົດໄຂມັນໃນເສັ້ນເລືອດ, ຊ່ວຍບຳລຸງກ້າມຊີ້ນ ໃນຫົວແຫ້ວມີທາດໂພແທສຊຽມທີ່ສຳຄັນສຳລັບຮ່າງກາຍ. 

ແຫ້ວ

ການປະກອບສ່ວນ