ກ້ວຍນ້ຳ / Kluai Nam Wa

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Musa acuminata x balbisiana Colla (ABB Group) cv. Kluai “Namwa”/ Musaceae
ຊື່ພ້ອງ
Musa × sapientum var. americana N.G.Teodoro
Musa × sapientum var. angao Quisumb.
Musa × sapientum var. baca Quisumb.
Musa × sapientum var. binutig N.G.Teodoro
Musa × sapientum var. canara N.G.Teodoro
Musa × sapientum var. canaya Quisumb.
Musa × sapientum var. champa (Baker) Baker
Musa × sapientum var. cinerea (Blanco) N.G.Teodoro
Musa × sapientum var. compressa (Blanco) N.G.Teodoro
Musa × sapientum var. cubensis N.G.Teodoro
Musa × sapientum var. dacca (Horan.) Baker
ຊື່ອື່ນ
ລາວ: ກ້ວຍນ້ຳ, ກ້ວຍນ້ຳຫວ່າ
ໄທ: ກ້ວຍນ້ຳຫວ່າ
ບັນຍາຍລັກສະນະພືດສາດ

ກ້ວຍນ້ຳ ເປັນພືດໃບລ້ຽງດ່ຽວ ມີລຳຕົ້ນສູງ 3-4 ແມັດ ລຳຕົ້ນແທ້ຈະເປັນສ່ວນຫົວ/ເຫງົ້າທີ່ຢູ່ເທິງດິນເລັກຫນ້ອຍ ຫຼື ຝັງຢູ່ໃນດິນ ເຫງົ້າກ້ວຍນ້ຳ ສາມາດແຕກໜໍ່ແຍກເປັນຕົ້ນໃຫມ່ໄດ້ ສ່ວນລຳຕົ້ນເທິງດິນ ປະກອບດ້ວຍກາບ ແລະ ໃບ ໂດຍກາບໃບຈະແທງອອກຈາກເຫງົ້າລຽງຊ້ອນກັນເປັນວົງກົມ ຈົນກາຍເປັນລຳຕົ້ນຕາມທີ່ເຮົາເບິ່ງເຫັນ ແຜ່ນກາບດ້ານນອກທີ່ເບິ່ງເຫັນຈະມີສີຂຽວ ແລະ ມີສີດຳປົນເລັກນ້ອຍ ກາບໃບເປັນແຜ່ນໂຄ້ງເປັນຮູບເຄິ່ງວົງກົມ ໂດຍມີແກນກາງເປັນກາບອ່ອນລຽງຊ້ອນກັນ ແຕ່ເມື່ອກ້ວຍອອກປີ/ດອກ ແກນກາງຈະກາຍເປັນແກນກ້ວຍແທນຂະໜາດຂອງລຳຕົ້ນທຽມປະມານ 15-25 ຊັງຕີແມັດ.

ບັນຍາຍການນຳໃຊ້

ອາຫານ: ໝາກກ້ວຍນ້ຳມີປະໂຫຍດຫຼາຍ ຕັ້ງແຕ່ໝາກດິບ ທີ່ແກ່ດີກໍ່ໃຊ້ປະໂຫຍດເປັນກ້ວຍສາບ ແລະ ແປ້ງກ້ວຍ. ໝາກກ້ວຍໃກ້ຈະສຸກກໍ່ສາມາດເຮັດກ້ວຍປີ້ງ ແລະ ກ້ວຍທອດ. ໝາກກ້ວຍສຸກກໍ່ສາມາດກິນສົດ, ແປຮູບເປັນກ້ວຍບົດເພື່ອເປັນອາຫານເດັກນ້ອຍ, ເປັນສ່ວນປະສົມຂອງເຂົ້າຫນົມ ເຊັ່ນ: ເຂົ້າໜົມກ້ວຍ, ກ້ວຍແຜ່ນ ແລະ ກ້ວຍຕາກ/ອົບ. ກ້ວຍສຸກງອມກໍ່ໃຊ້ເຮັດເປັນກ້ວຍກວນ.

ຢາ: ໝາກກ້ວຍສາມາດຮັກສາໄດ້ຫຼາຍພະຍາດດັ່ງນີ້:

  • ແກ້ເຈັບທ້ອງຊ້ຳເຮືອ: ການຮັບປະທານກ້ວຍສຸກສາມາດຮັກສາອາການຖອກທ້ອງໄດ້ ເນື່ອງຈາກໃນກ້ວຍມີທາດເພັກຕິນ (Pectin) ເຊິ່ງເປັນເສັ້ນໃຍອ່ອນນຸ່ມ ຊ່ວຍເພີ່ມກາກອາຫານໃນລຳໄສ້ ເມື່ອກາກອາຫານມີຫຼາຍຈະໄປກະຕຸ້ນລຳໄສ້ໃນເກີດການຂັບຖ່າຍໄດ້ດີຂື້ນ.

  • ແກ້ຖອກທ້ອງ: ໃຫ້ຮັບປະທານກ້ວຍດິບ ເພາະໃນກ້ວຍດິບມີສານຝາດຊື່ ແທນນິນ (Tannin) ທາດນີ້ຈະຊ່ວຍຢັບຢັ້ງການຈະເລີນເຕິບໂຕຂອງເຊື້ອພະຍາດ ເຮັດໃຫ້ອາການຖອກທ້ອງດີໄດ້.

  • ແກ້ອາການອ່ອນເພັຍ: ເນື່ອງຈາກກ້ວຍໃຫ້ຄ່າພະລັງງານສູງ ອິກທັ້ງມີວິຕາມິນບຳລຸງຮ່າງກາຍ ຫຼາຍຊະນິດໂດຍເມື່ອຮ່າງກາຍອ່ອນເພ້ຍໃຫ້ຮັບປະທານກ້ວຍນ້ຳສູກ, ຈະຮູ້ສຶກສົດຊື່ນຂຶ້ນ ຫຼາຍຊະນິດໂດຍເມື່ອຮ່າງກາຍອ່ອນເພ້ຍ, ໝາກກ້ວຍດິບໜື້ງ ຕາກແຫ້ງ ແລ້ວໄປບົດເປັນຢາຊ່ວຍບຳລຸງຮ່າງກາຍ

  • ປະຈຳເດືອນຂັດ ແກ້ໄດ້ໂດຍໃຊ້ດອກກ້ວຍ 1 ກຳມື, ລ້າງໃຫ້ສະອາດ ຕົ້ມກັບນ້ຳ 3 ແກ້ວ, ປະໄວ້ໃຫ້ຟົດປະມານ 20 ນາທິ, ດື່ມວັນລະ 2 ຄັ້ງ, ເທື່ອລະຈອກ, ອາການປະຈຳເດືອນຂັດຈະດີຂຶ້ນ.

  • ແກ້ຮ້ອນໃນ: ໂດຍໃຊ້ຮາກກ້ວຍດິບ 5-6 ຮາກ, ລ້າງນ້ຳໃຫ້ສະອາດ, ຫັ່ນເປັນຕອນນ້ອຍໆ, ໃສ່ນ້ຳລົງໄປຈົນຖົ່ມຮາກ, ນຳໄປຕົ້ມປະມານ 15 ນາທີ, ແລ້ວນຳນ້ຳມາດື່ມຄັ້ງລະ 1 ຈອກ, ປະມານມື້ ລະ 3-6 ຈອກ, ຫຼັງຈາກອາຫານ, ຈະຊ່ວຍແກ້ອາການຮ້ອນໃນ.

  • ແກ້ອາການເຈັບແຂ້ວ: ນຳເອົາຮາກກ້ວຍ 1 ກຳມື, ລ້າງນ້ຳໃຊ້ສະອາດ ແລ້ວນຳໄປຕົ້ມກັບນ້ຳໃຫ້ຟົດ 15 ນາທີ ແລ້ວເອົາເກືອໃສ່ເລັກນ້ອຍ ປະໄວ້ໃຫ້ເຢັນ, ແລ້ວເອົານ້ຳມາອົມ ແລ້ວອາການຈະຮູ້ສຶກດີຂຶ້ນເລື້ອຍໆ.

  • ກຳຈັດກິ່ນປາກ: ໃຫ້ຮັບປະທານກ້ວຍນ້ຳ ຫຼື ກ້ວຍສຸກຫຼັງຈາກຕື່ນນອນທຸກເຊົ້າເປັນປະຈຳ ແລ້ວຄ່ອຍຖູແຂ້ວ ກິ່ນປາກກໍ່ຈະຫາຍໄປ.

  • ມືລອກເປັນຂຸຍ ຫຼື ຜື່ນແດງ ໃຊ້ເປືອກກ້ວຍຖູບໍລິເວນທີ່ມີອາການເປັນປະຈຳທຸກວັນ ແລ້ວອາການຈະດີຂຶ້ນ.

  • ກະເພາະມີກົດຫຼາຍເກີນໄປ ເຮັດໃຫ້ມີອາການແສບ ເຈັບໜ້າເອິກ ໃຫ້ນຳຕົ້ນ ແລະ ໃບແຫ້ງຂອງກ້ວຍມາເຜົາແລ້ວບົດໃຫ້ລະອຽດ ໃຊ້ຊົງແບບຊາດື່ມທຸກວັນ ຫຼັງອາຫານ ຂີ້ເຖົ່າຈາກຕົ້ນກ້ວຍເປັນດ່າງຈະຊ່ວຍລົດກົດໃນກະເພາະອາຫານ.

  • ແກ້ປວດ ນຳໃບອ່ອນມາຂາງໄຟໃຫ້ຮ້ອນແລ້ວນຳໄປພັນບໍລິເວນທີ່ປວດ ປະໄວ້ອາການຈະດີຂື້ນ.

  • ຊ່ວຍໃຫ້ຜິວງາມ ການຮັບປະທານກ້ວຍນ້ຳ ຢ່າງນ້ອຍວັນລະ 3 ໝາກ ເປັນປະຈຳຈະເຮັດໃຫ້ຜິວງາມ.

  • ໃຊ້ໃນການຫ້າມເລືອດ ຢາງກ້ວຍຈາກກ້ານ ຫຼື ຍອດໜໍ່ ໃສ່ບ່ອນແຜ ເລືອດຖືກຢາງຈະແຂງຕົວ ແລະ ຢຸດໄຫຼ ຈະມີອາການແສບເລັກຫນ້ອຍ.

  • ໃຊ້ຖອນຜິດງູ ເມື່ອຖືກງູກັດໃຫ້ນຳຕົ້ນກ້ວຍທີ່ຕັດຍາວປະມານ 20 ຊມ,  ແລ້ວວາງກົດລົງໄປທີ່ບໍລິເວນບາດແຜ ຢາງຈາກຕົ້ນກ້ວຍຈະສະລາຍຜິດງູ ປະໄວ້ 10-15 ນາທີ ຈື່ງເອົາອອກ.

ວັດທະນາທຳ ແລະ ຊີວິດປະຈຳວັນ

  • ໃນພິທີທາງສາສະໜາເຊັ່ນ: ບູນພະເວດ ແລະ ບຸນຖອດກະຖີ່ນ ມັກຈະໃຊ້ຕົ້ນກ້ວຍປະດັບ.

  • ໃນພີທິບາສີສູ່ຂວັນແອນ້ອຍ ເມື່ອອາຍຸ 1 ເດືອນ ກັບ 1 ວັນ, ມີການບາສີສູ່ຂວັນ ແລະ ແຖຜົມໄຟ ຈະມີກ້ວຍ 1 ຫວີ ເປັນສ່ວນປະກອບໃນພິທີ.

  • ໃນພີທີແຕ່ງງານ ມັກມີຕົ້ນກ້ວຍ ແລະ ຕົ້ນອ້ອຍໃນຂະບວນແຮ່ຂັນໝາກ, ລວມທັ້ງມີເຂົ້າເຕົ້າກ້ວຍ ແລະ ກ້ວຍທັ້ງຫວີເປັນການບາສີໄຫວ້ເທວະດາ ແລະ ບັນພະບູລູດ.

  • ໃນພີທີປູກເຮືອນໃໝ່ ເມື່ອມີພິທິບາສີຍົກເສົາເຮືອນໃໝ່ຈະໃຊ້ໜໍ່ກ້ວຍຜູກມັດໄວ້ທີປາຍເສົາລວມກັບຕົ້ນອ້ອຍ ແລະ ເມື່ອສຳເລັດພີທີກໍ່ຈະມີຕົ້ນກ້ວຍ ແລະ ຕົ້ນອ້ອຍນັ້ນ ນຳມາປູກໄວ້ໃນບໍລິເວນແຄມເຮືອນ ຈາກນັ້ນປະມານ 1 ປີ ຫຼື ເມື່ອເຮັດເຮືອນໃໝ່ສຳເລັດແລ້ວພ້ອມຢູ່ອາໄສກໍ່ມີກ້ວຍໄວ້ກີນພໍດີ.

  • ໃນງານປະຊານາກິດສົບ, ໃນສະໄໝບູຮານ ມີການນຳໃບຕອງມາຮອງສົບ ກ່ອນນຳສົບລົງໃນໂລງ ນອກຈາກນີ້ໃບຕອງຍັງມີບົດບາດສຳຄັນຫຼາຍໃນພິທີກຳຕ່າງ ໂດຍມາເຮັດເປັນກະທົງໃສ່ດອກໄມ້ ແລະ ເຮັດໝາກເບັງເພື່ອບາສີ.

  • ໃນຊີວິດປະຈຳວັນ ໃຊ້ໃບຕອງໃນການຫໍ່ຜັກສົດ ແລະ ອາຫານ ເນື່ອງຈາກໃບຕອງສົດມີຄວາມຊຸ່ມ ເມື່ອນຳມາໃຊ້ຫໍ່ຜັກສົດ ຫຼື ອາຫານ, ຄວາມຊຸ່ມຈະຮັກສາຜັກ ຫຼື ອາຫານໃຫ້ສົດຢູ່ສະເໜີ. ໃບຕອງຍັງທົົນທານຕໍ່ ຄວາມເຢັນ ແລະ ຄວາມຮ້ອນ ເມື່ອນຳໃບຕອງອາຫານແລ້ວເອົາໄປປີ້ງ, ໜື້ງ, ຕົ້ມ, ເມື່ອສຸກແລ້ວໃບຕອງຍັງຄົງຢູ່ໃນສະພາບດີ. ຈື່ງມີອາຫານຫຼາຍຢ່າງທີ່ຫໍ່ດ້ວຍໃບຕອງແລ້ວນຳໄປໜື້ງ ເຊ່ັນ: ຫໍ່ໝົກ, ເຂົ້າຕົ້ມ, ຂະໜົມຕານ, ຂະໜົມໃສ່ໄສ້ ຫຼື ເອົາໄປປີ້ງ ເຊັ່ນ ເຂົ້າໜຽວປີ້ງ ຫຼື ນຳໄປຕົ້ມ ເຊັ່ນ ເຂົ້າຕົ້ມມັດ ຫຼື້ ເຂົ້າຕົ້ມຈິ້ມ, ອາຫານເຫຼົ້ານີ້ ເມື່ອນຳໄປຕົ້ມ, ປີ້ງ ຫຼື ໜື້ງແລ້ວ ຍັງເຮັດໃຫ້ເກີດຄວາມຫອມຂອງໃບຕອງອີກດ້ວຍ, ສຳຫຼັບໃບຕອງແຫ້ງນຳມາໃຊ້ເຮັດກະທົງເພື່ອໃສ່ອາຫານ, ຫໍ່ກະລະແມ, ມວນຢາສູບ ໂດຍໃບຕອງແຫ້ງກໍ່ຈະມີກິ່ນຫອມເຊັ່ນກັນ.

ການປະກອບສ່ວນ