ໝາກເກືອ / Ebony tree

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Diospyros mollis Griff. / Ebenaceae
ຊື່ພ້ອງ
ຊື່ອື່ນ
ລາວ: ໝາກເກືອ
ໄທ: ມະເກຼືອ, ຜີເພົາ.
ກໍາປູເຈຍ: ມະກຼົວ.
ວຽດນາມ: ມາກນົວ.
ຈີນ: ຊີ.
ອັງກິດ: ebony tree.
ບັນຍາຍລັກສະນະພືດສາດ

ຕົ້ນໝາກເກືອ ເປັນຕົ້ນໄມ້ບໍ່ຫຼົ່ນໃບ, ສູງເຖິງ 15 ມ ແລະ ມີໜ້າຕ້າງ ເຖິງ 15 ຊມ (ຂະໜາດທີ່ພົບເຫັນທົ່ວໄປໃນປະຈຸບັນ-ບໍ່ແມ່ນຂະໜາດໂດຍທຳມະຊາດ). ເປືອກຂ້ອນຂ້າງໜາ, ຫຍາບ ແລະແຕກເປັນຮ່ອງ, ສີດຳໝົ່ນ. ເປືອກຊັ້ນໃນ ສີເຫຼືອງ ແລະ ໃຈໄມ້ເປັນສີດຳ. ກິ່ງງ່າ ເປັນສີໝົ່ນ ແລະ ມີຂົນ. ໃບບາງ, ມີຂະໜາດ 4-8 x 1.5-4 ຊມ, ມີຂົນທັງສອງດ້ານ ແລະເມື່ອແຫ້ງ ກາຍເປັນສີດຳ. ຊໍ່ດອກ ຍາວປະມານ 1 ຊມ, ເປັນປູດ ຮູບຮ່າງບິດບ້ຽວ ແລະ ມີດອກສີເຫຼືອງມ້ານ ມີຂົນ ແລະ ຫອມ ສີ່ດອກ. ໝາກຂ້ອນຂ້າງມົນ ມີຂະໜາດ 1.4-2.2 ຊມ, ມີກາບດອກຕິດເປັນຂວັ້ນ. ໝາກດິບ ເປັນສີຂຽວ-ເຫຼືອງ ແຕ່ເມື່ອສຸກແລ້ວ ຈະກາຍເປັນສີດຳແລະ ແຫ້ງກະດ້າງເຂົ້າ.

ບັນຍາຍການນຳໃຊ້

ໝາກເກືອ ຕອນຍັງດິບເປັນສີຂຽວ ເມື່ອສຸກຈະເປັນສີດຳ ແລະ ໃບ ໃຫ້ສີ ສີດຳ ທີ່ສາມາດໃຊ້ເປັນສີຍ້ອມຜ້າ, ແຫ ແລະ ນວດໜັງສັດໄດ້. ໝາກດິບ ສາມາດໃຊ້ເປັນຢາຂ້າແມ່ທ້ອງແຕ່ຖ້າໃຊ້ບໍ່ຖືກປະລິມານ ກໍສາມາດເປັນພິດໄດ້. ໝາກ ກິນໄດ້ ມີລົດຊາດຫວານ ແລະ ຝາດ.ເນື້ອໄມ້ທີ່ດຳຂອງມັນ ເປັນທີ່ນິຍົມກັນ ມາຜະລິດ ເປັນເຄື່ອງຫັດຖະກຳ.

ການປະກອບສ່ວນ