ຫວ້ານຫອມ / Aromatic Ginger

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Kaempferia galanga L. / Zingiberaceae
ຊື່ພ້ອງ
Alpinia sessilis J.Koenig
Kaempferia galanga var. galanga
Kaempferia galanga var. latifolia (Donn ex Hornem.) Donn
Kaempferia humilis Salisb.
Kaempferia latifolia Donn ex Hornem.
Kaempferia marginata Carey ex Roscoe
Kaempferia plantaginifolia Salisb.
Kaempferia procumbens Noronha
Kaempferia rotunda Blanco
ຊື່ອື່ນ
Eng: kencur, aromatic ginger, sand ginger, cutcherry, or resurrection lily, Galanga
Chinese: 山柰 shan nai

ບັນຍາຍລັກສະນະພືດສາດ

ເປັນພືດທີ່ມີຫົວໃຕ້ດິນເປັນຂໍ້ໆ, ທີ່ສົມອາຫານ, ລຳຕົ້ນສັ້ນໆ, ມີໃບ 2 ໃບ/ຕົ້ນ. ໃບລຽງສະລັບແຜ່ນຢູ່ເໜືອດິນ. ແຜ່ນໃບຮູບໄຂ່-ເກືອບກົມ, ກວ້າງ 5-10 ຊມ, ຍາວ 6-14 ຊມ, ປາຍແຫຼມ ຫຼື ເປັນຕີ່ງແຫຼມ, ໂຄນມົນກົມ, ຂອບໃບລຽບ ຫຼື ເປັນຄື້ນເລັກນ້ອຍ, ດ້ານລຸ່ມມີຂົນສັ້ນ. ກ້ານໃບສັ້ນໆ. ລີ້ນໃບຮູບສາມຫຼ່ຽມ, ຍາວປະມານ 3 ມມ, ປາຍມົນ, ມີຂົນ. ຊໍ່ດອກແບບກະຈະສັ້ນໆ, ເກີດຢູ່ລະຫວ່າງຊອກໃບທັ້ງສອງ. ກ້ານຊໍ່ດອກສັ້ນໆ. ໃບປະດັບຮູບໃບຫອກ, ກວ້າງ 6-12 ມມ, ຍາວ 20-30ມມ, ໃບປະດັບຍ່ອຍຮູບແຖບ, ໃບປະດັບຍ່ອຍຮູບແຖບ, ຍາວ 2-3 ຊມ, ມ້ວນເປັນຫຼອດ. ດອກສີຂາວ, ເຄີ່ງກາງເປັນສີມ່ວງອ່ອນ. ກາບດອກຍາວ 2-3 ຊມ, ໂຄນເຊື່ອມຕິດກັນເປັນຫຼອດ, ແຍກເປັນແສກເລີກດ້ານດຽວ. ກິບດອກໂຄນເຊື່ອມຕິດກັນເປັນຫຼອດຍາວປະມານ 5,5 ຊມ, ປາຍແຍກເປັນສາມແສກ, ຮູບໃບຫອກ, ກວ້າງປະມານ 4 ມມ, ຍາວ 1-2 ຊມ. ກິບປາກສີຂາວ ແຜ່ເປັນລະນາບດຽວ ຮູບໄຂ່ກັບກວ້າງ, ຍາວປະມານ 1,8 ຊມ, ປາຍແຍກສອງແສກເຖີງໂຄນກິບ ແຕ່ລະແສກມີປາຍວຳ້ຕື່ນ, ກິບຄູ່ຂ້າງທີ່ເກີດຈາກເກສອນເພດຜູ້ທີ່ເປັນໜັນຮູບໄຂ່ກັບ ຫຼື ຮູບໃບຫອກກັບ. ເກສອນເພດຜູ້ສັ້ນ, ປາຍສຸດມີສັ້ນແຍກເປັນສອງແສກ. ເຕົ້າໄຂ່ຍາວ 3-4 ມມ. ໝາກມົນກົມ. ເມັດ ສີນຳ້ຕານເມື່ອແກ່ແລ້ວ, ມີເຍື້ອຫຸ້ມສີຂາວ. 

ບັນຍາຍການນຳໃຊ້

ຫົວ ແລະ ໃບຈະມີກີ່ນຫອມ, ສ່ວນຫຼາຍແມ່ນມັກເອົາມາຕົ້ມໃສ່ກັບໄກ່ໃຫ້ແມ່ຢູກຳກີນ ເພື່ອບຳລັງເລືອດ, ແຕ່ກໍ່ຍັງມີປະໂຫຍດຫຼາຍຢ່າງເຊັ່ນ: ໃບອ່ອນສາມາດກີນໄດ້ ແລະ ນຳເອົາໃບມາຕໍ່າໃຫ້ມູ່ນແລ້ວເອົາມາທາພະຍາດຂີ້ກ້ຽນຕາມຜີວໜັງສາມາດຮັກສາໄດ້. ດອກຂອງມັນຈະມີລັກສະນະອ່ອນນຸ່ມອວບນ້ຳສາມາດເອົາຄັ່ນເອົານ້ຳຈາກດອກໃສ່ຕາເວລາຄັດເຄືອງຕາ ຫຼື ຂີ້ຝຸ່ນ ແລະ ຂີ້ເຫຍື່ອເຂົ້າຕາໃຫ້ອອກໄດ້. ຕົ້ນ, ແກ້ທ້ອງອືດ, ທ້ອງເຟີ, ຫົວໃຊ້ຂັບເລືອດ ແລະ ຝີນອງຕົກໃນ, ແກ້ລົມຜິດ, ແກ້ຜື່ນຄັນ, ແກ້ໄອ, ແກ້ບາດແຜ, ຫົວ ແລະ ໃບ ໃຊ້ໃນການປຸງແຕ່ງອາຫານໄດ້. ວີທີການໃຊ້: ເອົາທັງຕົ້ນສົດ 10-15 ກຣາມ ຫັ່ນເປັນຕອນນ້ອຍໆ ຫົວ ສົດໃຊ້ ½ ຂອງໜື່ງກຳມື, ຕົ້ມກັບນ້ຳ 1 ຈອກ, ດື່ມ 1-2 ຄັ້ງຕໍ່ວັນ. 
 

ການປະກອບສ່ວນ