ມານຂ່າ / Smaller Banana Flower Galangal

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Alpinia roxburghii Sweet / Zingiberaceae
ຊື່ພ້ອງ
Alpinia blepharocalyx K.Schum.
Alpinia blepharocalyx var. glabrior (Hand.-Mazz.) T.L.Wu
Alpinia bracteata Roxb.
Languas blepharocalyx (K.Schum.) Hand.-Mazz.
Languas blepharocalyx var. glabrior Hand.-Mazz.
ຊື່ອື່ນ
Vietnamese: họ Gừng
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກຫຼາຍປີ, ມີເຫງົ້າໃຕ້ດິນເປັນເຫງົ້າຂະໜາດໃຫຍ່, ລຳຕົ້ນສູງປະມານ 1,4-3 ມ, ມັກເກີດເປັນສຸ່ມ, ມີໃບ 7-12 ໃບ. ໃບຈັບເປັນລະນາບດຽວ, ແຜ່ນໃບຮູບຂອບຂະໜາດ ກວ້າງ 7-12 ຊມ, ຍາວ 60-72 ຊມ, ປາຍຮຽວແຫຼມ, ໂຄນໃບຕັດມົນ, ຂອບໃບລຽບ, ດ້ານນອກກ້ຽງ, ດ້ານລຸ່ມມີຂົນນຸ່ມ, ກ້ານໃບຍາວໄດ້ເຖີງ 3 ຊມ. ລີ້ນໃບຮູບຄ້າຍສາມຫຼ່ຽມກົກກວ້າງ, ຍາວປະມານ 1 ຊມ. ຊໍ່ດອກແບບຊໍ່ກະຈະ ເກີດທີ່ປາຍລຳຕົ້ນ, ຮູບຊົງກະບອກຍາວ 20-35 ຊມ. ໃບປະດັບຊໍ່ດອກຮູບຮີແກມຮູບຂອບຂະໜານ ຍາວປະມານ 3,8 ຊມ, ໃບປະດັບຍ່ອຍສັ້ນໆ.  ກ້ານຊໍ່ດອກຍາວປະມານ 6 ຊມ, ກາບດອກສີນ້ຳຕານ, ຈະລ່ວງຫຼົ່ນເມື່ອດອກບານ. ດອກສີຂາວປົນສີເຫຼືອງ ທາງດ້ານໃນສີແດງ. ກາບດອກເປັນຫຼອດເຊື່ອມຕິດກັນຍາວປະມານ 6 ມມ, ປາຍແຍກເປັນສາມແສກ, ສີຂາວ, ຮູບຂອບຂະໜານແຄບ ກວ້າງ 1-1,8 ຊມ, ຍາວ 2,3 ຊມ, ປາຍສຸດມີສາມແສກ. ກິບດອກໂຄນເຊື່ອມຕິດກັນເປັນຫຼອດຍາວ 1,2 ຊມ, ປາຍແຍກເປັນສາມແສກສີຂາວ, ຮູບຂອບຂະໜານແຄບ, ກວ້າງ 1,6 ຊມ, ຍາວ 3-4 ຊມ, ປາຍມົນໂຄ້ງ. ກິບປາກສີເຫຼືອງ, ມີເສັ້ນສີແດງຫ່າງໆ ຂ້າງແຜ່ນກິບທັ້ງສອງຂ້າງ, ກິບຄ້າຍຮູບຫົວໃຈກັບ ກວ້າງ ແລະຍາວປະມານ 5 ຊມ, ປາຍຮຽວແຫຼມ ຫຼື ມັນ, ກິບຄູ່ຂ້າງທີ່ເກີດຈາກເກສອນເພດຜູ້ທີ່ເປັນໜັນຮູບແຖບ, ຍາວປະມານ 8 ມມ, ເກສອນເພດຜູ້ຍາວປະມານ 3,6 ຊມ. ເຕົ້າໄຂ່ຍາວປະມານ 7 ມມ. ໝາກມົນກົມ, ເສັ້ນຜ່ານສູນກາງປະມານ 1 ຊມ, ເປືອກໜາແຂງ, ມີຂົນ. ແກ່ນສີດຳອົມນ້ຳຕານເມື່ອແກ່ນແກ່ແລ້ວ. 

ບັນຍາຍການນຳໃຊ້

ດອກອອກ ແລະ ຊໍ່ດອກອ່ອນແມ່ນຖືກເກັບກູ້ຈຳນວນຫຼວງຫຼາຍໃນແຕ່ລະປີເຮັດໃຫ້ພວກມັນບໍ່ສາມາດຂະຫຍາຍພັນດ້ວຍແກ່ນໄດ້ເພາະດອກອ່ອນທີ່ຈະສ້າງເປັນເມັດຈະຖືກເອົາໄປກີນ ແລະ ຂາຍໝົດ, ຕາມຕະຫຼາດໃນຊົນນະບົດ ຫຼື ຂ້າງທາງທາງພາກເໜືອຂອງລາວຈະພົບວ່າຖືກເກັບມາຂາຍໂດຍເຮັດເປັນມັດໆ, ເຊິ່ງມັດໜື່ງຈະມີຢູ່ປະມານ 15-20 ຊໍ່ດອກອ່ອນ, ທີ່ເຮັດເປັນມັດນັ້ນແມ່ນເພື່ອເອົາມາຂາຍ. ແຕ່ເລື່ອງມາເຮັດກີນແມ່ນເພີ່ນໄດ້ເອົາມາລວກກັບແຈ່ວ ຫຼື ປີ່ງໃຫ້ສຸກແລ້ວເອົາມາເຮັດແຈ່ວດອກຂ່າຈະມີລົດຊາດເພັດເລັກນ້ອຍ. 

ການປະກອບສ່ວນ