ເອືອງເຂົ້າສານ / Compact Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium compactum Rolfe ex W.Hackett./Orchidaceae
ຊື່ພ້ອງ
Dendrobium wilmsianum Schltr.
ຊື່ອື່ນ
Chinese: Cao Shi Hu
Thai: Ueang Khao Tok
ບັນຍາຍລັກສະນະພືດສາດ

ເປັນຕົ້ນດອກເຜິ້ງອີງອາໄສຕົ້ນໄມ້ອື່ນ, ຂະຫຍາຍທາງດ້ານຂ້າງ. ລຳຕົ້ນເປັນທ່ອນກົມ, ສ້ວຍປາຍ, ຂະໜາດ 3-6 x 0.5-1 ຊມ, ອອກເປັນຈຸ້ມກັນ, ຮາກອອກຢູ່ໂຄນຫຼາຍພໍສົມຄວນ. ໃບເປັນຮູບຂອບຂະໜານແກມຮູບຮີ, ຂະໜາດ 3-5 x 1 ຊມ, ແຜ່ນໃບບາງ ແລະ ຫຍາບ. ຊໍ່ດອກສັ້ນເກີດຕາມຂໍ້ ແລະ ຍອດ, ດອກບານພ້ອມກັນ 2-4 ດອກຕໍ່ຊໍ່, ມີ 5-7 ດອກຕໍ່ຊໍ່. ດອກສີຂາວປົນສີເຫຼືອງອ່ອນ. ກາບດອກ ແລະ ກີບດອກຮູບຫອກ, ປາຍແຫຼມ, ມີຄາງດອກ. ກີບປາກເປັນແຜ່ນກວ້າງ ສີຂາວປົນສີຂຽວ, ປາຍກີບເປັນແຜ່ນໜາ ແລະ ຍັບຍໍ້, ອອກສີຂຽວອ່ອນ, ໃບຊ້ອນຊໍ່ດອກນ້ອຍເປັນຮູບສາມຫຼ່ຽມ. ເມື່ອບານສຸດດອກຈະກວ້າງປະມານ 0.6 ຊມ, ດອກບານນານເຖີງ 3-4 ວັນ.

ບັນຍາຍການນຳໃຊ້

ເອື້ອງເຂົ້າສານໃຊ້ເປັນພືດປະດັບ ແລະ ເປັນທີ່ຕ້ອງການຂອງຕະຫຼາດເພາະເປັນດອກເຜີ້ງທີ່ຫາຍາກທີ່ສຸດ, ຄົນໜຶ່ງສາມາດເກັບໄດ້ບໍ່ກາຍ 0,3 ກລ/ວັນ, ຂາຍກັນໃນລາຄາ 80,000 ກິບ/ກລ (ສົດ )

ການປະກອບສ່ວນ