ຜັກຫວານປ່າ / Melientha

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Melientha suavis Pierre / Opiliaceae
ຊື່ພ້ອງ
Melientha suavis subsp. macrocarpa Hiepko
Melientha suavis subsp. suavis
ຊື່ອື່ນ
ໄທ: ຜັກຫວານປ່າ.
ຫວຽດນາມ: ໂຣຊາງ, ໂຣຊາງຈົວຮົງ, ຊາງ, ລາຊາງ, ຍອດຣຸງ, ໂຣຍຸງ.
ກຳປູເຈຍ: ດາອາມເປຣັກ.
ອັງກິດ: melientha
ບັນຍາຍລັກສະນະພືດສາດ

ຕົ້ນຜັກຫວານ ເປັນພືດປ່ຽນໃບ, ມີຂະໜາດຄວາມສູງເຖິງ 13 ມ ມີເຮືອນຍອດເປັນຮູບຊົງບັ້ງ, ກິ່ງງ່າ, ຫຼຸບ ຫຼື ກ່ອງລົງລຸ່ມ. ໃບຂອງມັນແຂງ ແລະ ເປັນຮູບໄຂ່, ມີຂະໜາດ 4-16 x 2.5-7 ຊມ. ຊໍ່ດອກເປັນຈຸ້ມ ປະກອບດ້ວຍສີ່ ຫາ ຫ້າດອກ, ທີ່ມີຄວາມຍາວ 15-20 ຊມ ແລະ ເກີດຂຶ້ນຢ່າງບໍ່ເປັນລະບຽບ ຕາມປຸ່ມຂອງລຳຕົ້ນ, ງ່າ ຫຼື ຫູໃບ. ດອກມີຂະໜາດ 1.5 ມມ ເປັນສີຂຽວອ່ອນ ມີກິ່ນຫອມ. ໝາກເປັນໜ່ວຍກົມໆ, ສີຂຽວອົມເຫຼືອງມີເນື້ອຫຼາຍ, ເປັນພົ້ວ, ມີຂະໜາດ 2.3-4  x 1.5-2 ຊມ ແລະ ມີແກ່ນດຽວ. ຜັກຫວານ ສາມາດແຍກອອກໄດ້ເປັນສອງຊະນິດ, ຊຶ່ງເກີດໃນປ່າປະເພດຕ່າງກັນ ຄື: ຜັກຫວານໂຄກ ເກີດຢູ່ໃນເຂດປ່າໂຄກ ແລະ ຜັກຫວານດົງ ແມ່ນເກີດໃນປ່າດົງດິບ. ຜັກຫວານດົງ ມີລັກສະນະຄ້າຍຄືກັນກັບ Urobotrya siamensis Hiepko, ຊຶ່ງໃບບັນຈຸມີທາດເບື່ອ ແຕ່ສາມາດຈຳແນກໄດ້ ໂດຍໝາກຂອງມັນທີ່ເປັນສີແດງ ມີຂະໜາດຄວາມຍາວ 1 ຊມ. ນອກນີ້ ຍັງມີຜັກຫວານຊະນິດອື່ນໆ ທີ່ເກີດຢູ່ໃນລາວ ແຕ່ວ່າມາຈາກສະກຸນຕ່າງກັນເຊັ່ນ: ຜັກຫວານບ້ານ(Sauropus spp., Euphorbiaceae) ຊຶ່ງຄົນມັກປູກຕາມສວນຄົວ.

ບັນຍາຍການນຳໃຊ້

ຜັກຫວານ ເປັນຜັກປ່າຊະນິດໜື່ງ ຊຶ່ງຍອດອ່ອນ, ຊໍ່ດອກ ແລະ ໝາກອ່ອນຂອງມັນ ໄດ້ຖືກນຳມາປຸງແຕ່ງເປັນອາຫານ ໃສ່ກັບປາ ຫຼື ແຈ່ວຍອດຫວາຍ. ໝາກສຸກຂອງມັນ ກໍ່ກິນໄດ້ເຊັ່ນກັນ. ໃບແກ່ຂອງມັນໃຊ້ສຳລັບປົວອາການເຈັບຄໍຂອງເດັກນ້ອຍ ແລະ ຮາກນັ້ນບາງເທືອກໍໃຊ້ປິ່ນປົວອາການເປັນໄຂ້.

ການປະກອບສ່ວນ