ພືດຕະກຸນຂີງ, ຂ່າ, ໝາກແໜ່ງໃນ ສປປ ລາວ

ພືດຕະກຸນຂີງ, ຂ່າ, ໝາກແໜ່ງ ເປັນພືດທີ່ມີຄວາມສຳຄັນ ແລະ ມີລັກສະນະທີໂດດເດັ່ນໃນກຸ່ມຂອງພືດໃບລ້ຽງດຽວ. ເຊິ່ງໃນທົ່ວໂລກມີປະມານ 1500 ຊະນິດ ແລະ 55 ສະກຸນ. ຈຳນວນຊະນິດທີ່ມີການກະຈາຍພັນຫຼາຍທີ່ສຸດແມ່ນຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້, ເປັນເຂດທີ່ມີອາກາດອົບອຸ່ນ. ພືດຕະກຸນນີ້ມີຄວາມສຳຄັນຕໍ່ການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ເຊັ່ນ: ຂີງ, ຂ່າ, ໝາກແໜ່ງ ເຊີ່ງພົບວ່າເປັນພືດທີ່ມີການນຳໃຊ້ຫຼາຍ ປະຈຸບັນໄດ້ມີການພັດທະນາເປັນທຸລະກິດທາງດ້ານກະສິກຳ. ໂດຍສະເພາະ ໝາກແໜ່ງແມ່ນກຸ່ມພືດທີ່ກະຈາຍພັນກວ້າງ ແລະ ມີຄວາມຫຼາກຫຼາຍທາງດ້ານຊະນິດ, ມີຂະໜາດກາງ, ເກີດເປັນ ສຸ່ມ ຫຼື ແຜ່ກວ້າງອອກ. ໝາກແໜ່ງຫຼາຍຊະນິດແມ່ນຖືກນຳໃຊ້ມາຍາວນານ ສຳຫຼັບເຄື່ອງເທດ ໃນແກງຕາມໆ. Wurfbainia longiligularis ແລະ W. villosa var. xanthioides ແມ່ນໄດ້ມີການປູກຢ່າງກວ້າງຂວາງໃນລາວ ແລະ ຫວຽດນາມ. ໝາກແໜ່ງຫຼາຍຊະນິດໄດ້ນຳໃຊ້ເຂົ້າເປັນ ສ່ວນປະສົມຂອງຢາຕົ້ມອາບ ແລະ ຮົມ ໃນລາວເຮົາ. ໃນປະຈຸບັນລາວເຮົາມີຈຳນວນ 156 ຊະນິດ, 14 ສະກູນ. ເຊີ່ງມີຄວາມຫຼາກຫາຍທາງດ້ານຊະນິດ ແລະ ລັກສະນະເດັ່ນແຕກຕ່າງກັນໄປແຕ່ລະສະກູນ.

 

ວິທີການອ້າງອີງ: ແກ້ວອຸດອນ ສຸວັນນະກູມມານ ແລະ ວີຈິດ ລຳໄຊ. (2020-).ພືດຕະກຸນຂີງ, ຂ່າ, ໝາກແໜ່ງໃນ ສປປ ລາວ. Retrieved from https://www.phakhaolao.la (ວັນທີ່ເດືອນປີ)

ການປະກອບສ່ວນ