ໄມ້ໃຫ້ສີ ເຄື່ອງສີໃດທີ່ທ່ານຕ້ອງການ

Andy Souvanphakdy
ຫຼາກຫຼາຍສີສັນຈາກທຳມະຊາດ ໂດຍສະເພາະພຶກສາສາດ ສາມາດນຳມາສະກັດເປັນສີອາຫານ ແລະ ຍ້ອມຜ້າໄດ້
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ດັ່ງທີ່ຫຼາຍໆທ່ານຮູ້ແລ້ວວ່າ ທຳມະຊາດນັ້ນມີຄວາມສວຍງາມ ປະກອບດ້ວຍສີສັນຫຼາກຫຼາຍຈົນໜ້າມະຫັດສະຈັນ ເຊິ່ງຄວາມງົດງາມເຫຼົ່ານີ້ກໍໄດ້ຖືກນຳໃຊ້ເຂົ້າໃນການນຳລົງຊີວິດປະຈຳວັນຂອງມະນຸດເຮົາມາດົນນານ ຜ່ານພູມປັນຍາທີ່ສືບທອດກັນມາ

ໂດຍປົກກະຕິແລ້ວ ຄົນເຮົາກໍມີພື້ນຖານຕິດພັນກັບທຳມະຊາດຢູ່ແລ້ວ ດັ່ງນັ້ນຈຶ່ງໄດ້ເພິ່ງພາອາໄສທຳມະຊາດເປັນທຳມະດາ ຢ່າງເຊັ່ນການຕົບແຕ່ງເສື້ອຜ້າໃຫ້ມີສີສັນ ກໍນຳໃຊ້ວັດສະດຸທຳມະຊາດ ຈາກໄມ້ໃຫ້ສີເຊັ່ນ:

  • ສີຂຽວອ່ອນ ຈາກເປືອກຕົ້ນໝາກລີ້ນໄມ້.​ ໝາກລີ້ນໄມ້ນອກຈາກຈະໃຊ້ຍ້ອມສີແລ້ວຍັງມີສັບພະຄຸນເປັນຢາຮັກສາພະຍາດບາດແຜໃນກະເພາະອາຫານ, ຫິດ ແລະ ພະຍາດຜີວໜັງອື່ນໆ. 

  • ສີດຳຈາກ ໝາກເກືອ. ໝາກດິບ ສາມາດໃຊ້ເປັນຢາຂ້າແມ່ທ້ອງແຕ່ຖ້າໃຊ້ບໍ່ຖືກປະລິມານ ກໍສາມາດເປັນພິດໄດ້

  • ສີຂຽວເຫຼືອງ ໃບສົ້ມມໍ

  • ສີມ່ວງແດງຈາກເປືອກໝາກຂາມແພບ. ນອກນີ້ຍັງມັກຖືກໃຊ້ເຮັດຂອງຫວານ ຫຼື ເປັນເຄື່ອງປຸງອາຫານເພື່ອໃຫ້ໄດ້ລົດສົ້ມ

  • ສີນໍ້າຕານແດງ ຈາກເປືອກໝາກພ້າວ

  • ສີສົ້ມຈາກໝາກຄຳແສດ. ຕົ້ນຄຳແສດ ເປັນໄມ້ຟຸ່ມສີຂຽວຕະຫຼອດປີ ເມັດຂອງໝາກຄຳແສດມີຄຸນຄ່າທາງໂພຊະນາການສູງປະກອບດ້ວຍໄຂມັນຈຳນວນໜ້ອຍ 5% ແລະ ໂປຣຕິນ 13%

  • ສີແດງອົມສົ້ມ, ເຫຼືອງອົມສົ້ມ, ຂຽວອ່ອນ ຈາກຮາກ ແລະ ແກນຕົ້ນໝາກຍໍ.​ນອກນີ້ ຍັງສາມາດປ້ອງກັນເຕຕານົດ, ແກ້ຖອກທ້ອງ ແລະ ຂັບປະຈຳເດືອນໄດ້ຈາກ ຮາກ, ໃບ ແລະ ໝາກໝາກຍໍ

  • ສີເຫຼືອງ ສີນໍ້າຕານຈາກ ໝາກແກນຕົ້ນໝາກໝີ້

ນອກຈາກໄມ້ໃຫ້ສີທີ່ດັ່ງກ່າວ ໃນປະເທດລາວຍັງມີໄມ້ໃຫ້ສີອີກຫຼາກຫຼາຍຊະນິດເຊິ່ງຖືກນຳໃຊ້ໃນຂະບວນການຕ່າງໆ

ອ່ານເພີ່ມເຕີມກ່ຽວກັບການຍ້ອມສີທຳມະຊາດ

phakhaolao.la
ໄມ້ໃຫ້ສີ

 

ການປະກອບສ່ວນ