ໂພຊະນາການອາຫານພື້ນເມືອງ ຈາກວັດຖຸດິບພື້ນບ້ານ

Andy Souvanphakdy
ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ນຳໄປສູ່ການປຸງແຕ່ງອາຫານຈານພິເສດ ມີຄຸນຄ່າທາງໂພຊະນາການ ຕິດພັນກັບປະເພນີລາວ
ເຮືອນຄົວລາວ
phakhaolao.la
phakhaolao.la

ປະເທດລາວມີອາຫານທີ່ມີລົດຊາດແຊບເປັນເອກະລັກ ແລະ ນິຍົມຮັບປະທານຫຼາກຫຼາຍປະເພດ ໂດຍອີງຕາມລະດູການຂອງທຳມະຊາດ ເຊັ່ນ ວັດຖຸດິບຕາມລະດູການ ຂອງແຕ່ລະທ້ອງຖິ່ນ, ເຊິ່ງສ່ວນໃຫ່ຍອາຫານທີ່ນິຍົມຮັບປະທານໃນແຕ່ລະມື້ ມັກປຸງແຕ່ງຈາກວັດຖຸດິບ ພືດຜັກສະໝຸນໄພພື້ນບ້ານທີ່ຫາໄດ້ພາຍໃນທ້ອງຖິ່ນ ຫຼື ຈາກສວນຜັກຄົວເຮືອນ

ດັ່ງທີ່ຫຼາຍທ່ານຮູ້ ປະເທດລາວອຸດົມສົມບູນໄປດ້ວຍຊີວະນາໆພັນ ພືດຜັກນາໆຊະນິດ ເຊິ່ງນຳພາໄປສູ່ການປະກອບອາຫານເພື່ອລ້ຽງຊີບ ແລະ ເປັນເອກະລັກປະຈຳທ້ອງຖິ່ນຕ່າງໆໃນ ສປປ ລາວ ແລະ ຍັງເຕັມໄປດ້ວຍໂພຊະນາການທາງດ້ານອາຫານ

ທັງນີ້ ອາຫານພື້ນບ້ານປຸງແຕ່ງໄດ້ງ່າຍດາຍແຕ່ມີຄວາມພິເສດຫຼາຍ ແຕ່ລະພື້ນທີ່ມີເອກະລັກການປຸງແຕ່ງອາຫານທີ່ໂດດເດັ່ນເປັນຂອງໃຜລາວ ເຊັ່ນ: ເຂົ້າຕົ້ມ ເປັນອາຫານດັ້ງເດີມທີ່ຕິດພັນກັບຫຼາກຫຼາຍປະເພນີໃນລາວ, ນອກນັ້ນຍັງມີຫຼາກຫຼາຍລົດຊາດໃຫ້ເລືອກຮັບປະທານໄດ້ ໂດຍສະເພາະເຂົ້າຕົ້ມຖົ່ວດຳ ເຊິ່ງມີຄຸນຄ່າທາງໂພຊະນາການຫຼາຍຢ່າງດັ່ງນີ້: 327 ແຄລໍຣີ/ຖົ່ວດຳ100 ກຼາມ, ໂປຣຕີນສູງ 20.9 g/100 g, ແຄຊຽມສູງ (200 mg) ແລະ ທາດເຫຼັກ (10.9 mg) ເຊິ່ງວັດຖຸດິບປະກອບມີ: ເຂົ້າ 1 kg, ຖົ່ວດຳ 3 g, ເກືອ 1 ບ່ວງຊາ 

phakhaolao.la

ວິທີເຮັດເຂົ້າຕົ້ນຖົ່ວດຳ

ນອກນັ້ນ ກໍຍັງມີອາຫານອື່ນໆຊ່ວຍເພີ່ມໂພຊະນາການນຳອີກເຊັ່ນ: ສັງຂະຫຍາໝາກອຶ, ເຂົ້າໜົມມັນຕົ້ນ, ແໜມໝາກອຶ ເປັນຕົ້ນ. ປະເພດອາຫານທີ່ຄົນລາວນິຍົມປຸງແຕ່ງມີຫຼາກຫຼາຍປະເພດເຊັ່ນ: ຕົ້ມ, ແກງ, ປີ້ງ ຫຼື ເຜົາ, ໝົກ, ຂົ້ວຈືນ, ແຈ່ວ, ລາບກ້ອຍ, ເຄື່ອງດອງຕ່າງໆ ແລະ ຂອງຫວານເປັນຕົ້ນ.

ດ້ວຍເຫດຜົນເຫຼົ່ານີ້ ການສົ່ງເສີມເຕັກນິກການປູກ ອະນຸຮັກເສີມຂະຫຍາຍ ຊະນິດພືດຜັກພື້ນເມືອງ ຊີວະນາໆພັນ ເພື່ອການບໍລິໂພກເປັນອາຫານຈຶ່ງເປັນໜຶ່ງສິ່ງທີ່ສຳຄັນ ນອກຈາກຈະສາມາດປຸງແຕ່ງໄດ້ງ່າຍດ້ວຍຕົນເອງ ດີຕໍ່ສຸຂະພາບຮ່າງກາຍແລ້ວ ຍັງເປັນການອະນຸຮັກປະເພນີວັດທະນະທຳ ຢ່າງອາຫານພື້ນເມືອງ ແລະ ຍັງປະຢັດຄ່າໃຊ້ຈ່າຍ ຫາວັດຖຸດິບຕາມຮົ້ວສວນ ຫຼື ຈະປູກເອງໄວ້ກິນຍາວນານ ກໍໄດ້ ຫຼຸດຜ່ອນຄວາມກັງວົນເລື່ອງຄວາມປອດໄພອາຫານ

ການປະກອບສ່ວນ