ເປັນຫຍັງຈື່ງຕ້ອງນຳໃຊ້ ພືດເປັນຢາ ?

Andy Souvanphakdy
ເຄີຍມີຄຳຖາມບໍ່ ທັງໆທີ່ມີຮ້ານຂາຍຢາ ທີ່ສາມາດຕອບສະໜອງຢາປິ່ນປົວໃຫ້ເຮົາໄດ້ຊົມໃຊ້ ແລ້ວເປັນຫຍັງບາງທ່ານຈຶ່ງມີຄວາມສົນໃຈທີ່ຈະນຳໃຊ້ພືດເປັນຢາ. ມື້ນີ້ພາເຂົ້າລາວມີຄຳຕອບທີ່ອາດຈະເປັນຄວາມຮູ້ບໍ່ຫຼາຍກໍໜ້ອຍມາໃຫ້ທ່ານໄດ້ສຶກສາໄປນຳກັນ
ພູມປັນຍາທ້ອງຖິ່ນ
phakhaolao.la
phakhaolao.la

ການເວລາຜັນປ່ຽນ ໂລກໝຸນວຽນເປັນທຳມະດາທີ່ທຸກຢ່າງຈະຕ້ອງມີການປ່ຽນແປງ ແລະ ພັດທະນາ ໜຶ່ງໃນນັ້ນກໍຄືວິທີການຮັກສາ ແລະ ປິ່ນປົວພະຍາດຂອງມະນຸດເຮົາ ເມື່ອສັງເກດຈະເຫັນໄດ້ວ່າ ປະຈຸບັນມີເຄື່ອງໄມ້ເຄື່ອງມື ແລະ ຢາປິ່ນປົວຫຼາກຫຼາຍຊະນິດໄດ້ຮັບການພັດທະນາຂຶ້ນ ທັງນີ້ກໍເພື່ອຕອບໂຈດເຖິງຄວາມເໝາະສົມ ແລະ ຄວາມຮຽກຮ້ອງຕ້ອງການຂອງຄວາມເປັນຈິງ, ແຕ່ເມື່ອກ່ອນ ໃນອາດີດປະຊາຊົນມີພຽງພູມປັນຍາຊາວບ້ານເທົ່ານັ້ນ ແລະ ການນຳໃຊ້ພືດເປັນຢາກໍເປັນວິທີໜຶ່ງທີ່ຖືກນຳໃຊ້ ເຊັ່ນດຽວກັນປະຈຸບັນການນຳໃຊ້ພູມປັນຍານີ້ກໍຍັງໄດ້ຮັບການນຳໃຊ້ຢູ່ ໂດຍສະເພາະປະຊາຊົນໃນຂົງເຂດຊົນນະບົດ ຫ່າງໄກຈາກໂຮງໝໍທາງດ້ານວິທະຍາສາດທີ່ທັນສະໄໝຢູ່ໃນເມືອງ 

ດັ່ງນັ້ນເພື່ອເປັນຄວາມຮູ້ ທ່ານສາມາດສຶກສາເຖິງຂໍ້ດີຂອງການນຳໃຊ້ພືດເປັນຢາໄດ້ດັ່ງຕໍ່ໄປນີ້:

  1. ພືດເປັນຢາສ່ວນຫຼາຍແມ່ນມີຄວາມປອດໄພ, ຈະບໍ່ມີພິດ ແລະ ບໍ່ມີຜົນຂ້າງຄຽງ
  2. ພືດເປັນຢາສ່ວນຫຼາຍຈັດຫາໄດ້ງ່າຍຕາມໄຮ່ນາຮົ້ວສວນ ແລະ ຕາມທຳມະຊາດ, ຊ່ວຍປະຢັດໃນການໃຊ້ຈ່າຍໃນຄົວເຮືອນ
  3. ເໝາະສົມກັບຜູ້ທີ່ຢູ່ຫ່າງໄກສອກຫຼີກ ຕາມຊຸມຊົນທີ່ມີເງື່ອນໄຂໄດ້ຮັບການບໍລິການ ດ້ານສາທາລະນະສຸກຢ່າງຈຳກັດ
  4. ອາດສາມາດເປັນພືດເສດຖະກິດ, ສ້າງລາຍຮັບໃຫ້ຊຸມຊົນປະກອບສ່ວນລຶບລ້າງຄວາມທຸກຍາກ

ຮູ້ແບບນີ້ແລ້ວ ຫວັງວ່າຫຼາຍໆທ່ານອາດຈະມີຄວາມສົນໃຈກ່ຽວກັບພືດເປັນຢາຫຼາຍຂຶ້ນແມ່ນບໍ? ຖ້າຄຳຕອບຂອງທ່ານວ່າແມ່ນແລ້ວສາມາດສຶກສາກ່ຽວກັບພືດແຕ່ລະຊະນິດໄດ້ທີ່ https://www.phakhaolao.la/kb/browse

ຕົ້ນໄມ້ຢາແມ່ນຊັບພະຍາກອນອັນລໍ້າຄ່າຊອງປະເທດຊາດ, ບັນພະບຸລຸດຂອງລາວໄດ້ໃຊ້ປະໂຫຍດຕົ້ນໄມ້ມທີ່ເປັນຢາເຂົ້າໃນການປ້ອງກັນພະຍາດ, ປິ່ນປົວ ແລະ ສົ່ງເສີມສຸຂະພາບ ເຊິ່ງຕົ້ນໄມ້ເປນຢາຕົ້ນໜຶ່ງມີປະໂຫຍດດ້ານການປິ່ນປົວຢ່າງກວ້າງຂວາງ ຂໍ້ມູນເພີ່ມເຕີມກ່ຽວກັບປະຫວັດການນຳໃຊ້ຢາພື້ນເມືອງໄດ້ທີ່ ເລື່ອງເລົ່າ

 

 

ຂອບໃຈທີ່ມາ: ຕົ້ນໄມ້ເປັນຢາຂອງລາວ, ກະຊວງສາທາລະນະສຸກ, ສະຖາບັນການແພດ ແລະ ການຢາພື້ນເມືອງ

ການປະກອບສ່ວນ