ເຂດປ່າສະຫງວນແຫ່ງຊາດ ຂອງ ສປປ ລາວ

Sakhone INTHAVONG
ປ່າສະຫງວນແຫ່ງຊາດມີຢູ່ໃສແດ?
ຊີວະນາໆພັນກະສິກຳ
ເຂດປ່າສະຫງວນແຫ່ງຊາດ ຂອງ ສປປ ລາວ
Markus O.KukkonenaI & lpoTammi

ປະເທດເຮົາເກືອບ 68 % ຂອງເນື້ອທີ່ຖືກປົກຄຸມດ້ວຍປ່າດົງດິບມາແຕ່ເດີມ, 23%  ເປັນປ່າປະສົມ ແລະ 7% ເປັນປ່າໂຄກ (ບົດລາຍງານແຫ່ງຊາດຂອງ ສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ Mackinnon. 1986).

ຕົວເລກດ້ານການປົກຄຸມຂອງປ່າໄມ້ຂອງລັດຖະບານແມ່ນ 47% ໃນປີ 1998  (ອ້າງຈາກ ອວຕສ 2001). ທະນາຄານໂລກໄດ້ຄາດຄະເນວ່າ 80% ຂອງເນື້ອທີ່ປະ ເທດລາວທີ່ປົກຄຸມດ້ວຍປ່າໄມ້ນັ້ນ ຫຼາຍກວ່າເຄິ່ງໜຶ່ງຂອງປ່າໄມ້ນັ້ນແມ່ນເຊື່ອມໂຊມທີ່ສຸດ ແລະ ບໍ່ໄດ້ປະກອບເປັນເນື້ອທີ່ປົກຄຸມຂອງປ່າ (ບົດລາຍງານແຫ່ງຊາດຂອງ  ສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງອີງຈາກ World bank. 2001).

ແນວໃດກໍ່ຕາມຕົວເລກດັ່ງກ່າວຍັງບໍ່ທັນແນ່ນອນ, ລັດຖະບານ  ກຳລັງດຳເນີນການ ເລື່ອງຕົວເລກເປີເຊັນການປົກຄຸມຂອງປ່ານີ້ຢູ່, ເຖິງວ່າຂໍ້ມູນການປະເມີນຂອງ DTZMRC ໄດ້ລາຍງານວ່າ ລາວຍັງມີປ່າພຽງ 39,7% ແຕ່ຕົວເລກນີ້ລາວກໍ່ ຍັງບໍ່ທັນຮັບຮອງເທື່ອ. ສິ່ງທີ່ແນ່ນອນທີ່ສຸດແລ້ວກໍ່ຄື: ໃນປີ 1993 ລັດຖະບານລາວ  ໄດ້ສ້າງຕັ້ງລະບົບປ່າສະຫງວນລະດັບຊາດ ທີ່ໄດ້ຮັບການປົກປ້ອງຕາມກົດໝາຍ 20  ແຫ່ງ ກວມເອົາ 12,5%, ລະດັບແຂວງທຸກແຂວງ 8,5% ລວມທັງໝົດປະມານ 21%  ຂອງເນື້ອທີ່ທົ່ວປະເທດຕາມລຳດັບ, ຊຶ່ງເປັນໜຶ່ງໃນອັດຕາສ່ວນສູງທີ່ສຸດໃນໂລກ (IUCN ປະຈຳ ສປປ ລາວ 1999) ແລະ ມາຮອດປັດຈຸບັນປ່າສະຫງວນແຫ່ງຊາດມີ  ຈໍານວນ 24 ແຫ່ງໄດ້ກະຈາຍຢູ່ທຸກພາກຂອງປະເທດ ດັ່ງສະແດງໃນຕາຕະລາງລຸ່ມນີ້:
ລ/ດ ຊື່ປ່າສະຫງວນ
1 ພູແດນດິນ 222.000 29.10.1993 ຜົ້ງສາລີ
2 ນໍ້າຫ່າ 222.400 29.10.1993 ຫຼວງນໍ້າທາ
3 ນໍ້າກ່ານ 136.000 29.10.1993 ບໍ່ແກ້ວ
4 ນໍ້າແອດ 170.000 29.10.1993 ຫົວພັນ
5 ພູເລີຍ 150.000 29.10.1993 ຫົວພັນ/ຫຼວງພະບາງ/ຊຽງຂວາງ
6 ນໍ້າຊໍາ 70.000 29.10.1993 ຫົວພັນ¬ 
7 ນໍ້າປຸຍ 191.200 29.10.1993 ໄຊຍະບູລີ
8 ພູພະນັງ 70.000 29.10.1993 ວຽງຈັນ/ນະຄອນຫຼວງ
9 ພູເຂົາຄວາຍ 200.000 29.10.1993 ວຽງຈັນ/ນະຄອນຫຼວງ/ບໍລິຄໍາໄຊ
10 ນໍ້າກະດິງ 169.000 29.10.1993 ບໍລິຄໍາໄຊ
11 ພູຫີນປູນ 150.000 29.10.1993 ຄໍາມ່ວນ
12 ນາກາຍ-ນໍ້າເທີນ 353.200 29.10.1993 ບໍລິຄໍາໄຊ/ຄໍາມ່ວນ 
13 ຫີນໜາມ-ໜໍ່ 82.000 29.10.1993 ຄໍາມ່ວນ
14 ພູຊ້າງແຫ່ 109.900 07.07.1996 ສະຫວັນນະເຂດ
15 ດົງພູວຽງ 197.000 1995 ສະຫວັນນະເຂດ
16 ເຊຊັບ 133.500 29.10.1993 ສາລະວັນ/ເຊກອງ
17 ເຊບັ້ງນວນ 150.000 29.10.1993 ສະຫວັນນະເຂດ/ສາລະວັນ
18 ດົງຫົວສາວ 110.000 29.10.1993 ຈໍາປາສັກ
19 ພູຊຽງທອງ 120.000 29.10.1993 ສາລະວັນ/ຈໍາປາສັກ
20 ເຊປຽນ 240.000 29.10.1993 ຈໍາປາສັກ/ອັດຕະປື
21 ດົງອໍາພາມ 200.000 12.05.2008 ອັດຕະປື
22 ພູສະບົດ-ປຸ່ງຈອງ 149.000 10.12.2009 ຊຽງຂວາງ
23 ພູຫີຜີ 87.350 25.02.2011 ອຸດົມໄຊ
24 ລະວິງ ລະເວີນ 86.000 25.02.2011 ສະຫວັນນະເຂດ
ລວມ 3.768.550

ການປະກອບສ່ວນ