ປຸ໋ຍຊີວະພາບ ທາງເລືອກເພື່ອການຜະລິດພືດອາຫານທີ່ປອດໄພ ແທ້ ຫຼື ບໍ?

bouavone thipphavanh
ຊີວະນາໆພັນກະສິກຳ
phakhaolao.la
www.phakhaolao.la

 

      ຫຼາຍທ່ານອາດຈະເຄີຍໄດ້ຍິນກ່ຽວກັບການນຳໃຊ້ປຸ່ຍຊີວະພາບ ເພື່ອຊ່ວຍໃນເລື່ອງດັ່ງກ່າວມາແລ້ວ ແລ້ວເຫດຜົນທີ່ມີການເລືອກໃຊ້ແມ່ນຫຍັງ ບົດຄວາມອາດເປັນປະໂຫຍດຕໍ່ທ່ານໄດ້, ແນ່ນອນຢ່າງທີ່ເຮົາຮູ້ກັນເປັນຢ່າງດີ ການເຮັດກະສິກໍາຢູ່ປະເທດເຮົາຖືວ່າເປັນອີກອາຊີບໜຶ່ງທີ່ຫຼາຍຄົນຢຶດເອົາມາເປັນອາຊີບຫຼັກ ໂດຍສະເພາະແມ່ນການປູກຝັງ ຊຶ່ງປັດໄຈຫຼັກໆທີ່ເຮັດໃຫ້ໄດ້ຮັບຜົນຜະລິດດີແມ່ນມາຈາກຄວາມອຸດົມສົມບູນຂອງດິນ.

      ແນ່ນອນເພື່ອເຮັດໃຫ້ໄດ້ພືດທີ່ອຸດົມສົມບູນ ການນໍາໃຊ້ປຸ໋ຍ (ເຄມີ) ຖືໄດ້ວ່າເປັນອີກໜຶ່ງວິທີທີ່ຊາວກະສິກອນບາງກຸ່ມນໍາໃຊ້ກັນ ເລີຍເປັນສາເຫດເຮັດໃຫ້ດິນເຊື່ອມສະພາບ, ສິ່ງທີ່ມີຊີວິດ ແລະ ລະບົບນິເວດໄດ້ຮັບຜົນກະທົບ, ຄວາມຫຼາກຫຼາຍທາງຊີວະພາບໜ້ອຍລົງພ້ອມທັງເຮັດໃຫ້ພືດມີສານເຄມີຕົກຄ້າງ ເມື່ອເປັນແບບນີ້ ຄົນສ່ວນຫຼາຍຈຶ່ງຫັນມາໃຊ້ປຸ໋ຍທີ່ໄດ້ມາຈາກທໍາມະຊາດກັບຄືນສູ່ທໍາມະຊາດ ເຊິ່ງເອີ້ນວ່າ ປຸ໋ຍຊີວະພາບ ການນໍາໃຊ້ປຸ໋ຍຊີວະພາບຈຶ່ງເປັນອີກທາງເລືອກໜຶ່ງທີ່ກໍາລັງໄດ້ຮັບຄວາມນິຍົມໃນຕອນນີ້.

      ການນໍາໃຊ້ປຸ໋ຍຊີວະພາບຊ່ວຍໃຫ້ອາຫານປອດໄພແທ້ ຫຼື ບໍ? ປຸ໋ຍຊີວະພາບນອກຈາກຈະສາມາດຊ່ວຍຫຼຸດສານປົນເປືອນຂອງເຊື້ອພະຍາດແລ້ວ ເມື່ອເອົາປຸ໋ຍຊີວະພາບໄປໃຊ້ກັບພືດກໍຍັງບໍ່ມີການຕິດເຊື້ອຈຸລິນຊີທີ່ເປັນສາເຫດຂອງພະຍາດທາງເດີນອາຫານທີ່ສົ່ງຜົນກະທົບຕໍ່ຜູ້ບໍລິໂພກ ນອກຈາກນີ້ຍັງມີທາດອາຫານເສີມຂອງພືດທີ່ຕ້ອງການພ້ອມ ທັງຍັງຊ່ວຍປັບໂຄງສ້າງຂອງດິນອີກດ້ວຍ. ດັ່ງນັ້ນການຜະລິດປຸ໋ຍຊີວະພາບ ແລະ ການນໍາໃຊ້ເຂົ້າວຽກງານຂົງເຂດກະສິກໍາປູກຝັງຈຶ່ງຖືໄດ້ວ່າເປັນອີກທາງເລືອກໜຶ່ງທີ່ດີແກ່ຊາວກະສິກອນ ນອກຈາກຈະບໍ່ມີສານເຄມີຕົກຄ້າງຢູ່ໃນພືດແລ້ວຍັງສາມາດປະຢັດຕົ້ນທຶນ ທັງຍັງເປັນການສົ່ງເສີມວຽກງານການປູກຝັງໃຫ້ປາສະຈາກສານເຄມີທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ກົງກັນຂ້າມຍັງມີຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

      ຈາກການສຶກສາ ແລະ ຄົ້ນຄວ້າວິໄຈກ່ຽວກັບການນໍາໃຊ້ປຸ໋ຍຊີວະພາບໄດ້ເຫັນເຖິງຄວາມສໍາຄັນ ແລະ ຄຸນປະໂຫຍດຫຼາຍຢ່າງ ໜຶ່ງໃນປຸ໋ຍຊີວະພາບທີ່ມີຜົນປະໂຫຍດ ແລະ ເປັນມິດຕໍ່ສິ່ງແວດລ້ອມຫຼາຍທີ່ສຸດແມ່ນ ປຸ໋ຍຊີວະພາບຈາກມູນຂີ້ກະເດືອນ ປຸ໋ຍມູນຂີ້ກະເດືອນ ເປັນປຸ໋ຍຊະນິດໜຶ່ງທີ່ໄດ້ມາຈາກທໍາມະຊາດ ແລະ ກັບຄືນສູ່ທໍາມະຊາດ ທັງເປັນມິດຕໍ່ສິ່ງແວດລ້ອມ.

phakhaolao.la

     

      ຂໍ້ດີຂອງການນໍາໃຊ້ປຸ໋ຍມູນຂີ້ກະເດືອນ

  • ບໍ່ມີສານເຄມີຕົກຄ້າງ
  • ບໍ່ມີໄຂ່ແມ່ພະຍາດ
  • ບໍ່ມີຜົນກະທົບຕໍ່ສຸຂະພາບໃນໄລຍະຍາວ ທັງຜູ້ຜະລິດ-ຜູ້ບໍລິໂພກ
  • ຊ່ວຍປັບສະພາບດິນໃນມີຄວາມຊຸມຊຶ່ນ
  • ຊ່ວຍໃຫ້ພືດມີການຂະຫຍາຍໂຕດີ ແລະ ໄວ
  • ຊ່ວຍດັບກິ່ນ ແລະ ກໍາຈັດແມງໄມ້ (ສັດຕູພືດ)
  • ຮັກສາຄວາມຫຼາກຫຼາຍຂອງຊີວະພາບ

      ຊຶ່ງໃນປັດຈຸບັນປຸ໋ຍມູນຂີ້ກະເດືອນບໍ່ພຽງແຕ່ໄດ້ຮັບຄວາມນິຍົມສະເພາະແຕ່ປະເທດລາວ ປະເທດເພື່ອນບ້ານກໍໄດ້ຮັບຄວາມນິຍົມເຊັ່ນດຽວກັນໂດຍສະເພາະແມ່ນປະເທດຫວຽດນາມ, ຈີນ, ໄທ, ກໍາປູເຈຍ ແລະ ປະເທດອື່ນໆ ກໍໄດ້ຮັບຄວາມນິຍົມ ແລະ ມີການຄົ້ນຄິດຜະລິດປຸ໋ຍຊະນິດດັ່ງກ່າວ.

      ໂອກາດດຽວກັນນີ້ ທ່ານ ໄມວັນ ເທບມະນີວົງ ຜູ້ປະກອບການກະສິກໍາປູກພືດຜັກປອດສານພິດໄດ້ໃຫ້ຮູ້ວ່າ: ໄດ້ເລັ່ງເຫັນເຖິງຄວາມສໍາຄັນຂອງຜູ້ຜະລິດ ແລະ ຜູ້ບໍລິໂພກ ທີ່ໄດ້ຮັບຜົນກະທົບຈາກສານເຄມີ ດັ່ງນັ້ນຈຶ່ງໄດ້ຫັ້ນມາສຶກສາ ແລະ ຮຽນຮູ້ ການຜະລິດປຸ໋ຍທີ່ໄດ້ມາຈາກທໍາມະຊາດ ປຸ໋ຍມູນຂີ້ກະເດືອນຖືໄດ້ວ່າເປັນປຸ໋ຍທີ່ຂ້ອນຂ້າງໃຊ້ຕົ້ນທຶນຕໍ່າ ພ້ອມທັງໃຫ້ຜົນປະໂຫຍດຫຼາຍຢ່າງ ດັ່ງນັ້ນຈຶ່ງຄິດວ່າເໝາະແກ່ການຜະລິດນໍາໃຊ້ຢູ່ບ້ານເຮົາ ເນື່ອງຈາກວ່າທຸກຄົນສາມາດຊົມໃຊ້ ທັງສາມາດໃຊ້ກັບສວນຄົວຢູ່ໃນບ້ານໄດ້ ເພື່ອເປັນການປະຢັດລາຍຈ່າຍໃນຄົວເຮືອນ.

      ທັງນີ້ ທ່ານນາງມົນ ແສງຈັນທາ ໜຶ່ງໃນຜູ້ທີ່ຫັ້ນມາບໍລິໂພກພືດກະສິກໍາປອດສານເຄມີ ໄດ້ໃຫ້ຮູ້ວ່າ ໃນເມື່ອກ່ອນແມ່ນບໍລິໂພກພືດຜັກຕາມທ້ອງຕະຫຼາດທົ່ວໄປ ໂດຍບໍ່ໄດ້ຄໍານຶງເຖິງສານພິດທີ່ຕົກຢູ່ໃນພືດ ແລະ ຜົນກະທົບຕໍ່ສຸຂະພາບ ເຊິ່ງເນັ້ນແຕ່ປະລິມານຫຼາຍກວ່າຄຸນນະພາບ ເນື່ອງຈາກໃນເມື່ອກ່ອນຜັກປອດສານເຄມີຍັງມີໜ້ອຍ ບວກກັບລາຄາຂ້ອນຂ້າງສູງ ຈົນເຮັດໃຫ້ຮ່າງກາຍໄດ້ຮັບຜົນກະທົບ ຈາກນັ້ນຈຶ່ງໄດ້ສຶກສາຂໍ້ມູນຂອງຜັກປອດສານເຄມີ ແລະ ຫັນມາລອງບໍລິໂພກເຫັນວ່າໄດ້ຮັບຜົນຕອບຮັບທີ່ດີ ແລະ ລາຄາໃນປັດຈຸບັນກໍສາມາດຈັບຕ້ອງໄດ້ ຈຶ່ງໄດ້ຫັນມາບໍລິໂພກພືດປອດສານເຄມີ.

      ດັ່ງນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ການນໍາໃຊ້ປຸ໋ຍຊີວະພາບເຂົ້າໃນການເຮັກກະສິກໍາປູກຝັງເປັນທາງເລືອກທີ່ດີ, ປະຢັດຕົ້ນທຶນໃນການຜະລິດ, ເປັນມິດຕໍ່ສິ່ງແວດລ້ອມ, ມີຜົນດີທັງຜູ້ຜະລິດ-ຜູ້ບໍລິໂພກ ແລະ ອາຫານປອດໄພ.

 

 

 

ແຫຼ່ງຂໍ້ມູນອ້າງອີງ:

  1. ທ້າວໄມວັນ ເທບມະນີວົງ ປະຊາຊົນຢູ່ບ້ານຈອມມະນີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໜຶ່ງໃນຜູ້ປະກອບການກະສິກໍາປູກພືດຜັກປອດສານພິດ
  2. ນາງມົນ ແສງຈັນທາ ປະຊາຊົນຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ບໍລິໂພກພືດກະສິກໍາປອດສານພິດ
  3. ວາລະສານກະຊວງກະສິກຳ ແລະ ປ່າໄມ້
  4. ເຕັກນິກການລ້ຽງຂີ້ກະເດືອນ
  5. academic articles: VERMICOMPOSTING: BIOLOGICAL TECHNOLOGY FOR SOIL CONSERVATION AND ORGANIC WASTES MANAGEMENT IN THAILAND (Phranakhon Rajabhat university)
  6. คู่มือเผยแพร่และประชาสัมพันธ์การเลี้ยงไส้เดือนเพื่อกําจัดขยะอินทรีย์ในครัวเรือน สํานักงานทรัพยากรธรรมชาติและสิ่งแวดล้อม จังหวัดอํานาจเจริญ
  7. การเพาะเลี้ยงไส้เดือนดินผลิตปุ๋ยอินทรีย์คุณภาพสูง

 

ການປະກອບສ່ວນ