ຄວາມເປັນຈິງທາງດ້ານເຄື່ອງປ່າຂອງດົງ

Andy Souvanhphukdee
ສະຫຼຸບຫຍໍ້ຄວາມເປັນຈິງທາງດ້ານເຄື່ອງປ່າຂອງດົງ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ຕາບີ ອັບເດສະບັບພິເສດເພື່ອເນັ້ນໃຊ້ເຄື່ອງປ່າຂອງດົງ ໄດ້ລວມຫຍໍ້ຈຳນວນໜຶ່ງຂອງ ຄວາມເປັນຈິງທາງດ້ານເຄື່ອປ່າຂອງດົງໄວ້ດັ່ງນີ້

  • ປະຊາຊົນລາວ ໄດ້ຮັບຜົນປະໂຫຍດຈາກຊີວະນາໆພັນ ສ່ວນໃຫ່ຍແມ່ນຕິດພັນກັບການນຳໃຊ້ຜະລິດຕະພັນຈາກປ່າໄມ້
  • ມີພືດຈຳນວນ 757 ຊະນິດ ແລະ ສັດ 150 ຊະນິດໄດ້ຖືກຈັດໃຫ້ເປັນເຄື່ອງປ່າຂອງດົງ, ແຕ່ໃນໂຕຈິງແລ້ວແມ່ນອາດມີຈຳນວນຫຼາຍກວ່າຈຳນວນດັ່ງກ່າວເຖິງ 4 ຫາ 5 ເທົ່າຕົວ
  • ບັນດາເຄື່ອງປ່າຂອງດົງຕ່າງໆເປັນປັດໃຈສຳຄັນຕໍ່ການຄ້ຳປະກັນສະບຽງອາຫານສຳລັບປະຊາຊົນໃນເຂດຊົນນະບົດ ໃນການບໍລິໂພກໂດຍກົງ ແລະ ການຂາຍເອົາເງິນເພື່ອຊື້ເຂົ້າກິນໃນເວລາຂາດເຂີນ
  • ໃນເຂດພູດອຍ, ເຄື່ອງປ່າຂອງດົງໄດ້ສ້າງລາຍຮັບສູງເຖິງ 50% ໃຫ້ແກ່ປະຊາຊົນໃນເຂດຊົນນະບົດ
  • ເຄື່ອງປ່າຂອງດົງປະກອບສ່ວນເປັນສິນຄ້າສົ່ງອອກຂອງ ສ ປ ປ ລາວ ເປັນຈຳນວນປະມານ 2% ຊຶ່ງມີມູນຄ່າ 6 ເຖິງ 7 ລ້ານໂດລາສະຫະລັດໃນແຕ່ລະປີ
  • ໝາກແໜ່ງ ແລະ ໝາກຈອງບານໄດ້ຖືກນຳໃຊ້ເປັນຢາສະໝຸນໄພໃນປະເທດຈີນ, ແລະ ເປັນສິນຄ້າສົ່ງອອກທີ່ສຳຄັນທີ່ສຸດຂອງ ສ ປ ປ ລາວ ຊຶ່ງມີຈຳນວນສົ່ງອອກເຖິງ 60%-70% ຂອງຈຳນວນເຄື່ອງປ່າຂອງດົງທັງໝົດທີ່ສົ່ງອອກຕ່າງປະເທດ
  • ເຄື່ອງປ່າຂອງດົງທີ່ຖືກສົ່ງອອກສ່ວນໃຫ່ຍແມ່ນໄປຍັງ ປະເທດຈີນ, ຫວຽດນາມ ແລະ ໄທ
  • ເຄື່ອງປ່າຂອງດົງມີຄຸນຄ່າຕໍ່ກັບເສດຖະກິດມະຫາພາກ ແລະ ທ້ອງຖິ່ນ ດັ່ງນັ້ນຈຶ່ງຕ້ອງໄດ້ເຮັດການຄຸ້ມຄອງ ແລະ ອະນຸລັກຊີວະນາໆພັນ ເພື່ອເປັນເຄື່ອງຊຸກຍູ້ ຢ່າງແຂງແຮງເຂົ້າໃນການພັດທະນາເສດຖະກິດ
  • ການຫັນປ່ຽນຈາກຮູບການຜະລິດສະບຽງອາຫານໃນເນື້ອທີ່ການຜະລິດຂະນາດນ້ອຍ ໄປສູ່ຮູບການ ການຜະລິດເປັນສິນຄ້າໂດຍການປູກພືດຊະນິດດຽວໃນເນື້ອທີ່ກວ້າງຂວາງໂດຍລວມແລ້ວແມ່ນມີຜົນກະທົບຕໍ່ຊັບພະຍາກອນເຄື່ອງປ່າຂອງດົງ ແລະ ຊີວະນາໆພັນ

ສະຫຼຸບແລ້ວ ເຄື່ອງປ່າຂອງດົງເປັນປັດໃຈອັນໜຶ່ງສຳລັບການຄ້ຳປະກັນທາງດ້ານສະບຽງອາຫານ ແລະ ສຳລັບເສດຖະກິດແຫ່ງຊາດ ແລະ ທ້ອງຖິ່ນ ມັນຍັງເປັນອົງປະກອບທີ່ສຳຄັນສຳລັບການລົບລ້າງຄວາມທຸກຍາກ, ການອຸນຸລັກປ່າໄມ້ ແລະ ຊີວະນາໆພັນ

 

Source: TABI Update 2011

ການປະກອບສ່ວນ