ການສານຕັ່ງຫວາຍ

Andy Souvanphakdy
ພູມປັນຍາພື້ນບ້ານ ຜະລິດຕະພັນຈັກສານຕັ່ງຫວາຍ ນັ່ງສະບາຍໆ
ພູມປັນຍາທ້ອງຖິ່ນ
phakhaolao.la
phakhaolao.la

ອຸປະກອນ

ອຸປະກອນທີ່ໃຊ້ສຳລັບການເຮັດຕັ່ງຫວາຍປະກອບໄປດ້ວຍ ຫວາຍ, ຝອຍທອງ, ຄ້ອນຕີນ້ອຍ, ຄີມຕັດຫວາຍ, ເຊືອກແທກ, ມີດເຫຼົາຕອກ, ພ້າ, ເຫຼັກຂູດຫວາຍ, ເຫຼັກຕະປູມີ 3 ຂະໜາດ: 1,5ຊັງຕີແມັດ, 2 ຊັງຕີແມດ, 3 ຊັງຕີແມັດ

ເລືອກຫວາຍແຕ່ລະປະເພດ

  • ຫວາຍໃຫ່ຍຂົດກົງແຕະກົງຕີນ ແລະ ເຮັດຂາຕັ່ງເລືອກເສັ້ນສຳກາງຂົດກົງປາກ
  • ເລືອກເສັ້ນອ່ອນພໍດີງາມແມ່ນຈັກເຮັດຫວາຍຄຽນ
  • ສ່ວນເສັ້ນນ້ອຍແມ່ນເອົາໄວ້ເຮັດກົງ

ການກະກຽມ

  1. ເຊາະ, ລ້າງຫວາຍເອົາຝອຍຖູໃຫ້ກ້ຽງ
  2. ຜ່າຫວາຍຕາກແດດໃຫ້ແຫ້ງ
  3. ຜ່າຫວາຍຄຽນໃຫ້ໄດ້ສີ່ເສັ້ນຕາມຄວາມເໝາະສົມເອົາໄປຕາກແດດໃຫ້ແຫ້ງ
  4. ກ່ອນຈະເຫຼົາແຕ່ລະຄັ້ງຕ້ອງເອົາໄປແຊ່ນໍ້າກ່ອນເພື່ອໃຫ້ຫວາຍອ່ອນຈາກນັ້ນຈຶ່ງເຫຼົ່າໃຫ້ພໍດີຄຽນ
  5. ຕັດຫວາຍຂົດກົງປາກຍາວປະມານ 184 ຊັງຕີແມັດ
  6. ຂົດກົງແຕະຍາວປະມານ 170 ຊັງຕີແມດ
  7. ຕັດຫວາຍເຮັດຂາສູງປະມານ 20 ຊັງຕີແມັດ (ອີງຕາມຕັ່ງແຕ່ລະໜ່ວຍ)
  8. ບັກໃຫ້ໄດ້ 7 ຊັງຕີແມັດ
  9. ເຫຼົາບ່ອນບັກໃຫ້ພໍດີແອ່ນໜ້ອຍໜຶ່ງເພື່ອໃສ່ກົງປາກ

ວິທີປະກອບ

  • ເອົາກົງແຕະທີ່ຄຽນໄວ້ນັ້ນມາຕອກໃສ່ແຕະ
  • ຫຼັງຈາກນັ້ນກໍເອົາກົງປາກ, ກົງຕີນ, ຂາມາປະກອບເຂົ້າກັນ
  • ຈາກນັ້ນຈຶ່ງເອົາຫວາຍຮອບປາກ, ຮອບແອວ, ຕອກກົງໃສ່ຕາມວ່າງຂາທີ່ເຮົາຈົ່ງໄວ້ນັ້ນເພື່ອໃຫ້ຈົບງາມ
  • ເອົາຫວາຍທີ່ກຽມໄວ້ມາຄຽນປາກ, ຄຽນແອວ ແລະ ຕີນຈົນຮອບໜ່ວຍຕັ່ງ

ຂໍ້ຄວນເອົາໃຈໃສ່
ເວລານັ່ງຕ້ອງນັ່ງແບບສະບາຍ, ບໍ່ໃຫ້ວາງຕັ່ງແຮງເພາະຈະເຮັດໃຫ້ຫວາຍມາຍອອກ ແລະ ເພໄວ

 

ເພີ່ມເຕີມກ່ຽວກັບ ຫວາຍ 

ການປະກອບສ່ວນ