ການຍ້ອມສີດ້ວຍເປືອກໝາກພ້າວ

Andy Souvanphakdy
ໝາກພ້າວສາມາດນຳມາໃຊ້ປະໂຫຍດໄດ້ຫຼາຍຢ່າງ ເນື້ອສາມາດກິນໄດ້, ນໍ້າສົດໆຈາກໝາກພ້າວກໍດື່ມແລ້ວສົດຊື່ນ, ຫຼື ຈະຄັ້ນນໍ້າຈາກໝາກພ້າວທີ່ແກ່ແລ້ວ ນຳມາເຮັດຂອງຫວານກໍໄດ້ຫຼາກຫຼາຍລາຍການ, ນອກນີ້ເປືອກຍັງສາມາດນຳມາສະກັດເປັນສີຍ້ອມຜ້າໄດ້ອີກດ້ວຍ
ພູມປັນຍາທ້ອງຖິ່ນ
phakhaolao.la
phakhaolao.la

ກະກຽມອຸປະກອນຄື: ຊາມ, ໝໍ້, ໄມ້ດ້າມ, ຄຽງ, ຟືນ, ພ້າ, ນໍ້າ, ຝ້າຍ ຫຼື ໄໝ, ນໍ້າດັ່ງ, ເປືອກໝາກພ້າວເປືອກພ້າວທີ່ຊອຍເປັນຕ່ອນນ້ອຍໆ, ແພຕອງ (ຜ້າມຸ້ງ)

ສ່ວນປະສົມມີຄື: ເປືອກໝາກພ້າວ 1 ກິໂລ, ນໍ້າ 6 ລິດ, ນໍ້າດັ່ງເຄິ່ງຈອກ, ໄໝ ຫຼື ຝ້າຍ 6 ຂີດ

ວິທີການຍ້ອມສີ

  1. ເອົາເປືອກໝາກພ້າວທີ່ກຽມໄວ້ມາຟັງເປັນຕ່ອນນ້ອຍໆ
  2. ຖອກນໍ້າໃສ່ໝໍ້ຄ້າງໄຟ
  3. ລໍຖ້າຟົດຈຶ່ງເອົາເປືອກໝາກພ້າວລົງຕົ້ມໃຫ້ໄດ້ 1 ຊົ່ວໂມງ ແລ້ວເອົາອອກມາຕອງ
  4. ເອົານໍ້າດັ່ງໃສ່ຝ້າຍ ຫຼື ໄໝລົງຕົ້ມປະມານ 30 ນາທີ
  5. ເອົາອອກມາລ້າງນໍ້າຈົນບໍ່ໃຫ້ມີສີອອກ
  6. ນຳຝ້າຍ ຫຼື ໄໝໄປຕາກໄວ້ບ່ອນທີ່ມີແສງແດດກ້າ ຫຼື ແດດຮ້ອນ (ເຮົາຈະໄດ້ຝ້າຍສີຄີມ ຫຼື ສີໄຍກາບພ້າວ)

ຂໍ້ຄວນເອົາໃຈໃສ່

  • ເວລາຕົ້ມບໍ່ໃຫ້ດັງໄຟແຮງຫຼາຍ
  • ໝັ່ນເອົາໄມ້ດ້າມປີ້ນຝ້າຍໃຫ້ສະເໝີກັນ ຈະງາມດີ
ການປະກອບສ່ວນ