ໂສມ ສ້າງລາຍຮັບທີ່ດີໃຫ້ປະຊາຊົນເມືອງດາກຈຶງກວ່າ 30 ຕື້ກີບຕໍ່ປີ

Lao Youth Radio FM 90.0 Mhz

 

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງ ແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ ສະພາບການປູກພືດເປັນສິນຄ້າຢູ່ພາຍໃນ ແຂວງເຊກອງ ມາຮອດປັດຈຸບັນ ນັບມື້ເປັນຂະບວນການກວ້າງຂວາງ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ ໂດຍສະເພາະແມ່ນການປູກໂສມຂອງປະຊາຊົນພາຍໃນ ເມືອງດາກຈຶງ ທີ່ນັບມື້ເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ.       

ຊຶ່ງໃນປັດຈຸບັນນີ້ມີປະຊາຊົນ 9 ບ້ານ, ຈໍານວນ 336 ຄອບຄົວ ທີ່ຖືເອົາການປູກໂສມເປັນສິນຄ້າ ເຊີ່ງມີເນື້ອທີ່ລວມກັນທັງໝົດ 288,5 ເຮັກຕາ ນອກນີ້ຍັງມີການປູກພືດທີ່ເປັນສິນຄ້າອື່ນໆອີກດ້ວຍ.

​ໃນໂອກາດດຽວກັນນັ້ນທ່ານຍັງໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ ໂສມທີ່ປູກຢູ່ເມືອງດາກຈຶງ ສາມາດສ້າງເປັນຫຼາຍຜະລິດຕະພັນເພື່ອສົ່ງອອກເປັນຕົ້ນແມ່ນ: ເຫຼົ້າໂສມ, ຊາໂສມ, ໂສມສະກັດ, ໂສມແຫ້ງ ແລະ ສະບູໂສມ. ໃນນີ້ ສະເພາະ ປີ 2022 ຜ່ານມາ ສາມາດຈໍາໜ່າຍໂສມໄດ້ລວມກັນບໍ່ຫຼຸດ 30 ຕື້ກີບ, ສະເລ່ຍໄດ້ປະມານ 90 ລ້ານກີບ ຕໍ່ຄອບຄົວຕໍ່ປີ ເຮັດໃຫ້ໂສມກາຍເປັນສິນຄ້າທີ່ສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຄາດໝາຍການປູກພືດຊະນິດດັ່ງກ່າວຈະນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.

 

ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

ການປະກອບສ່ວນ