ເມືອງໂພນທອງຈະຈັດບຸນກອງເຂົ້າໃຫຍ່ ໃນວັນທີ 23-25 ມັງກອນນີ້

www.phakhaolao.la

         

         ບຸນກອງເຂົ້າໃຫຍ່ ໄຫວ້ຫໍຫຼັກເມືອງໂພນທອງ, ແຂວງຈໍາປາສັກ ປະຈໍາປີ 2023 ຈະຈັດຂຶ້ນໃນລະຫວ່າງວັນທີ 23-25 ມັງກອນນີ້ ຢູ່ທີ່ຫໍຫຼັກເມືອງ ເຂດຫ້ອງວ່າການເມືອງ, ເຊີ່ງປີນີ້ ຈະຈັດຂຶ້ນຢ່າງຍິ່ງໃຫຍ່ ພາຍຫຼັງທີ່ບໍ່ໄດ້ຈັດມາຫຼາຍປີຍ້ອນການລະບາດຂອງພະຍາດໂຄວິດ-19.

​         ໃນນີ້ທ່ານ ສຸພາບ ທໍາມະຮັກສາ ເຈົ້າເມືອງ ເມືອງໂພນທອງ ໃຫ້ຮູ້ວ່າ: ບຸນກອງເຂົ້າໃຫຍ່ ໄຫວ້ຫໍຫຼັກເມືອງ ຄັ້ງນີ້ເປັນຄັ້ງທີ VI ທີ່ຈັດຢູ່ເມືອງໂພນທອງ ໂດຍໃນປີນີ້ຈະຈັດຫຼາກຫຼາຍກິດຈະກໍາໃຫຍ່ກວ່າທຸກປີ ຊຶ່ງບຸນດັ່ງກ່າວຈະເລີ່ມຕັ້ງແຕ່ວັນທີ 23 ມັງກອນ 2023 ດ້ວຍການຮີບໂຮມເຂົ້າ ເປືອກນໍາປະຊາຊົນທີ່ປະກອບສ່ວນຕາມການຕົກລົງຄອບຄົວລະ 10 ກິໂລ, ຈາກນັ້ນ ຕັ້ງກອງບຸນ 11 ກອງຂຶ້ນ ພ້ອມທັງມີການຄົບງັນຕະຫຼອດຄືນ, ມີການປະກວດນາມມາໂລງ, ປະກວດສິລະປະ, ການແຂ່ງຂັນມວຍລາຍລາວ ແລະ ວັນທີ 24 ມັງກອນ ແມ່ນຈະຈັດການແຂ່ງຂັນກິລາປະເພດຕ່າງໆເປັນຕົ້ນ: ບານເຕະ, ກະຕໍ້, ບານສົ່ງ, ເປຕັງ, ແຂ່ງຕີກອງ ສ່ວນວັນທີ 25 ແມ່ນຈະມີການໃສ່ບາດຢາດນໍ້າໃນຕອນເຊົ້າ.

​         ນອກນີ້ທ່ານ ສຸພາບ ຍັງໃຫ້ຮູ້ຕື່ມວ່າ: ບຸນກອງເຂົ້າໃຫຍ່ຢູ່ເມືອງໂພນທອງ ແມ່ນຈັດຂຶ້ນມາແຕ່ດົນນານແລ້ວ, ແຕ່ອົງການປົກຄອງເມືອງມາກໍານົດຢ່າງເປັນທາງການພາຍຫຼັງທີ່ສ້າງຫໍຫຼັກເມືອງເປັນຕົ້ນມາ ເຮັດໃຫ້ປີນີ້ເປັນ ຄັ້ງທີ VI ທີ່ຈັດບຸນກອງເຂົ້າໃຫຍ່ ຕິດພັນກັບການໄຫວ້ຫໍຫຼັກເມືອງ ຊຶ່ງໃນປັດຈຸບັນ ທຸກພາກສ່ວນທີ່ກ່ຽວຂ້ອງຂອງເມືອງພວມກະກຽມໃນຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ງານຄັ້ງນີ້ມີຄວາມເບິກບານມ່ວນຊື່ນ ແລະ ປະກອບສ່ວນສໍາຄັນໃນການດຶງດູດນັກທ່ອງທ່ຽວໄປທ່ຽວຢູ່ເມືອງໂພນທອງ ໃຫ້ຫຼາຍຂຶ້ນກວ່າເກົ່າ.

 

ແຫຼ່ງຂໍ້ມູນ: ລາຍການຮອບບ້ານຜ່ານເມືອງ ວິທະຍຸກະຈາຍສຽງແຫ່ງຊາດລາວ

ການປະກອບສ່ວນ