ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເສີມຂະຫຍາຍການພັດທະນາດ້ານຂະແຫນງກະສິກໍາ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໂດຍການລົງນາມເພີ່ມເຕີມໃນ 3 ໂຄງການ

ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເສີມຂະຫຍາຍການພັດທະນາດ້ານຂະແໜງກະສິກໍາ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໂດຍການລົງນາມເພີ່ມເຕີມໃນ 3 ໂຄງການ
FAO ລົງນາມຕົກລົງໂຄງການໃໝ່
ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ວັນທີ 24 ມັງກອນ 2023, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳລາວ (FAO), ສືບຕໍ່ໃຫ້ການສະໜັບສະໜູນ ດ້ານກະສິກຳ ແລະ ການພັດທະນາຊົນນະບົດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂໍ້ຕົກລົງໂຄງການໃໝ່ 3 ສະບັບ ໄດ້ລົງນາມຮ່ວມກັນລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ (MAF) ແລະ ອົງການ FAO.

ພິທີລົງນາມໂຄງການເພີ່ມທະວີຄວາມອາດສາມາດໃນການວາງແຜນ ແລະ ພັດທະນາແຜນແມ່ບົດຊາ; ໂຄງການເສີມຂະຫຍາຍທາງດ້ານຊີວະນາໆພັນໃນຂະແໜງກະສິກຳ; ໂຄງການຊ່ວຍເຫຼືອດ້ານວິຊາການໃນການພັດທະນາແຜນພັດທະນາແຫ່ງຊາດສຳລັບລະບົບອາຫານແບບຍືນຍົງ.

ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວໃນພິທີວ່າ: ບັນຫາຄວາມໝັ້ນຄົງໃນດ້ານອາຫານ ແລະ ການຈັດການໃນດ້ານກະສິກຳ ເປັນໜຶ່ງໃນບັນຫາທີ່ທົ່ວໂລກໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສຳຄັນ ຊຶ່ງທຸກໆພາກສ່ວນທີ່​ກ່ຽວຂ້ອງ, ທັງພາກ​ລັດ, ວິຊາ​ການ ​ແລະ ພາກ​ເອກະ​ຊົນ. ໃນ​ນັ້ນ, ທ່ານ​ລັດຖະມົນຕີ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ສະໜັບສະໜູນ​ຊ່ວຍ ​ແລະ ການ​ປະກອບສ່ວນ​ທີ່ຍາວ​ນານ​ຂອງອົງການ FAO ​ໃຫ້​ຂະ​ແໜງ​ກະສິກຳ. ການ​ຊ່ວຍ​ເຫຼືອ​ດັ່ງກ່າວ ​ແມ່ນ​ເປັນ​ການ​ຊ່ວຍ​ເຫລືອໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ມີ​ອາຫານ​ທີ່​ພຽງພໍ ​ແລະ ມີ​ຄຸນຄ່າທາງໂພຊະນາການ ​ແລະ ​ເປັນ​ການ​ສ້າງ​ລາຍ​ຮັບ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງເຂົາເຈົ້າໃຫ້ດີຂຶ້ນ.

ທ່ານ ນາຊາ ຮາຢັດ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ໄດ້ກ່າວວ່າ “ທາງອົງການ FAO ຮູ້ສຶກເປັນກຽດສະເໝີມາທີ່ໄດ້ສະໜັບສະໜູນການພັດທະນາຂອງ ສປປລາວ ໂດຍຜ່ານຂະແໜງກະສິກຳຂອງລາວ”. ທ່ານ​ກ່າວ​ເນັ້ນ​ວ່າ, “ຂະ​ແໜງ​​ຊາ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດ​ທະ​ນາ​ສ່ວນ​ໃຫຍ່ແມ່ນ​ຍ້ອນຂາດ​ຂໍ້​ມູນ​ຂ່າວ​ສານ​ ແລະ​ ຂາດ​ການແກ້ໄຂ​ໂຄງການ​ໃນ​ໄລຍະ​ຍາວ, ຜູ້​ປູກ​ຊາ​ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ສູງ​ຂຶ້ນ”.

ຜູ້ຕາງໜ້າອົງການ FAO ຍັງໄດ້ເນັ້ນໜັກອີກວ່າ “ອົງການFAO ມີເປົ້າໝາຍ ເຖິງການນຳເອົາແນວທາງການຈັດຕັ້ງປະຕິບັດທີ່ເປັນມິດກັບຊີວະນາໆພັນແບບຍືນຍົງມາຂະຫຍາຍອອກໃຫ້ເປັນວົງກວ້າງໃນການຮັກສາຮູບແບບຂອງຊີວະນາໆພັນໃນຫລາຍຊ່ອງທາງ, ໂຄງການ, ເສດຖະກິດ ແລະ ທົ່ວສັງຄົມ. ລະບົບອາຫານ​ກະ​ສິ​ກຳ​ມີ​ ​ສ່ວນສຳຄັນ​ຢ່າງ​ຫຼວງຫຼາຍ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ, ການ​ນຳ​ໃຊ້​ແບບ​ຍືນ​ຍົງ ແລະ ການ​ຟື້ນ​ຟູ​ຄືນ​ໃໝ່, ແລະ​ ບັນ​ດາ​ວາ​ລະ​ແຫ່ງຊາດປີ 2030”. ນອກຈາກນີ້ “ຈາກຄວາມພະຍາຍາມທີ່ສ້າງຂະບວນການ ແລະ ກົນໄກການປະສານງານໃນລະດັບຊາດ ຂອງລະບົບອາຫານ, FAO ຍັງຕັ້ງເປົ້າໝາຍທີ່ຈະຊ່ວຍສ້າງຂີດຄວາມສາມາດຂອງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງອື່ນໆທີ່ກ່ຽວຂ້ອງ ເພື່ອສຸມໃສ່ບຸລິມະສິດ ແລະ ປະຕິບັດບັນດາຂໍ້ສະເໜີແນະສຳຄັນໃນບົດລາຍງານການວິເຄາະ 2021 (ເສັ້ນທາງໄປສູ່ລະບົບອາຫານທີ່ຍືນຍົງ),”, ທ່ານກ່າວຕື່ມວ່າ ​ຄຳ​ໝັ້ນ​ສັນຍາ​ຂອງອົງການ FAO ​ໃນ​ການ​ສະໜັບສະໜູນ ສປປ ລາວ ​ໃນ​ການ​ບັນລຸ​ການ​ຜະລິດ​ທີ່​ດີກ​ວ່າ, ສິ່ງ​ແວດ​ລ້ອມ​ທີ່​ດີກ​ວ່າ, ໂພ​ຊະ​ນາ​ການ​ທີ່​ດີກ​ວ່າ, ​ແລະ ຊີວິດ​ທີ່​ດີ​ຂຶ້ນ​ ພວກເຮົາຈະກ້າວໄປພ້ອມກັນ.

ໃນການລົງນາມໃນຄັ້ງນີ້ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຫົວໜ້າ ແລະ ຮອງຫົວໜ້າກົມຊົນລະປະທານ, ກົມປ່າໄມ້, ກົມກວດກາປ່າໄມ້, ກົມກວດກາ, ກົມພັດທະນາຊົນນະບົດ, ຜູ້ຊ່ວຍຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ແຫຼ່ງຂໍ້ມູນ: ຂ່າວສານກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ

ການປະກອບສ່ວນ