ນຳໃຊ້ລະບົບອົບແຫ້ງພະລັງງານແສງຕາເວັນ ແປຮູບຜະລິດຕະພັນກະສິກຳ

ສູນຂ່າວພະລັງງານ ແລະ ບໍ່ແຮ່

ເມື່ອບໍ່ດົນມານີ້, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ນຳສະເໜີ ໂຄງການພັດທະນາ ແລະ ສົ່ງເສີມການນຳໃຊ້ລະບົບອົບແຫ້ງພະລັງງານແສງຕາເວັນ ສໍາລັບແປຮູບຜະລິດຕະພັນກະສິກຳ ແລະ ສິນຄ້າໂອດັອບ ໂດຍການເປັນປະທານຂອງ ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍບັນດາກົມກອງທີ່ກ່ຽວຂ້ອງ ແລະ ນັກວິຊາການເຂົ້າຮ່ວມ ເພື່ອແຈ້ງໃຫ້ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງ ໄດ້ຮັບຮູ້ເຖິງການລິເລີ່ມຈັດຕັ້ງປະຕິບັດໂຄງການດັ່ງກ່າວ ພາຍຫຼັງທີ່ໂຄງການໄດ້ຖືກຮັບຮອງ ແລະ ອະນຸມັດ ໂດຍການສະໜັບສະໜູນທາງດ້ານງົບປະມານຈາກກອງທຶນການຮ່ວມມືແມ່ຂອງ-ເກົາຫລີ, ຊຶ່ງມີສະຖາບັນແມ່ນໍ້າຂອງເປັນອົງການບໍລິຫານ.

ຊຶ່ງໂຄງການດັ່ງກ່າວແມ່ນຈະຈັດຕັ້ງປະຕິບັດເປັນໄລຍະ 2 ປີ ເລີ່ມແຕ່ເດືອນມັງ ກອນ 2023 ຫາ ເດືອນທັນວາ 2024 ໂດຍສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ເປັນໜ່ວຍງານຫຼັກໃນການຈັດຕັ້ງປະຕິບັດ ແລະ ມີທີ່ປຶກສາຈາກພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີເຄື່ອງອົບແຫ້ງພະລັງງານແສງຕາເວັນ ຍົກສູງຄຸນນະພາບຂອງຜົນຜະລິດກະສິກຳ ແລະ ຜະລິດຕະພັນອົບແຫ້ງໃຫ້ມີຄຸນນະພາບສູງ ດ້ວຍການໝູນໃຊ້ບົດຮຽນ ແລະ ປະສົບການຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ບົດຮຽນຂອງບັນດາປະເທດແມ່ນໍ້າຂອງ ໂດຍສະເພາະປະເທດໄທ ແລະ ຂອງ ສ ເກົາຫລີ ເພື່ອນຳມາດັດປັບໃຫ້ເຂົ້າກັບສະພາບເງື່ອນໄຂຂອງປະເທດ ແລະ ປັບເຂົ້າກັບຄຸນລັກສະນະການອົບແຫ້ງຂອງຜະລິດຕະພັນແຕ່ລະຊະນິດ ເພື່ອໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ, ທັງທາງດ້ານການນໍາໃຊ້ພະລັງງານ ແລະ ຄວາມຄຸ້ມຄ່າທາງດ້ານເສດຖະກິດ.

ປັດຈຸບັນ, ລັດຖະບານ ກຳລັງສຸມໃສ່ການຈັດຕັ້ງປະຕິບັດໂຄງການຄໍ້າປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ ໂດຍສະເພາະບັນຫາທີ່ເປັນສິ່ງທ້າທ້າຍໃຫ້ສິນຄ້າລາວເຮົາ ເພື່ອໃຫ້ເປັນທີ່ຍອມຮັບຂອງຕະຫຼາດ ແລະ ຂໍ້ອ້າງໃນການກີດກັນ, ແຂ່ງຂັນ ຫຼື ຍາດແຍ່ງຕະຫຼາດກັບຕ່າງປະເທດ ແມ່ນບັນຫາຄຸນນະພາບ, ຄວາມສະອາດ ແລະ ມາດຕະຖານຂອງສິນຄ້າ ສຳລັບຜົນຜະລິດກະສີກຳ ຄວາມຊຸ່ມເປັນບັນຫາສຳຄັນຕໍ່ຄຸນະພາບ ແລະ ການເກັບຮັກສາ. ນອກຈາກນີ້, ຜະລິດຕະພັນອົບແຫ້ງ ຍັງໄດ້ເອົາໃຈໃສ່ເລື່ອງຄວາມສະອາດ ແລະ ຖືກຫຼັກອະນາໄມ.

ວິທີການອົບແຫ້ງ ຫຼື ຕາກແຫ້ງ ແມ່ນໄດ້ຖືກນຳໃຊ້ມາເປັນເວລາດົນນານແລ້ວ ເພື່ອຊ່ວຍຫຼຸດຜ່ອນຄວາມຊຸ່ມໃນວັດຖຸ ຫຼື ຜົນຜະລິດກະສິກຳ ເຮັດໃຫ້ການເກັບຮັກສາໄວ້ໄດ້ດົນ, ຊ່ວຍແກ້ບັນຫາການເຊື່ອມຄຸນນະພາບ, ເຊື່ອມລາຄາຂອງຜົນຜະລິດ ແລະ ແກ້ໄຂບັນຫາຜົນຜະລິດລົ້ນຕະຫຼາດ ໃນລະດູເກັບກ່ຽວ. ນອກຈາກນັ້ນ, ຍັງແປຮູບເປັນຜະລິດຕະພັນອົບແຫ້ງເປັນສິນຄ້າ ເພື່ອເພີ່ມມູນຄ່າ ແລະ ສ້າງລາຍຮັບໄດ້ອີກທາງໜຶ່ງ.

ການອົບແຫ້ງສ່ວນໃຫຍ່ແມ່ນນໍາໃຊ້ວິທີການແບບທຳມະຊາດ ໂດຍສະເພາະການຕາກແດດໂດຍກົງ ເພາະເປັນວິທີທີ່ງ່າຍ ແລະ ມີຕົ້ນທຶນຕໍ່າ, ແຕ່ຈະໄດ້ຜົນຜະລິດທີ່ມີຄຸນນະພາບຕໍ່າ ແລະ ມີບັນຫາດ້ານຄວາມສະອາດ ເພາະວ່າມີການປົນເປື້ອນຈາກຂີ້ຝຸ່ນ, ສັດ, ແມງໄມ້, ແມງວັນລົບກວນ. ນອກຈາກນີ້, ການຕາກແຫ້ງຍັງຂຶ້ນກັບສະພາບອາກາດ ເຮັດໃຫ້ສິນຄ້າທີ່ຕາກບໍ່ແຫ້ງດີ ເກີດຄວາມສ່ຽງ ເຮັດໃຫ້ເກີດເຊື້ອລາ ແລະ ເນົ່າເສຍ. ສະນັ້ນ, ໂຄງການນີ້ ຈຶ່ງໄດ້ມີການອອກແບບ ແລະ ພັດທະນາເຄື່ອງອົບແຫ້ງ ໃຫ້ແທດເໝາະກັບການອົບແຫ້ງຜະລິດຕະພັນກະສີກຳແຕ່ລະຊະນິດ ໂດຍນຳໃຊ້ວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນ ແນໃສ່ຫຼຸດຜ່ອນຕົ້ນທຶນ ແລະ ກະສິກອນສາມາດຜະລິດໃຊ້ເອງໄດ້.

 

ຂໍ້ມູນ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່

 

ການປະກອບສ່ວນ