ຈັດງານຕະຫຼາດນັດວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາ ປະຈຳປີ 2023

ເມືອງນາຊາຍທອງ ຈະຈັດງານຕະຫຼາດນັດວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາ ປະຈຳປີ 2023 ໃນລະຫວ່າງວັນທີ 10-16 ກຸມພານີ້
ຮູບພາບປະກອບຂ່າວ

ເມືອງນາຊາຍທອງ ຈະຈັດງານຕະຫຼາດນັດວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາ ປະຈຳປີ 2023 ຂຶ້ນ ທີ່ບ້ານແຈ້ງສະຫວ່າງ ກຸ່ມບ້ານ ອີ່ໄລ ເມືອງນາຊາຍທອງ ໃນລະຫວ່າງວັນທີ 10-16 ກຸມພານີ້ ຊຶ່ງຈະຈັດເປັນເວລາ 7 ວັນ ຄາດວ່າຈະມີຫ້າງຮ້ານເຂົ້າຮ່ວມຫຼາຍກວ່າ 300 ຮ້ານ ແລະ ສິນຄ້າທີ່ຈະນໍາມາຂາຍ, ວາງສະແດງ ມີມູນຄ່າລວມປະມານ 8 ຕື້ກວ່າກີບ.

ໃນໂອກາດດັ່ງກ່າວທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໃຫ້ສຳພາດເມື່ອວັນທີ 7 ກຸມພາ 2023 ນີ້ວ່າ: ງານຕະຫຼາດນັດ ວາງສະແດງຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາ ເມືອງນາຊາຍທອງ ປະຈຳປີ 2023 ຈະໄດ້ຈັດຂຶ້ນ 7 ວັນ ໃນລະຫວ່າງວັນທີ 10-16 ກຸມພານີ້ ພາຍຫຼັງບໍ່ໄດ້ຈັດງານມາເປັນເວລາ 2 ປີ ຍ້ອນການລະບາດຂອງພະຍາດໂຄວິດ-19 ແລະ ການຈັດງານຄັ້ງນີ້ແມ່ນເພື່ອເປັນການກະຕຸກຊຸກຍູ້ ການຜະລິດຂອງຜູ້ປະກອບການຕ່າງໆແບບຮອບດ້ານໃຫ້ຂະຫຍາຍຕົວ ໂດຍໃຫ້ຕິດພັນກັບການຂະຫຍາຍຕະຫຼາດພາຍໃນ ແລະ ພາຍນອກ ທັງເປັນການຕອບສະໜອງນະໂຍບາຍຂອງເມືອງ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ໃຫ້ແກ່ປະຊາຊົນ ກໍຄືຊາວກະສິກອນ ແລະ ກໍເປັນການເພີ່ມລາຍຮັບເຂົ້າເມືອງນັບມື້ນັບສູງຂຶ້ນ.

ນອກນີ້ ທ່ານ ພູວອນ ຍັງໃຫ້ຮູ້ຕື່ມອີກວ່າ: ການຈັດງານໃນຄັ້ງນີ້ແມ່ນເປັນຄັ້ງທີ 26 ນັບແຕ່ປີ 1996 ເປັນຕົ້ນມາ ເຊິ່ງໃນແຕ່ລະປີໄດ້ມີຊາວກະສິກອນ, ຊາວຊ່າງຫັດຖະກຳ, ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ ຊາວຄ້າຂາຍພາຍໃນເມືອງ ແລະ ຕ່າງເມືອງ ຕ່າງແຂວງເຂົ້າຮ່ວມເປັນຂະບວນການ ເປັນຈໍານວນຫຼວງຫຼາຍ ແລະ ມີຜົນສຳເລັດເປັນຢ່າງດີເລື້ອຍໆມາ.

 

ການປະກອບສ່ວນ