ກຳນົດ ບັນ​ຊີ ລາຍ​ການ​ສິນ​ຄ້າ​ກະ​ສິ​ກຳ ເພື່ອ​ທົດ​ແທນ ການ​ນຳ​ເຂົ້າ

www.phakhaolao.la

 

ລັດຖະບານ ໄດ້ກຳນົດບັນຊີລາຍການສິນຄ້າ ທີ່ຫ້າມນຳເຂົ້າ ສປປ ລາວ ເພື່ອເປັນການສົ່ງເສີມການເຮັດກະສິກໍາ, ປູກຝັງ ແລະ ລ້ຽງສັດຢູ່ພາຍໃນປະເທດ ຊົມໃຊ້ສິນຄ້າຢູ່ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າຂອງສິນຄ້າ 

ອີງຕາມການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕາມມະຕິຂອງລັດຖະບານ ສະບັບເລກທີ 07/ລບ ຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2021  ທີ່ຈັດຂຶ້ນໃນທ້າຍປີຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍ​ງານໃຫ້ຮູ້ວ່າ: ການກໍານົດບັນຊີລາຍການສິນຄ້າກະສິກໍາ ເພື່ອທົດແທນການນໍາເຂົ້າ ເປັນໜຶ່ງໃນບັນດາວຽກທີ່ສຳຄັນຂອງວຽກງານຈຸດສຸມທີ 1 ໃນວາລະແຫ່ງຊາດດັ່ງກ່າວ ຊຶ່ງໃນດ້ານການປູກຝັງ ລັດໄດ້ກໍານົດບັນຊີລາຍການຊະນິດພືດ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ທັງໝົດ 6 ຊະນິດພືດ ຄື: ຜັກກະລໍ່າປີດອກຂຽວ, ຜັກກະລໍ່າປີດອກຂາວ, ຜັກກະລໍາປີ, ຫົວຜັກທຽມ, ຫົວຜັກບົ່ວ, ໝາກເຜັດ, ຜັກສະຫຼັດ, ຜັກກາດຂາວ ແລະ ຜັກເຊີນາລີ. ດ້ານສັດລ້ຽງ ແລະ ການປະມົງ ໄດ້ກຳນົດບັນຊີລາຍການສິນຄ້າ ກ່ຽວກັບສັດ ແລະ ຜະລິດຕະພັນສິນຄ້າສັດ ແລະ ສັດນໍ້າ ທີ່ບໍ່ອະນຸຍາດ ຫຼື ຫ້າມບໍ່ໃຫ້ນໍາເຂົ້າມາຍັງ ສປປ ລາວ ໂດຍເດັດຂາດ ​ປະ​ກອບມີ: ປະເພດສັດ ແລະ ຜະລິດຕະພັນສັດ ທີ່ມີຈຸດປະສົງນໍາມາຈໍາໜ່າຍ ແລະ ບໍລິໂພກ ຄື: ງົວ, ໝູ, ແບ້, ໄກ່ສຸດໄຂ່, ເປັດ ແລະ ຫ່ານ,ໄຂ່ໄກ່, ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນຫ່ານ, ຊິ້ນສ່ວນ ແລະ ເຄື່ອງໃນສັດທຸກປະເພດ; ປະເພດປາຊີ້ນ: ປານິນ, ປາໄນ ແລະ ປານໍ້າຈືດທຸກຊະນິດ.

ລັດ​ຖະ​ບານ ຍັງໄດ້ກໍານົດບັນຊີລາຍການສິນຄ້າ ກ່ຽວກັບສັດ ແລະ ຜະລິດຕະພັນສິນຄ້າສັດ ແລະ ສັດນໍ້າ ທີ່ອະນຸຍາດໃຫ້ນໍາເຂົ້າ ມາຍັງ ສປປ ລາວ ໄດ້ທັງໝົດ 7 ລາຍການ ຄື: ແນວພັນສັດ, ນໍ້າເຊື້ອສັດແນວພັນດີ, ວັກຊິນກັນພະຍາດສັດ, ອຸປະກອນ ແລະ ນໍ້າຢາ (ໄນໂຕຣເຈນແຫຼວ ເພື່ອຮັກສາວັກຊິນກັນພະຍາດ ແລະ ນໍ້າເຊື້ອສັດ), ຫົວອາຫານສັດ; ວັດຖຸດິບຮັບໃຊ້ການຜະລິດ ອາຫານສັດ ແລະ ວັກຊິນ (ທີ່ບໍ່ສາມາດຜະລິດໄດ້ ໃນ ສປປ ລາວ), ວັດຖຸອຸປະກອນ ແລະ ເຄື່ອງກົນຈັກກະສິກໍາທີ່ຮັບໃຊ້ໃຫ້ແກ່ການລ້ຽງສັດ. ນອກນີ້, ຍັງອະນຸຍາດໃຫ້ນໍາເຂົ້າບາງຜະລິດຕະພັນກ່ຽວກັບສັດ ແຕ່ຕ້ອງມີມາດຕະການທີ່ຮັດກຸມ, ມີແຜນການນໍາໃຊ້ສະເພາະ ແລະ ບໍ່ມີຜົນກະທົບຕໍ່ການຜະລິດ ຢູ່ພາຍໃນ ຄື: ຊີ້ນງົວ ເກຣດດີ (Premium), ຊີ້ນແກະ, ຊີ້ນນົກກະຈອກເທດ ເພື່ອມາຮັບໃຊ້ພັດຕະຄານ ຫຼື ໂຮງແຮມໃຫຍ່ໆ ແລະ ອະນຸຍາດໃຫ້ນຳເຂົ້າ ຕ່ອນນໍ້າມັນໝູ, ໜັງໝູ, ຊີ້ນກ້ອນ ເພື່ອນໍາມາປຸງແຕ່ງຮັບໃຊ້ບໍລິສັດ ຫຼື ໂຄງການສະເພາະໃດໜຶ່ງ. ສ່ວນອາຫານທະເລ ແມ່ນອະນຸຍາດໃຫ້ນໍາເຂົ້າ ແຕ່ຕ້ອງມີມາດຕະການຄຸ້ມຄອງຮ່ວມກັບບັນດາແຂວງຕ່າງໆໃຫ້ຮັດກຸມ ຊຶ່ງການອະນຸຍາດແມ່ນໃຫ້ພິຈາລະນາ ກໍານົດເປັນ ໂກຕ້າສະເພາະ ເປັນແຕ່ລະໄລຍະຕາມແຜນ ແລະ ຄວາມຈໍາເປັນໂຕຈິງເທົ່ານັ້ນ.

ທັງນີ້ທ່ານ ສອນໄຊ ສີພັນດອນ ຍັງໃຫ້ຮູ້ຕື່ມອີກວ່າ: ວຽກສົ່ງເສີມການຜະລິດພາຍໃນ, ລັດຍັງໄດ້ກຳນົດດ້ານປັດໄຈການຜະລິດ ຊຶ່ງລັດສາມາດກຳນົດໄດ້ຄວາມຕ້ອງການ ການນໍາເຂົ້າປະເພດແນວພັນເຂົ້າ, ພືດ, ສັດ, ໄມ້, ປາ, ກົບ; ລວມທັງດ້ານກົນຈັກ ແລະ ອຸປະກອນການຜະລິດ ເພື່ອມາດຸ່ນດ່ຽງໃຫ້ພຽງພໍກັບຄວາມຕ້ອງການພາຍໃນ.

 

ແຫຼ່ງຂໍ້ມູນ: ໜັງສືພິມປະຊາຊົນ

 

ການປະກອບສ່ວນ