ນາກໃຫຍ່ຂົນລຽບ / Smoot-coated Otter

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Lutrogale perspicillata (Geoffroy Saint Hilaire, 1826) / Mustelidae
ຊື່ພ້ອງ
ຊື່ອື່ນ
ໄທ: ນາກໃຫຍ່ຂົນລຽບ.
ຊື່ສາມັນ: smooth-coated otter.
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

      ຫົວ ແລະ ລໍາຕົວຍາວ: 52-75 ຊມ.  ຫາງຍາວ: 35-45 ຊມ.  ນາກໃຫຍ່ມີຂົນລຽບ, ເຫຼື້ອມ ແລະ ມັນ, ເປັນຄວາມຫຍຸ້ງຍາກທີ່ຈະຈັດຈຳແນກຈາກນາກໃຫຍ່ທໍາມະດາ, ຄວາມແຕກຕ່າງທີ່ໃຫ້ຂໍ້ສັງເກດຄື: ຂົນຂອງມັນແຫ້ງ, ຫາງມີລັກສະນະແປກວ່າບັນດາຊະນິດອື່ນໆທີ່ກ່າວມາ. ແຕ່ທັງໝົດມີຄວາມຍາວຂະໜາດດຽວກັນ. ດ້ານຫຼັງມີລັກສະນະສີນ້ຳຕານເຂັ້ມກວ່າດ້ານທ້ອງ, ເຂດຄໍ ແລະ ເບື້ອງຂ້າງ ຂອງຄໍເປັນສີຄີມ. ຫົວມີລັກສະນະມົນກວ່າຫົວຂອງນາກໃຫຍ່ທາໍມະດາ.

     ອຸປະນິໄສ: ໂດຍທົ່ວໄປພົບຢູ່ໃກ້ດິນທາມ. ໂດຍປົກກະຕິພວກມັນຈະ ຢູ່ເປັນຄູ່ ຫຼື ເປັນຄອບຄົວ.

     ຖິ່ນໄສ: ພົບຢູ່ຕາມແມ່ນ, ຫ້ວຍນ້ຳ ແລະ ໜອງນ້ຳຕາມທົ່ງພຽງຂອງ ສປປ ລາວ. ປະຈຸບັນມີຂໍ້ມູນຈາກປ່າສະຫງວນແຫ່ງຊາດເຊປຽນ, ປ່າປ້ອງກັນນ້ຳຍວງ, ປ່າສະຫງວນນກະດິງ ແລະ ປ່າສະຫງວນ້ຳເທີນທີ່ມີຊະນິດດັ່ງກ່າວ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານໄດ້.

 

ການສຶບພັນ ແລະ ວົງຈອນຊີວິດ

     ການປະສົມພັນ: ສ່ວນຫຼາຍປະສົມພັນແຕ່ຕົ້ນປີ ແລະ ຖືພາເປັນເວລາປະມານ 68 ວັນ. ລູກທີ່ເກີດມາຍັງບໍ່ສາມາດເຫັນໄດ້, ເມື່ອມີອາຍຸໄດ້ 10 ມື້ຈຶ່ງສາມາດເຫັນໄດ້, ຍ່ານົມເມື່ອມີອາຍຸໄດ້ 3 ເດືອນ ແລະ ຂະຫຍາຍຕົວເຕັມທີ່ເມື່ອອາຍຸໄດ້ 3 ປີ. ສ່ວນຫຼາຍມີລູກຄັ້ງແລກເມື່ອມີອາຍຸປະມານ 4 ປີ.

     ສະພາບການອະນຸລັກ: IUCN ໃກ້ຈະຖືກໄພຂົ່ມຂູ່ຂັ້ນກາງລະດັບໂລກ.

ການປະກອບສ່ວນ