ງານ ວາງສະແດງ ສະເຫຼີມສະຫຼອງ ວັນດີນໂລກ 2022

Nov 28
2022
-
30
ສະຖານທີ່
ທີ່ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ບ້ານ ໜອງວຽງຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
phakhaolao.la
phakhaolao.la

ກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກໍາ ແລະ ອົງການອາຫານ ແລະ ການກະເສດ (FAO) ມີຄວາມຍິນດີ ຂໍຮຽນເຊີນບັນດາທ່ານເຂົ້າຮ່ວມງານ ວາງສະແດງ ສະເຫຼີມສະຫຼອງ ວັນດີນໂລກ 2022, ທີ່ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ບ້ານ ໜອງວຽງຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ລະຫວ່າງວັນທີ 28 ຫາ 30 ພະຈິກ 2022.

ພາຍໃນງານວັນດິນໂລກ ຍັງປະກອບມີການສຳມະນາ ກ່ຽວກັບວຽກງານການປັບປຸງດິນ ໃນ ສປປ ລາວ ພ້ອມທັງມີງານວາງສະແດງ ແລະ ຂາຍສີນຄ້າ ຝຸ່ນອົງຄະທາດ ແລະ ຊີວະພາບ ພ້ອມທັງພືດຜັກປອດສານຜິດ ໃຫ້ບັນດາທ່ານໄດ້ເລືອກຊົມ ເລືອກຊື້.

ສຳລັບງານສະເຫຼີມສະຫຼອງ ວັນດິນໂລກປີນີ້ ແມ່ນຈັດຂື້ນພາຍໃຕ້ກອບຄໍາຂວັນວັນດິນໂລກ ປະຈຳປີ 2022 ຄື: “soils, where food begins” (ດິນ ເປັນແຫຼ່ງ ກຳເນີດ ອາຫານ). ຈຸດປະສົງຂອງງານແມ່ນເພື່ອປູກຈິດສໍານຶກເຖິງຄວາມສໍາຄັນຂອງການຮັກສາລະບົບນິເວດ ໃຫ້ມີຄວາມສົມບູນ ແລະ ຄວາມເປັນຢູ່ທີ່ດີຂອງມະນຸດ ໂດຍການແກ້ໄຂບັນຫາທ້າທາຍໃນການຄຸ້ມຄອງດິນ, ເພີ່ມຄວາມຮັບຮູ້ຂອງດິນ ແລະ ຊຸກຍູ້ໃຫ້ລັດຖະບານ, ອົງການຈັດຕັ້ງ, ຊຸມຊົນ ແລະ ສະແດງໃຫ້ມວນຊົນ/ສັງຄົມ ໄດ້ເຫັນ ແລະ ເພີ່ມຄວາມເອົາໃຈໃສ່ໃນການປັບປຸງດິນ ໃຫ້ມີຄວາມອຸດົມສົມບູນ ເນື່ອງຈາກສີ່ງເຫຼົ່ານັ້ນແມ່ນອົງປະກອບສຳຄັນຕໍ່ການເພີ່ມປະສິດທິພາບຄວາມອຸດົມສົມບູນໃນດິນ.

ການປະກອບສ່ວນ