4 ສະໝຸນໄພ ທີ່ສາມາດຊ່ວຍຕ້ານໂຣກຊຶມເສົ້າ

bouavone thipphavanh
ໂຣກຊຶມເສົ້າ ກຳລັງເປັນບັນຫາສໍາຄັນໃນສັງຄົມຍຸກປັດຈຸບັນຫຼາຍຂຶ້ນ ແລະ ເພີ່ມຄວາມຮຸນແຮງຂຶ້ນໄປເລື້ອຍໆ
ຊີວະນາໆພັນກະສິກຳ
ພືດສະໝຸນໄພ
www.phakhaolao.la

 

ແພດຍິງ ອາສາຟາ ເຊົາວະຈະເລີນ ແພດຊໍານານການ ໂຮງໝໍເຈົ້າພະຍາອະໄພພູເບດ ໃຫ້ຄວາມຮູ້ກ່ຽວກັບເລື່ອງ ສະໝຸນໄພຕ້ານຊຶມເສົ້າ ໂດຍເຜີຍວ່າ ໂຣກຊືມເສົ້າ ກຳລັງເປັນບັນຫາສໍາຄັນໃນສັງຄົມຍຸກປັດຈຸບັນ ແລະ ເພີ່ມຄວາມຮຸນແຮງຫຼາຍຂຶ້ນໄປເລື້ອຍໆ ດັ່ງນັ້ນ ສະໝຸນໄພ ຈຶ່ງເປັນອີກໜຶ່ງທາງເລືອກທີ່ສາມາດໃຊ້ປ້ອງກັນ ຫຼື ບັນເທົາອາການດັ່ງກ່າວ

4 ສະໝຸນໄພ ທີ່ສາມາດຊ່ວຍຕ້ານໂຣກຊືມເສົ້າ ແລະ ສາມາດຫາໄດ້ງ່າຍໆ

  1. ຂີ້ໝິ້ນມີການສຶກສາໃນຄີນິກທີມີຜູ້ເປັນໂຣກຊືມເສົ້າ ຊຶ່ງໄດ້ມີການໃຊ້ສານສະກັດຈາກຂີ້ໝິ້ນ 500 ມກ ຫຼັງຮັບປະທານອາຫານເຊົ້າ ແລະ ແລງ, ຢາຕ້ານໂຣກຊືມເສົ້າ (Fluoxetine 20 mg) ເປັນເວລາ 6 ອາທິດ ສໍາລັບເປີເຊັນໃນການຕອບສະໜອງຜົນການການຮັກສາຂອງຜູ້ປ່ວຍ ຢາຕ້ານຊືມເສົ້າ 64.7% ສານສະກັດຂີ້ໝິ້ນ 62.5% ແລະ ເມື່ອໃຊ້ຮ່ວມກັນທັງຢາຕ້ານຊືມເສົ້າ ແລະ ສານສະກັດຂີ້ໝິ້ນ ຈະໃຫ້ຜົນຕອບສະໜອງ 77.8% 

  2. ຜັກໜອກມີການໃຊ້ຜັກໜອກມາເຮັດເປັນຢາມາແຕ່ສະໄໝບູຮານ ຊຶ່ງຜັກໜອກສາມາດຊ່ວຍບັນເທົາອາການໂຣກວິຕົກກັງວົນ ຈາກການສຶກສາໃຊ້ສານສະກັດຜັກໜອກ 500 ມກ ມື້້້້ລະ 2 ເທື່ອຫຼັງອາຫານ ໃນຜູ້ປ່ວຍທີ່ໄດ້ຮັບການວິນິໄສວ່າເປັນໂຣກວິຕົກກັງວົນ ອາຍຸຕັ້ງແຕ່ 18 ປີຂຶ້ນໄປ ຈໍານວນ 33 ຄົນພົບວ່າ ເລີ່ມເຫັນຜົນການຮັກສາທີ່ 1 ເດືອນ ແລະ ເຫັນຜົນຊັດເຈນຂຶ້ນທີ່ 2 ເດືອນ.

ຈາກການສຶກສາດັ່ງກ່າວ ຈະເຫັນໄດ້ວ່າສານສະກັດຂອງຜັກໜອກສາມາດຊ່ວຍຫຼຸດຄວາມກັງວົນ ຄວາມຄຽດ ແລະ ຊ່ວຍຫຼຸດອາການຂອງໂຣກຊືມເສົ້າໄດ້ ເຮັດໃຫ້ຄວາມເຕັມໃຈທີ່ຈະປັບຕົວ ແລະ ຮຽນຮູ້ດີຂຶ້ນ. ດັ່ງນັ້ນ, ຜັກໜອກຈຶ່ງມີສັບພະຄຸນທີ່ຈະນໍາມາໃຊ້ໃນຜູ້ປ່ວຍໂຣກວິຕົກກັງວົນ.

  1. ນໍ້າມັນຈາກລໍາຕົ້ນຂອງເຂົ້າ ແລະ ໜໍ່ເຂົ້ານໍ້າມັນຈາກລໍາຕົ້ນຂອງເຂົ້າ ແລະ ໜໍ່ເຂົ້າ ມີສານສໍາຄັນທີ່ຊ່ວຍເຮັດໃຫ້ນອນຫຼັບໄດ້ງ່າຍ ດ້ວຍສານ GABA (Gamma-aminobutyric acid) ເປັນສານສື່ປະສາດ ພົບຢູ່ໃນລະບົບປະສາດສ່ວນກາງຄືສະໝອງ ແລະ ໄຂສັນຫຼັງ ມີປະສິດທິພາບທີ່ຊ່ວຍໃຫ້ຮ່າງກາຍຜ່ອນຄາຍ ບໍ່ມີຄວາມກັງວົນ ແລະ ເຮັດໃຫ້ຫຼັບສະບາຍ ຊຶ່ງຢານອນຫຼັບສ່ວນໃຫຍ່ທີ່ໃຊ້ໃນປັດຈຸບັນກໍອອກລິດໂດຍການຈັບຕົວຮັບ GABA ແລະ ສານ N-Acetylserotonin ເປັນສານທີ່ພົບເຫັນຕາມທໍາມະຊາດຂອງນໍ້າມັນລໍາຕົ້ນເຂົ້າ ເປັນສານຕັ້ງຕົ້ນໃນການສ້າງສານເມລາໂທນິນ (melatonin) ຊຶ່ງມີໜ້າທີ່ໃນການຄວບຄຸມວົງຈອນການນອນຫຼັບຂອງຄົນ ມີສ່ວນຊ່ວຍໃນການຄາຍຄວາມຄຽດ, ຄວາມກັງວົນ, ຕ້ານການຊືມເສົ້າ, ຕ້ານອະນຸມົນອິດສະຫຼະ ປົກປ້ອງສະໝອງ ແລະ ປົກປ້ອງເຊວຮັບແສງຈາກຈໍປະສາດຕາອີກດ້ວຍ.

  2. ໝາກອຶມີການສຶກສາພົບວ່າ ໝາກອຶຊ່ວຍບັນເທົາອາການຊຶມເສົ້າໄດ້ ໂດຍສັງເກດພຶດຕິກໍາຂອງໜູທີ່ຖືກບັງຄັບໃຫ້ລອຍນໍ້າ ເຮັດໃຫ້ໜູທົດລອງເກີດພາວະຊືມເສົ້າ ຊຶ່ງໜູຈະມີພຶດຕິກໍາຢຸດເໜັງຕີງ (ບໍ່ລອຍນໍ້າ) ຄ້າຍວ່າຢາກຕາຍ ແຕ່ການໃຫ້ໝາກອຶ ແລະ ສານເບຕ້າແຄໂຣທິນ ມີຜົນທີ່ເຮັດໃຫ້ໄລະຍະເວລາການຢຸດເໜັງຕີງຫຼຸດລົງ ແລະ ຍັງມີຜົນເພີ່ມລະດັບເຊໂຣໂທນິນ ແລະ ນໍອິນິພິເນຟຮິນ ເປັນສານສື່ປະສາດໃນສະໝອງ (norepinephrine: NE) ຊຶ່ງຈະຫຼຸດລົງເນື່ອງຈາກພາວະຊຶມເສົ້າກັບມາສູ່ລະດັບປົກກະຕິ

ແຫຼ່ງຂໍ້ມູນ: https://www.hfocus.org/content/2022/01/24249

 

 

Contribute