ຮັບປະທານອາຫານທີ່ດີ ຄຽງຄູ່ກັບຕົ້ນທຶນທີ່ເໝາະສົມ

Andy Souvanphakdy
ອາຫານທີ່ດີ ປອດໄພຕໍ່ສຸຂະພາບຈຳເປັນຕ້ອງຈ່າຍດ້ວຍຕົ້ນທຶນທີ່ສູງສະເໝີໄປ ຫຼື ບໍ ? ຖ້າທ່ານກຳລັງຕະໜັກເຖິງສິ່ງນີ້ ບົດຄວາມນີ້ອາດມີຄຳຕອບ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ໃນສະພາບເສດຖະກິດແບບນີ້ ເຊັ່ນການແຜ່ລະບາດຂອງພະຍາດໂຄວິດ ເຊື່ອວ່າຫຼາຍໆທ່ານອາດຈະກັງວົນກ່ຽວກັບຊີວິດການເປັນຢູ່ໂດຍສະເພາະສຸຂະພາບຮ່າງກາຍ

ດັ່ງນັ້ນ, ການຮັບປະທານອາຫານທີ່ປອດໄພນັ້ນສຳຄັນຫຼາຍ ບໍ່ວ່າພວກເຮົາຈະຢູ່ໃນສະຖານະໃດກໍຕາມ ຄວາມປອດໄພທາງດ້ານອາຫານນັ້ນຍັງຄົງເປັນສຳຄັນທີ່ເຮົາຄວນຄຳນຶງເຖິງ ເນື່ອງຈາກການຮັບປະທານອາຫານທີ່ບໍ່ປອດໄພສາມາດສົ່ງຜົນຕໍ່ສຸຂະພາບ ເຮັດໃຫ້ເຈັບປ່ວຍ ເຖິງຂັ້ນເສຍຊີວິດໄດ້ ຊຶ່ງການເຈັບປ່ວຍກໍອາດຈະເປັນສາເຫດ ແລະ ຂໍ້ຫຍຸ້ງຍາກຕໍ່ການດຳລົງຊີວິດໄດ້ເຊັ່ນ ການເຮັດວຽກ ເປັນຕົ້ນ. ນອກນັ້ນ (1) ອາຫານທີ່ບໍ່ປອດໄພເປັນສິ່ງທີ່ທຳລາຍຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດທາງດ້ານອາຫານໃນວົງກ້ວາງ ແລະ ການຄ້າລະຫວ່າງປະເທດ.

ແຕ່ບາງຄັ້ງ ເຖິງວ່າເຮົາອາດຈະຕະໜັກໄດ້ເຖິງຄວາມສຳຄັນຕໍ່ຄວາມປອດໄພທາງດ້ານອາຫານ, ແລະ ບາງຄັ້ງກໍຍັງມີຂໍ້ຈຳກັດຢູ່ ເນື່ອງຈາກການເພີ່ມຂຶ້ນຂອງລາຄາອາຫານ ແລະ ຄ່າຄອງຊີບ, ຄວາມຮູ້ທາງດ້ານຊັບພະຍາກອນມະນຸດທາງດ້ານຄວາມປອດໄພດ້ານອາຫານ, ແລະ ວັດທະນະທຳຄວາມປອດໄພທາງດ້ານອາຫານ

ເຖິງຢ່າງໃດກໍຕາມ ເຮົາຍັງມີທາງອອກ ເພື່ອທີ່ຈະຫຼີກຫຼ່ຽງອາຫານທີ່ບໍ່ປອດໄພ ພ້ອມກັບຕົ້ນທຶນທີ່ເໝາະສົມໄດ້ ເຊິ່ງອີງຕາມຫຼັກການປະຕິບັດ ຄຽງຄູ່ກັບຄ່າໃຊ້ຈ່າຍທີ່ເໝາະສົມ ກໍຖືໄດ້ວ່າເປັນທາງເລືອກນຶ່ງທີ່ໜ້າສົນໃຈຫຼາຍເຊັ່ນ ການປ່ຽນແປງໂຄງສ້າງພື້ນຖານໃນດ້ານຕ່າງໆຕາມຕ່ອງໂສ້ທາງດ້ານອາຫານ ລວມເຖິງຂະບວນການຜະລິດ, ແລະ ການຈັດຈຳໜ່າຍ.

5 ຂັ້ນຕອນທີ່ພວກເຮົາສາມາດປະຕິບັດເພື່ອຄວາມປອດໄພທາງດ້ານອາຫານຈາກອົງການອາຫານ ແລະ ການກະເສດ

  • ອາຫານຕ້ອງປອດໄພ (Ensure food is safe)
  • ການຜະລິດອາຫານທີ່ປອດໄພ (Grow food safely)
  • ການເກັບຮັກສາອາຫານໃຫ້ປອດໄພ (Keep food safe)
  • ການກວດກາວ່າອາຫານນັ້ນປອດໄພ (Check that food is safe)
  • ການຮ່ວມມືເພື່ອຄວາມປອດໄພທາງດ້ານອາຫານ (Team up for safety)

ນອກນັ້ນທ່ານຍັງສາມາດປະຕິບັດຕາມການແນະນຳຂອງອົງການອານາໄມໂລກເຊັ່ນ:

  • ຮັກສາຄວາມສະອາດ
  • ແຍກວັດຖຸດິບ ແລະ ປຸງສຸກ
  • ປຸງຕ່ງອາຫານຕາມຂັ້ນຕອນໃຫ້ລະອຽດ
  • ເກັບອາຫານໄວ້ໃນອຸນນະພູມທີ່ເໝາະສົມ
  • ໃຊ້ນໍ້າ ແລະ ວັດຖຸດິບທີ່ປອດໄພ

ຫຼັກການປະຕິບັດຈາກ ທ່ານ ນາງ ມະນີວັນ ອະລິຍະວົງ ຜູ້ຮັບຜິດຊອບທຶນຂະໜາດນ້ອຍ ຂອງ ໂຄງການປັບປຸງລະບົບນິເວດກະສິກຳ ແລະ ຄວາມປອດໄພຂອງອາຫານ ຢູ່ ສປປ ລາວ

"ຂ້າພະເຈົ້າໃຫ້ຄວາມສຳຄັນຫຼາຍ ກັບຄວາມປອດໄພທາງດ້ານອາຫານ ຍ້ອນວ່າ ສິ່ງໃດກໍໍ່ຕາມທີ່ເຮົາກິນເຂົ້າໄປ ຖ້າສະອາດ ແລະ ປອດໄພ ກໍ່ໝາຍເຖິງ ການທີ່ມີສຸຂະພາບດີ ແຂງແຮງ ແລະ ເຮັດໃຫ້ ມີຄວາມສຸກໃນການດຳລົງຊີວິດ ແລະ ມີປະສິດທິພາບໃນການເຮັດວຽກ. ການບໍລິໂພກ ອາຫານປອດໄພ ທີ່ຂ້າພະເຈົ້າປະຕິບັດ ກໍ່ຄື ພະຍາຍາມ ປຸງແຕ່ງອາຫານກິນເອງ ບໍ່ໃຊ້ເຄື່ອງປຸງອາຫານຫຼາຍ ຫຼື ສານປຸງແຕ່ງອາຫານທີ່ເປັນອັນຕະລາຍຕໍ່ສຸຂະພາບ, ນຳໃຊ້ຜັກປອດສານພິດ ຈາກສະຖານທີ່ເຊື່ອຖືໄດ້, ລ້າງຜັກ ແລະ ວັດຖຸດິບທີ່ມາປຸງແຕ່ງໃຫ້ສະອາດ, ປຸງແຕ່ງອາຫານໃຫ້ສຸກ."

ດັ່ງທີ່ໄດ້ກ່າວມານັັ້ນ ເຮົາຈະເຫັນໄດ້ວ່າອາຫານທີ່ດີຢູ່ໃກ້ຈາກໂຕເຮົາ ແລະ ອາຫານທີ່ບໍດີກໍອາດຈະຢູ່ຫ່າງໄກຈາກຕົວເຮົາໄດ້ ພຽງແຕ່ເລີ່ມຈາກໂຕເຮົາເອງ ປ່ຽນແປງພຶດຕິກຳໃຫ້ເໝາະສົມ ເພື່ອສຸຂະພາບທີ່ດີຂອງຮ່າງກາຍ ສຸກກາຍສະບາຍໃຈ
 

Contribute