ການນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ: ຫົນທາງສູ່ຄວາມຫຼາກຫຼາຍດ້ານແຫຼ່ງລາຍຮັບໃນຊົນນະບົດ

18 Jul 2022 Authors: ປອ. ສີມອນ ວົງຄໍາຮໍ່, ພ້ອມຄະນະ, ສູນຄົ້ນຄວ້າປ່າໄມ້ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ແລະ ພັດທະນາຊົນນະບົດ
phakhaolao.la

ເຄື່ອງປ່າຂອງດົງ ແມ່ນໝາຍເຖິງທຸກພາກສ່ວນຂອງພືດ-ຕົ້ນໄມ້ທີ່ເກີດຂຶ້ນຕາມປ່າທໍາມະຊາດ ຫຼືດ້ວຍການປູກ; ປະກອບມີເຫງົ້າ, ລໍາຕົ້ນ, ເຄືອ, ຫົວ, ຮາກ, ຕາ, ໜໍ່, ໃບ, ດອກ, ໝາກ, ເມັດ ຫຼືແກ່ນ, ເປືອກ, ຢາງ, ນໍ້າມັນ, ເຫັດ, ນໍ້າເຜີ້ງ ແລະ ລວມເຖິງພືດເປັນຢາສະໝຸນໄພ (ກົດໝາຍປ່າໄມ້, 2019).

ເຄື່ອງປ່າຂອງດົງມີຄວາມຕ້ອງການສູງຈາກຕະຫຼາດຕ່າງປະເທດ ໂດຍສະເພາະ ແມ່ນປະເທດ ໃກ້ຄຽງ; ຈີນ, ຫວຽດນາມ ແລະ ໄທ ເປັນສາເຫດໜຶ່ງສົ່ງຜົນໃຫ້ຂຸດຄົ້ເກີດຄວາມສາມາດ ຂອງຊັບພະຍາກອນ (ເຄືອແຮມ, ຫວາຍ ແລະ ອື່ນໆ.)

ຄວາມຈິງແລ້ວ, ສະພາບການຊື້-ຂາຍເຄື່ອງປ່າຂອງດົງໃນປັດຈຸບັນ ແມ່ນກະແຈກກະຈາຍ ແລະ ຂາດການຮ່ວມມືເຊິ່ງກັນ ແລະ ກັນ. ເຄື່ອງປ່າຂອງດົງສ່ວນຫຼາຍຖືກສົ່ງອອກ ເປັນ ວັດຖຸດິບ, ຂາດການປຸງແຕ່ງເພີ້ມມູນຄ່າໃຫ້ແກ່ສິນຄ້າ.

Downloads

Sustainable use of NTFPs as pathway for rural income diversification - ລາວ (761 KB)

ການນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ: ຫົນທາງສູ່ຄວາມຫຼາກຫຼາຍດ້ານແຫຼ່ງລາຍຮັບໃນຊົນນະບົດ

Contribute