Info Session on new CRS Nutrition Research Project

Apr 30
2020
ສະຖານທີ່
Zoom app
CRS
CRS

ພວກຂ້າພະເຈົ້າຂໍແຈ້ງໃຫ້ທ່ານຊາບ ກ່ຽວກັບໂຄງການໃໝ່ຂອງອົງການ CRS ຊຶຶ່ງຄາດວ່າຈະໃສ່ຊື່ ຕາມການຊີ້ນຳຂອງ ກະຊວງສາທາລະນະສຸກ ທີ່ຮຽກວ່າ “ໂຄງການສ້າງຄວາມອາດສາມາດໃນການຄົ້ນຄວ້າວິໄຈທາງດ້ານໂພຊະນາການແບບປະຍຸກ” ໂຄງການນີ້ ແມ່ນເກີດຂຶ້ນໄດ້ຍ້ອນການສະໜັບສະໜູນໂດຍ ປະຊາຊົນອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ ປະຈຳລາວ (USAID) ແລະ ຈະໄດ້ຖືກນຳພາດຳເນີນໂຄງການໂດຍ ອົງການ CRS ດ້ວຍການໃຫ້ຄວາມຊ່ວຍເຫຼືອທາງດ້ານວິຊາການ ຈາກມະຫາວິທະຍາໄລເພີດູ່ ແລະ ມະຫາວິທະຍາໄລອິນເດຍນ່າ ຈາກສະຫະລັດອາເມລິກາ. ໂຄງການນີ້ ແມ່ນໂຄງການ ໄລຍະເວລາ 4 ປີ, ຊຶ່ງໄດ້ຮັບທຶນຊ່ວຍເຫຼືອ ຈົນເຖິງ ເດືອນກັນຍາ ປີ 2023, ແລະ ຫ້ອງການໂຄງການຈະໄດ້ຖືກປະຈຳການ ຢູ່ພາຍໃນສູນໂພຊະນາການໃໝ່ ທີ່ເອີ້ນວ່າ “ໂຄງການລານີ” - ໂຄງການລິເລີ້ມທາງດ້ານໂພຊະນາການ ລາວ ອາເມລິກາ. ພື້ນທີ່ຫ້ອງການ ແມ່ນໄດ້ຖືກມອບໃຫ້ເປັນສູນລວມແຫຼ່ງທຶນຊ່ວຍເຫຼືອຈາກລັດຖະບານ ສະຫະລັດອາເມລິກາ ເພື່ອໃຫ້ການຊ່ວຍເຫຼືອສູນໂພຊະນາການ ແລະ ການຄົ້ນຄວ້າວິໄຈທາງດ້ານໂພຊະນາການ.

ໃນເດືອນ ມັງກອນ-ກຸມພາ ປີ 2020, ພະນັກງານອົງການ CRS ໄດ້ທຳການປະເມີນນຄວາມຕ້ອງການ ເພື່ອກຳນົດການນໍາໃຊ້ຊັບພະຍາກອນທີ່ມີຂອງໂຄງການໃຫ້ເໝາະສົມເຂົ້າໃນການຄົ້ນຄວ້າວິໄຈທາງດ້ານໂພຊະນາການຢູ່ ສປປ ລາວ. ພະນັກງານໂຄງການໄດ້ທຳການສຳພາດບັນດາພາກສ່ວນທີ່ກ່ຽວຂ້ອງ ຫລາຍກວ່າ 55 ທ່ານ, ຊຶ່ງລວມທັງບັນດາທ່ານທີ່ເປັນຄູ່ຮ່ວມພັດທະນາທັງຫຼາຍ ທີ່ຢູ່ໃນສາຍຂະນະນີ້, ພ້ອມດ້ວຍບັນດາພາກສ່ວນທີ່ມີສ່ວນຮ່ວມກັບການຄົ້ນຄວ້າວິໄຈທາງໂພຊະນາການຂອງພາກລັດ.

ເປົ້າໝາຍໂຄງການ: ເສີມສ້າງຄວາມອາດສາມາດໃນການຄົ້ນຄວ້າວິໄຈດ້ານໂພຊະນາການໃນ ສປປ ລາວ
1) ໃຫ້ຄວາມຊ່ວຍເຫຼືອສູນໂພຊະນາການໂດຍການສ້າງຄວາມເຂັ້ມແຂງໃນການບໍລິຫານ ແລະ ໃຫ້ບໍລິຫານຄົ້ນຄວ້າວິໄຈທາງດ້ານໂພຊະນາການທີ່ຈໍາເປັນ, ດ້ວຍການສຸມໃສ່ການວັດແທກຮ່າງກາຍ
2) ໃຫ້ຄວາມຊ່ວຍເຫຼືອບັນດາມະຫາວິທະຍາໄລພາຍໃນກະຊວງສາທາລະນະສຸກ, ບັນດາສະຖາບັນ ເພື່ອສົ່ງເສີມຄວາມອາດສາມາດໃນການຄົ້ນຄວ້າວິໄຈທາງດ້ານໂພຊະນາການໃຫ້ກັບບັບດາພາກວິຊາຕ່າງໆ
3) ໃຫ້ຄວາມສະໜັບສະໜູນບັນດາແນວຄວາມຄິດລີເລີ່ມຈາກຫຼາຍພາກສ່ວນເພື່ອປັບປຸງຂອດການປະສານງານ ແລະ ການຮ່ວມມີໃນການຄົ້ນຄວ້າວິໄຈທາງດ້ານໂພຊະນາການ

ອົງການ CRS ແລະ ຄູ່ຮ່ວມງານຈາກລັດຖະບານ ກຳລັງສັງລວມລາຍລະອຽດໂຄງການ ໃນຊ່ວງເດືອນຕໍ່ໜ້ານີ້ ແລະ ຍິນດີຮັບຄວາມຄິດເຫັນຈາກທຸກພາກສ່ວນທີ່ກ່ຽວຂ້ອງໃນຂະແໜງການໂພສະນາການ. ກອງປະຊຸມນີ້ຈະຈັດຂຶ້ນໃນ ຕອນເຊົ້າ ຂອງວັນທີ 30 ເມສາ 2020 ເວລາ 9:30, ໂດຍດໍາເນີນຜ່ານແອັບຊູມ (Zoom) ຕາມລິ້ງລຸ່ມນີ້.

https://zoom.us/j/93920984333?pwd=R0E2dlpXZHNZaVdGNTJFNVJpY1ludz09
Meeting ID: 939 2098 4333
Password: Laos

ຖ້າຫາກທ່ານມີຄຳຖາມ/ຄຳຄິດເຫັນເພິ່ີມເຕີມ ກະລຸນາຕິດຕໍ່ ທ່ານນາງ ແຄຼ ກູດດິງ, ຫົວໜ້າແຜນງານ ຜ່ານທາງອີເມວ(clare.gooding@crs.org). ຄຳຖາມສາມາດສົ່ງເປັນພາສາລາວ ຫລື ພາສາອັງກິດ ກໍ່ໄດ້.

ການປະກອບສ່ວນ