ແມງບົ່ວ Rice gall midge

ຊື່ວິທະຍາສາດ: Cecidomyidae
ຊື່ສາມັນ: Rice gall midge
ຊື່ພາສາລາວ: ແມງບົ່ວ
ແມງບົ່ວໂຕແກ່ ມີລັກສະນະຄ້າຍຄືກັບຍຸງ ຫຼື ຮີ້ນ ໂຕຍາວປະມານ 3-4 ມມ, ມີຫນວດ ແລະ ຂາສີດໍາ, ໂຕຜູ້ມີສີນ້ຳຕານປົນເຫຼືອງ ມີຂະຫນາດນ້ອຍກ່ວາໂຕແມ່, ເວລາກາງເວັນໂຕແກ່ຈະລີ້ຢູ່ກ້ອງໃບ, ຕາມກົກເຂົ້າ ແລະ ຈະບິນໄປຫາບ່ອນທີ່ມີດອກໄຟ ເພື່ອປະສົມພັນ, ສ່ວນຫຼາຍຈະວາງໄຂ່ໃສ່ກ້ອງໃບເຂົ້າໃນຕອນກາງຄືນ, ໄຂ່ບ່ອນລະຫນ່ວຍ ຫຼື ເປັນກຸ່ມ ກຸ່ມລະ 3-4 ຫນ່ວຍ, ໂຕຫນື່ງສາມາດໄຂ່ໄດ້ເທື່ອລະຫຼາຍຮ້ອຍຫນ່ວຍ ໃນໄລຍະ 4 ວັນ ໄຂ່ມີລັກສະນະຄ້າຍຄື ກ້ວຍຫອມ, ມີສີບົວອ່ອນ ຍາວປະມານ 0.45 ມມ, ມີຄວາມກ້ວາງ 0,09 ມມ ໄລຍະຟັກໄຂ່ປະມານ 3-4 ວັນ ໄຂ່ຕ້ອງການຄວາມຊຸ່ມສຳພັດ 80-90%, ໄລຍະດ້ວງແບ່ງເປັນ 4 ໄລຍະ.
- ໄລຍະໄຂ່ 3-4 ວັນ
- ໄລຍະຫນອນ ມີ 3 ໄລຍະ 11 ວັນ
- ໄລຍະໂຕເຕັມ ໄວ 3-4 ວັນ
- ໄລຍະດັກແດ້ 6 ວັນ

ການລະບາດ
- ແມງບົ່ວຈະທໍາລາຍເຂົ້າ ເລີ່ມແຕ່ໄລຍະເຂົ້າແຕກກໍ ຫາແຕກກໍສູງສຸດ ຫຼື ຊ່ວງເຂົ້າມີອາຍຸປະມານ 45 ວັນ
- ສະພາບແວດລ້ອມທີ່ເຫມາະສົມ ແມ່ນຊ່ວງທີ່ຝົນຕົກຫຼາຍ ຫຼື ຟ້າມືດຄື້ມຕິດຕໍ່ກັນປະມານ 1-2 ອາທິດ
ລັກສະນະການທໍາລາຍ
- ແມງບົ່ວໂຕອ່ອນ ຈະໄຕ່ລົງໄປອາໄສຢູ່ໃນຫນໍ່ຂອງເຂົ້າ ເພື່ອກັດກິນອາຫານຢູ່ພາຍໃນໃບ, ອາໃສຢູ່ຫນໍ່ເຂົ້າປະມານ 1 ອາທິດ
- ຕົ້ນເຂົ້າທີ່ແມງບົ່ວທໍາລາຍຈະມີລັກສະນະຕົ້ນເຕ້ຍ, ລໍາຕົ້ນກົມ, ມີສີຂຽວເຂັ້ມ, ຍອດທີ່ຖືກທໍາລາຍບໍ່ສາມາດ ອອກຮວງໄດ້
ການປ້ອງກັນ
- ນໍາໃຊ້ແນວພັນເຂົ້າ ທີ່ມີຄວາມຕ້ານທານເຊັ່ນ ແນວພັນພື້ນເມືອງ
- ທໍາຄວາມສະອາດພື້ນທີ່ໃນນາ ກ່ອນຕົກກ້າໂດຍການເສຍຫຍ້າຊະນິດຕ່າງໆ ທີ່ເກີດຂຶ້ນບໍລິເວນໄຮ່ນາ ເພື່ອບໍ່ໃຫ້ເປັນບ່ອນອາໄສຂອງແມງບົ່ວ
- ໃຊ້ນ້ຳສະກັດຊີວະພາບ ຫຼື ນໍ້າຊີ່ຖ່ານສີດໃສ່ກ້າ ແລະ ເຂົ້າຫຼັງປັກດໍາ ເພື່ອເປັນການປ້ອງກັນບໍ່ໃຫ້ແມງບົ່ວມາໄຂ່ໃສ່ຕົ້ນເຂົ້າ
- ໃຊ້ສະຫມຸນໄພໃນການປ້ອງກັນເພື່ອບໍ່ໃຫ້ແມງບົ່ວກະຈາຍໄປນາໄຮ່ອື່ນໆ ແລະ ບໍ່ໃຫ້ລະບາດເພີ່ມຂຶ້ນ ໂດຍໃຊ້ສະຫມູນໄພດັ່ງນີ້: ຫົວຜັກທຽມ 2 ຂີດ, ພິກໄທດໍາ 1 ຂີດ, ເຫຼົ້າ 70% ໃນປະລິມານ 450 ຊີຊີ
ຂັ້ນຕອນການປະຕິບັດ: ເອົາຫົວຜັກທຽມ ແລະ ພິກໄທດໍາ ມາບົດໃຫ້ລະອຽດ, ເທເຫຼົ້າລົງໃສ່ ແລ້ວຄົນໃຫ້ເຂົ້າກັນ ຫມັກໄວ້ 7 ວັນ ກ່ອນນໍາໄປກັ່ນຕອງດ້ວຍຜ້າສະອາດ
ອັດຕາສ່ວນໃນການໃຊ້: ເອົານໍ້າຫມັກ ທີ່ຕອງແລ້ວ ຈໍານວນ 20 ຊີຊີ ປະສົມກັບນໍ້າສະອາດ 20 ລິດ ແລ້ວເລີ່ມສີດໃສ່ ນັບຕັ້ງແຕ່ເຂົ້າເປັນຕົ້ນກ້າ, ສີດທຸກໆ 5 ວັນ ເພື່ອປ້ອງກັນການແພ່ລະບາດຂອງແມງບົ່ວໃນນາເຂົ້າ.
ການກໍາຈັດ
ໄຕ້ໄຟລໍ້ແມງບົ່ວໃນຊ່ວງເວລາ 7 ໂມງ - 9 ໂມງ ກາງຄືນ ເພື່ອໃຫ້ໂຕແກ່ບິນມາຕອມແລ້ວນໍາໄປທໍາລາຍຖີ້ມ