ເລືອກແນວໃດ ໃຫ້ໄດ້ຜັກສົດ?

Sakhone INTHAVONG
ວິທີເລືອກຜັກສົດ
ເຮືອນຄົວລາວ
phakhaolao.la
phakhaolao.la

ຫາກກ່າວເຖິງການມີສຸຂະພາບທີ່ດີ ແລະ ແຂງແຮງ ເຊື່ອວ່າເປັນສິ່ງທີ່ຫຼາຍຄົນປາຖະໜາ ແຕ່ເຮົາຈະເຮັດແນວໃດໃຫ້ໄດ້ມາໃນສິ່ງທີ່ຕົນເອງປາຖະໜານັ້ນແມ່ນຂຶ້ນຢູ່ກັບຕົນເອງ ວ່າຄວນເຮັດສິ່ງໃດ ຫຼື ບໍ່ຄວນເຮັດສິ່ງໃດ ເພາະການທີ່ຈະໄດ້ມາເຊິ່ງສິ່ງທີ່ດີມາໃຫ້ຕົນເອງນັ້ນມັນຂຶ້ນຢູ່ກັບວິໄນ,​ຄວາມພະຍາຍາມ ລວມເຖິງພຶດຕິກຳຕ່າງໆເຊັ່ນ ຄົນທີ່ບໍ່ອອກກຳລັງກາຍ ກໍຈະເຮັດໃຫ້ມີຮູບຮ່າງຕຸ້ຍ, ແນ່ນອນວ່າອາດຈະເຮັດໃຫ້ຮ່າງກາຍບໍ່ແຂງແຮງ ສິ່ງທີ່ຕາມມາກໍຄືໂລກໄພໄຂ້ເຈັບນັ້ນເອງ ຕ່າງຈາກຄົນທີ່ອອກກຳລັງກາຍຢ່າງສະໝ່ຳສະເໝີກໍຈະມີຮູບຮ່າງທີ່ສວຍງາມ ແລະ ສິ່ງທີ່ດີກວ່ານັ້ນກໍຄື ສຸຂະພາບທີ່ດີ.

ສິ່ງທີ່ສຳຄັນຢ່າງໜຶ່ງທີ່ຈະເຮັດໃຫ້ເຮົາມີສຸຂະພາບທີ່ດີນັ້ນກໍຄືການຮັບປະທານອາຫານ, ຖ້າເຮົາເລືອກກິນສິ່ງທີ່ດີສິ່ງ ມີປະໂຫຍດແນ່ນອນວ່າສຸຂະພາບທີ່ດີກໍຈະຕາມມາ ສະນັ້ນພວກເຮົາຈຶ່ງນຳເອົາວິທີການສັງເກດການເລືອກຜັກແນວໃດໃຫ້ໄດ້ຜັກທີ່ສົດໃໝ່ກວ່າ ເນື່ອງຈາກການເລືອກຜັກແຕ່ລະຊະນິດກໍມີວິທີສັງເກດທີ່ແຕກຕ່າງກັນໄປ

ດັ່ງນັ້ນພວກເຮົາຈຶ່ງໄດ້ນຳເອົາວິທີສັງເກດຜັກບາງຊະນິດທີ່ພວກເຮົານິຍົມນຳມາປຸງຕ່າງອາຫານມາຝາກດັ່ງນີ້:

  1. ການເລືອກຜັກກາດນາ:  ບໍ່ຄວນເລືອກທີ່ມີກ້ານແກ່ເກີນໄປ ໂດຍມີວິທີສັງເກດເບິ່ງຮອຍຕັດບໍລິເວນໂຄນຕົ້ນ ເຊິ່ງເຮົາຈະສັງເກດເຫັນເສັ້ນສີຂາວນ້ອຍໆ ຖ້າເປັນຜັກທີ່ແກ່ຫຼາຍເທົ່າໃດເສັ້ນສີຂາວນັ້ນກໍຈະໃຫ່ຍ່ຂຶ້ນເທົ່ານັ້ນ
  2. ການເລືອກກະລ່ຳຫົວ: ຄວນເລືອກຫົວທີ່ມີນ້ຳໜັກບໍ່ເບົາ ຫຼື ໜັກຈົນເກີນໄປ, ຄວນສັງເກດເບິ່ງໃບກອບນອກວ່າມີລັກສະນະຫ່ຽວຫຼືບໍ ເຮົາຄວນເລືອກໃບທີ່ມີສີຂຽວໃສ ບໍ່ມີຮອຍຊ້ຳ ຫຼື ເນົ່າເສຍ
  3. ການເລືອກໝາກແຕງ: ຄວນເລືອກໜ່ວຍທີ່ມີລັກສະນະສ້ວຍ ແລະ ຂຽວ ເພາະຈະເປັນໝາກອ່ອນ, ບໍ່ຄວນເລືອກໜ່ວຍທີ່ມີລັກສະນະນ້ອຍລີບເກີນໄປ ເພາະມັນຈະມີລົດຊາດທີ່ຂົມ ນອກຈາກນີ້້ຄວນສັງເກດວ່າໜ່ວຍທີມີຜິວຂຸຂະແມ່ ຖ້າເປັນແນວນັ້ນສະແດງວ່າມັນຍັງສົດໃໝ່ຢູ່, ສ່ວນໝາກແຕງທີ່ມີລັກສະນະທີ່ມົນໆ, ຕຸ້ຍໆ, ເປືອກອອກຂາວໆ ຊີ້ນຂອງມັນອາດຈະໜຽວ ແລະ ມີເມັດຂ້າງໃນຂ້ອນຂ້າງໃຫຍ່
  4. ການເລືອກໝາກເຂືອ:ໝາກເຂືອແມ່ນມີຫຼາຍຊະນິດທີ່ມີລັກສະນະທີ່ແຕກຕ່າງກັນໄປ ແຕ່ການເລືອກແມ່ນຄືກັນ ໂດຍພວກເຮົາຄວນເລືອກໜ່ວຍທີ່ມີຂວັ້ນຕິດແໜ້ນ, ບໍ່ຫ່ຽວ ແລະ ຫາກຂວັ້ນມີລັກສະນະແປລຽບຕິດກັບໝາກ ໝາຍເຖິງມັນກຳລັງຈະຫ່ຽວແລ້ວ
  5. ສິ່ງທີ່ກ່າວມາຂ້າງເທີງແມ່ນວິທີການສັງເກດງ່າຍໆ ທີ່ແມ່ເຮືອນສາມາດນຳເອົົາວິທີນີ້ໄປສັງເກດໃນເວລາໄປຊື້ຜັກມາປຸງແຕ່ງອາຫານໄດ້ ເພື່ອຈະໄດ້ເອົາຜັກທີ່ດີ ແລະ ມີຄວາມສົດ ພ້ອມທັງລົດຊາດອາຫານທີ່ແຊບຊ້ອຍ ໃຫ້ຕົວທ່ານເອງ ແລະ ຄົນທີ່ທ່ານຮັກ

ໝາຍເຫດ: ໃນບົດນີ້ອາດມີພຽງຜັກບາງຊະນິດເທົ່ານັ້ນ ສ່ວນຜັກຊະນິດອື່ນພວກເຮົາຈະນຳມາແບ່ງປັນໃຫ້ທ່ານໄດ້ຮັບຮູ້ຕື່ມອີກ

 

Contribute