ອາຫານການກິນຂອງຄົນລາວ

Andy Souvanphakdy
ປະເທດລາວອຸດົມສົມບູນໄປດ້ວຍຊີວະນາໆພັນ ພືດຜັກນາໆຊະນິດ ເຊິ່ງນຳພາໄປສູ່ການປະກອບອາຫານເພື່ອລ້ຽງຊີບ ແລະ ເປັນເອກະລັກປະຈຳທ້ອງຖິ່ນຕ່າງໆໃນ ສປປ ລາວ
ເຮືອນຄົວລາວ
phakhaolao.la
phakhaolao.la

ທຸກປະເທດ ແລະ ທ້ອງຖິ່ນເຂດແຄວ້ນລ້ວນແລ້ວແຕ່ມີອາຫານການກິນອັນຫຼາກຫຼາຍ ປຸງແຕ່ງດວ້ຍສ່ວນປະກອບທີ່ຫາໄດ້ປະຈຳຖິ່ນ ປະເທດລາວເຮົາກໍເຊັ່ນກັນມີອາຫານຫຼາກຫຼາຍປະເພດໃຫ້ຮັບປະທານທັງອາຫານຄາວ ແລະ ຫວານ. ເຂົ້າໜຽວ ຄືອາຫານຫຼັກຂອງຄົນລາວ ທີ່ຮັບປະທານກັນມາດົນນານນັບຕັ້ງແຕ່ປູ່ຍ່າຕາຍາຍ ມີຫຼາກຫຼາຍຊະນິດພັນເຊັ່ນ: ເຂົ້າກໍ່າ, ເຂົ້າແຜ່, ເຂົ້າໄກ່ນ້ອຍ (GI) ແລະ ອື່ນໆ. ເຂົ້າໜຽວໃນປະເທດລາວ ຖືໄດ້ວ່າເປັນເຂົ້າພິເສດຊະນິດພັນໜຶ່ງ ເນື່ອງຈາກໂດຍທົ່ວໄປແລ້ວເຮົາຈະນຳເມັດເຂົ້າມາຮັບປະທານກໍຕໍ່ເມື່ອເມັດເຂົ້ານັ້ນແກ່ເຫຼືອງ, ແຕ່ສຳລັບເຂົ້າໜຽວລາວເຮົາຄື ສາມາດຮັບປະທານເຂົ້າໄດ້ຫຼາຍຊ່ວງອາຍຸຂອງເຂົ້າເຊັ່ນ: ຊ່ວງເຂົ້າອ່ອນທີ່ຍັງເປັນສີຂຽວ ຮຽກວ່າ ເຂົ້າເໝົ້າ ແລະ ເຂົ້າທີ່ມີສີນໍ້າຕານຮຽກວ່າ ເຂົ້າຮາງ ເຊິ່ງນິຍົມນຳມາເຮັດເຂົ້າໜົມ ໂດຍປຸງແຕ່ງໃສ່ກະທິ ແລະ ນໍ້າຕານລາວ (ເຮັດມາຈາກອ້ອຍ ຫຼື ໝາກຕານ) ຈະຊ່ວຍໃຫ້ເຂົ້າໜົມມີລົດຊາດຫວານ ແລະ ມີກິ່ນຫອມ.

phakhaolao.la

 

ນອກຈາກຊາວລາວຈະກິນເຂົ້າເປັນອາຫານຫຼັກແລ້ວ ກໍຍັງມີອາຫານອື່ນໆຊ່ວຍເພີ່ມໂພຊະນາການນຳອີກເຊັ່ນ: ຊີ້ນ, ປາ,ຜັກ, ໜໍ່ໄມ້, ເຫັດ ແລະ ອື່ນໆ. ປະເພດອາຫານທີ່ຄົນລາວນິຍົມປຸງແຕ່ງມີຫຼາກຫຼາຍປະເພດເຊັ່ນ: ຕົ້ມ, ແກງ, ປີ້ງ ຫຼື ເຜົາ, ໝົກ, ຂົ້ວຈືນ, ແຈ່ວ, ລາບກ້ອຍ, ເຄື່ອງດອງຕ່າງໆ ແລະ ຂອງຫວານເປັນຕົ້ນ. ໃນນັ້ນ, ລາບຄືອາຫານຈານພິເສດ ຂາດບໍ່ໄດ້ໃນງານລ້ຽງຕ່າງໆ ລາບສາມາດເຮັດໄດ້ຈາກຊີ້ນຫຼາກຫຼາຍປະເພດບໍ່ວ່າເປັນ ງົວ, ຄວາຍ, ໝູ, ເປັກ, ໄກ່ ແລະ ປາ. 

phakhaolao.la
ລາບໄກ່

ປະເທດລາວມີອາຫານທີ່ມີລົດຊາດແຊບເປັນເອກະລັກ ແລະ ນິຍົມຮັບປະທານຫຼາກຫຼາຍປະເພດ ໂດຍອີງຕາມລະດູການຂອງທຳມະຊາດ ເຊັ່ນ: ແກງໜໍ່ໄມ້ ຊ່ວງລະດູຝົນ, ເຂົ້າຫຼາມຫຼັງລະດູການເກັບກ່ຽວ ເປັນຕົ້ນ. ນອກນັ້ນຍັງມີອາຫານທີ່ນິຍົມຮັບປະທານໄດ້ທົ່ວໄປ ປຸງແຕ່ງຈາກສ່ວນປະສົມທຳມະຊາດ ມີປະໂຫຍດແກ່ສຸຂະພາບ ສາມາດເຂົ້າໄປສຶກສາເລື່ອງເລົ່າວິທີປຸງແຕ່ງອາຫານໄດ້ແລ້ວທີ່ www.phakhaolao.la
 

phakhaolao.la
ປີ້ງໄກ່

 

phakhaolao.la

 

phakhaolao.la
ນໍ້າຫວານ
phakhaolao.la
ເຂົ້າສັງຂະຫຍາ
phakhaolao.la
ສັງຂະຫຍາໝາກອຶ

 

ຂໍ້ມູນ ຫານຊະນະ ສີສານ, ລາວ ດິນແດນແຫ່ງວັດທະນະທຳ

Contribute