ສະເປຢານາງລິດເຢັນ (Yanang Facial Spray)

ແຊັກ ອະພິວົງ
ສະເປຢານາງລິດເຢັນສີດພົ່ນໃສ່ໃບໜ້າ ແລະ ລໍາຄໍ ເພື່ອຜ່ອນຄາຍ, ຄາຍຄຽດ ແລະ ຫຼຸດຜ່ອນຄວາມຮ້ອນເທິງໃບໜ້າໄດ້ເປັນຢ່າງດີ. ຊ່ວຍໃຫ້ຜິວໜ້ານຸ້ມນວນ ແລະ ມີກິ່ນຫອມສົດຊື່ນ. ໃຊ້ທຳຄວາມສະອາດເຄື່ອງສຳອາງອອກເພື່ອບໍ່ໃຫ້ມີສານເຄມີຕົກຄ້າງ, ກະຊັບຮູຂຸມຂົນ, ຊ່ວຍຫຼຸດອາການອັກເສບທີ່ເກີດຈາກສິວ.
ເຄັດລັບເລີ່ມທຸລະກິດ
thaanfunorganic

ສ່ວນປະສົມລາຍລະອຽດ
    - ໃບຢານາງ 50%
    - ໃບເຕີຍ 50%

ວິທີການປູງແຕ່ງ
ນໍາເອົາສະໝຸນໄພມາລ້າງໃຫ້ສະອາດ, ນໍາລົງໝໍ້ກັ່ນສະແຕນເລດ, ດ້ວຍຜ່ານຄວາມຮ້ອນຈາກໄຟເພື່ອສະກັດຕົວຢາຈາກສະໝຸນໄພ ໂດຍເອົາອາຍນໍ້າບໍລິສຸດນໍາມາບັນຈຸເປັນສະເປຢານາງລິດເຢັນ.

ມາດຕະຖານຄວາມເຊື້ອໜັ້ນ
ຮັບຮອງໂດຍຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກງື່ມ ແລະ ສວນປອດສານພິດທານຝັນ

ວິສາຫະກິດ ສ່ວນບຸກຄົນສວນປອດສານພິດທານຝັນ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ.
ໂທ: 020 29922495. ແລະ ອີເມວ: thaanfunorganic@gmail.com

ຊື່ຜູ້ເປັນຕົວແທນຈຳໜ່າຍ ແລະ ເບີຕິດຕໍ່: ຮ້ານປອດສານພິດດັກແດ້ ບ້ານໂພນສີນວນ ຮ່ອມ 4 ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂທ: 030 56 85 861.

Contribute