ພະຍາດໃບໄໝ້ (Blast disease)
ເຊື້ອພະຍາດນີ້ສາມາດຕິດໄປກັບເມັດພັນ, ແຜ່ກະຈາຍໄປຕາມດິນ, ນໍ້າ, ລົມ ແລະ ເຟືອງ
ຊີວະນາໆພັນກະສິກຳ

phakhaolao.la
ພະຍາດໃບໄຫມ້ເກີດຂຶ້ນຈາກເຊື້ອຣາ Pyricularia oryzae ສາມາດທໍາລາຍເຂົ້າໄດ້ທຸກໄລຍະ, ເລີ່ມແຕ່ປູກຈົນເຖິງເກັບກ່ຽວ ພະຍາດໃບໄມ້ ຈະເກີດຂຶ້ນ ແລະ ແຜ່ລະບາດຮຸນແຮງ ເມື່ອມີສະພາບແວດລ້ອມທີ່ເໝາະສົມ ມີຄວາມຊຸ່ມຂອງອາກາດສູງເຖິງ 80% ຂຶ້ນໄປ ອຸນຫະພູມເໝາະສົມ 27-35 ອົງສາ ຕົ້ນເຂົ້າໜາແໜ້ນຈົນເກີນໄປ ແລະ ນາທີ່ໃສ່ຝຸ່ນໄນໂຕຼເຈນສູງ
ລັກສະນະອາການ
- ໄລຍະຕົ້ນກ້າ: ໃບເຂົ້າມີຈຸດສີນໍ້າຕານຄ້າຍຄືຮູບຕາ, ມີສີເທົາຢູ່ກາງ, ມີຂະຫນາດແຕກຕ່າງກັນ ຄວາມກ້ວາງປະມານ 2-5 ມມ, ຄວາມຍາວປະມານ 10-15 ມມ, ຖ້າຮຸນແຮງຕົ້ນກ້າຈະແຫ້ງ ແລະ ຍຸບຕາຍ ອາການຄ້າຍຄືໄຟໄຫມ້
- ໄລຍະແຕກກໍ: ຈະພົບເຫັນພະຍາດຢູ່ໃບ, ກາບໃບ, ຂໍ້ຕໍ່ຂອງໃບ ແລະ ຂໍ້ຕໍ່ຂອງລໍາຕົ້ນ ຂະຫນາດຂອງບາດແຜ ຈະໃຫ່ຍກ່ວາໄລຍະກ້າ, ບາດແຜຈະລຸກລາມຕິດຕໍ່ກັນ ແລະ ຢູ່ບໍລິເວນຂໍ້ຕໍ່ໃບມີລັກສະນະຈຸດສີນໍ້າຕານ, ສີດໍາ ແລະ ໃບຈະຫຼຸດອອກຈາກກາບໃບ
- ໄລຍະເຂົ້າອອກຮວງ: ຈະເຮັດໃຫ້ເມັດເຂົ້າລີບ, ແຕ່ຖ້າເກີດຊ່ວງຮວງເຂົ້າແກ່ໃກ້ຈະເກັບກ່ຽວ ຄໍຮວງຈະປະກົດມີຈຸດສີນໍ້າຕານເຮັດໃຫ້ຮວງເຂົ້າຫັກງ່າຍ.
ການແຜ່ລະບາດ
- ໃນໄລຍະຜ່ານມາສ່ວນຫຼາຍ ພົບເຫັນພະຍາດນີ້ລະບາດຊ່ວງທີ່ມີຄວາມຊຸ່ມສູງ ປັດຈຸບັນໃນເຂດທີ່ເຮັດນາສອງລະດູຈະເຫັນພະຍາດນີ້ແຜ່ລະບາດ ໂດຍສະເພາະໃນນາທີ່ມີຝຸ່ນໄນໂຕຼເຈນ (ຝຸ່ນເລັ່ງ) ໃນປະລິມານສູງ
- ຕົ້ນເຂົ້າຕຶບ ມີສະພາບແຫ້ງແລ້ງໃນຕອນກາງເວັນ ແຕ່ໃນຕອນກາງຄືນພັດມີຄວາມຊຸ່ມສູງ.
- ເຊື້ອພະຍາດນີ້ສາມາດຕິດໄປກັບເມັດພັນ, ແຜ່ກະຈາຍໄປຕາມດິນ, ນໍ້າ, ລົມ ແລະ ເຟືອງ.
ວິທີການປ້ອງກັນ ແລະ ກໍາຈັດ
- ໃຊ້ພັນເຂົ້າທີ່ຕ້ານທານ ແລະ ແທດເຫມາະ ໃນແຕ່ລະທ້ອງຖີ່ນມາປູກ
- ບໍ່ຄວນຫວ່ານກ້າ ແລະ ປັກດໍາຖີ່ເກີນໄປ ເພື່ອໃຫ້ອາກາດຖ່າຍເທໄດ້ດີ