ຄວາມສຳຄັນຂອງໄມ້ປ່ອງຕໍ່ວຽກງານດ້ານກະສິກຳ

Keooudone Souvannakhoummane
ມີໄມ້ປ່ອງເກີດບ່ອນໃດແມ່ນເໝາະກັບການຜະລິດ, ສະດວກໃນການນຳໃຊ້ໄມ້ ແປງຖຽງໄຮ່, ຖຽງນາ, ອ້ອມຮົ້ວລ້ອມສວນ.
ພູມປັນຍາທ້ອງຖິ່ນ
Google Images
Google Images

ໄມ້ປ່ອງຫຼາຍຊະນິດໄດ້ນິຍົມນໍາມາໃຊ້ປະໂຫຍດໃນວຽກງານດ້ານການຜະລິດກະສິກຳ, ກາຍເປັນສ່ວນປະກອບໜື່ງທີ່ຂາດບໍ່ໄດ້ ເຊິ່ງມີຄວາມຈຳເປັນທີ່ພວກເຮົາເຫັນຢູ່ເປັນປະຈຳໃນຊົນນະບົດຂອງປະເທດເຮົາ ມັນໄດ້ສະແດງໃຫ້ເຫັນເຖິງວິຖີດັ່ງເດີມຂອງລາວເຮົາ ໂດຍອີງຕາມການຜະລິດເຊັ່ນ: ການຜະລິດເຂົ້າ, ເຮັດສວນປູກພືດທັນຍາຫານ, ລ້ຽງສັດ ກໍ່ລ້ວນແລ້ວແຕ່ເປັນສ່ວນປະກອບທີ່ສຳຄັນໃນການຜະລິດເຄື່ອງຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ.

ສ່ວນປະກອບຂອງອຸປະກອນໂດຍທົ່ວໄປເຊັ່ນ: ດ້ຽມຈົກ, ສຽມ, ພ້າ, ມິດ, ຊວ້ານ ແລະ ອື່ນໆມັກເຮັດຈາກໄມ້ປ່ອງທີ່ຫາໄດ້ງ່າຍ. ກາບລາງຂອງໄມ້ປ່ອງບາງຊະນິດຍັງນຳໃຊ້ເຂົ້າໃນການຜະລິດເຮັດເປັນກູບ ຫຼື ໝວກ ໃຊ້ບັງແດດໃນຍາມອອກເຮັດການຜະລິດ.

ການປູກເຂົ້າ: ນັບແຕ່ຫວ່ານກ້າລົງນາກໍ່ມີການນໍາໃຊ້ກະບຸງ, ກະຕ່າ ທີ່ເຮັດຈາກໄມ້ປ່ອງເພື່ອໃສ່ເຂົ້າແນວໄປຫວານ, ເມື່ອຫວ່ານແລ້ວກໍ່ຕ້ອງເຮັດຮົ້ວອ້ອມເພື່ອບໍ່ໃຫ້ງົວ, ຄວາຍ ເຂົ້າທຳລາຍຕາກ້າ.  ເມື່ອຮອດລະດູປັກດຳ, ຕ້ອງໄດ້ກຽມຕ໋ອກເພື່ອມັດເຂົ້າກ້າ ໂດຍສ່ວນຫຼາຍແມ່ນຈະອິງໃສ່ຊະນິດໄມ້ທີ່ຫາງ່າຍໃນແຕ່ລະທ້ອງຖີ່ນເພື່ອນຳມາເຮັດເປັນຕ໋ອກເຊັ່ນ: ໄມ້ບົງ, ໄມ້ຊອດ, ໄມ້ແຮ້, ໄມ້ພາງ, ໄມ້ໄລ່ ແລະ ອື່ນໆ. ເມື່ອຮອດລະດູເກັບກ່ຽວຕໍ່ຕ້ອງໄດ້ໃຊ້ໄມ້ຕ໋ອກເຊັ່ນດຽວກັນ. ລານເຂົ້າ ເພີ່ນປູກດ້ວຍໄມ້ປ່ອງ. ໄມ້ດ່ຽງຕິເຂົ້າ, ເລົາເຂົ້າ, ຫວິພັດເຂົ້າແກບ, ກະໂດ້ງຟັດເຂົ້າ ແລະ ອື່ນໆ ແມ່ນນິຍົມເຮັດຈາກໄມ້ປ່ອງເຊັ່ນດຽວກັນ.

ການລ້ຽງສັດ ໂດຍສະເພາະເປັນອາຫານຂອງສັດກີນຫຍ້າໃບຂອງມັນສາມາດນໍາມາເປັນອາຫານງົວ, ຄວາຍ. ໄມ້ຍັງນຳມາສານເປັນສຸ່ມໄກ່, ເປັດ ຫຼື ຕຸ້ມນົກຕ່າງໆ, ຄອກໝູ, ຄອກເປັດ, ຄອກໄກ່... 

http://www.kasetporpeang.com/forums/index.php?topic=66163.0
ຄອກໄກ່ ແລະ ສຸ່ມໄກ່ທີເຮັດຈາກໄມ້ປ່ອງ

ການຜະລິດອື່ນເຊັ່ນ: ເຮັດສວນຜັກກໍ່ຍັງໃຊ້ໄມ້ປ່ອງເພື່ອເຮັດເປັນຂອບກັ້ນໜານ, ຮົ້ວສວນ, ໄມ້ຄໍ້າຕົ້ນໄມ້, ສານເປັນເຄື່ອງໃຫ້ຕ່າງໆເຂົ້າໃນການເກັບກູ້ຜົນຜະລິດ. ນອກນັ້ນເພີ່ນຍັງປູກໄມ້ປ່ອງເຂົ້າເປັນພືດກະສິກຳເຊັ່ນ: ໄມ້ຊາງໄພ, ໄມ້ໄຜ່, ໄມ້ຮວກ ແລະ ອື່ນໆ ເພື່ອນຳໃຊ້ໄມ້ ແລະ ກີນໜໍ່ອ່ອນ. 

Google images
ຂອບໜານຜັກທີ່ເຮັດຈາກໄມ້ປ່ອງ ຮູບຈາກ: http://postnoname.com

 

Contribute