ການຍ້ອມສີດ້ວຍໃບສີໄຄ

Sakhone INTHAVONG
ຜ້າຍ້ອມສີຈາກໃບສີໄຄສາມາດປ້ອງກັນຍຸງໄດ້
ແນະນຳວິທີເຮັດ
www.phakhaolao.la
https://farmerspace.co/20180302-2/

ການຍ້ອມສີດ້ວຍໃບສີໄຄ ນອກຈາກຈະມີຄວາມປອດໄພຈາກສານເຄມີແລ້ວ ຍັງມີຄຸນສົມບັດທີ່ທົນທານຕໍ່ການຊັກ, ການລີດ ແລະ ແສງແດດ ທີ່ສຳຄັນໄປກວ່ານັ້ນເວລາສວມໃສ່ ຫຼື ຫົ່ມຈະຊ່ວຍປ້ອງກັນຍຸງໄດ້ອີກດ້ວຍ.

  1.  ນຳໃບຫົວສີໄຄມາຕັດໃຫ້ຍາວປະມານ 5 ຊມ.
  2. ນຳມາປັ່ນດ້ວຍເຄື່ອງປັ່ນໃຫ້ລະອຽດເພື່ອຄັ້ນເອົານ້ຳ.
  3. ຫຼັງຈາກປັ້ນເອົານ້ຳຮຽບຮ້ອຍແລ້ວແມ່ນຂັ້ນຕອນການນຳໄປຕົ້ມຍ້ອມເສັ້ນໃຍຝ້າຍ ຫຼື ໄໝ.

ຂໍ້ແນະນຳ:

ນ້ຳທີ່ເອົາມາຕົ້ມຄວນເປັນນ້ຳທີ່ຜ່ານການແກວ່ງສານສົ້ມ ແລະ ໃສ່ສານສະໜິມເຫຼັກລົງໄປກ່ອນ ຈະຊ່ວຍໃຫ້ສີບໍ່ຈືດງ່າຍ ຫາກນຳໃບຫູກວາງມາໃສ່ເລັກນ້ອຍຈະຊ່ວຍເພີ່ມສີໃຫ້ເຂັ້ມຂຶ້ນ.

 

 

Contribute