ສະໝຸນໄພຊ່ວຍຍ່ອຍອາຫານ

ສະໝຸນໄພຊ່ວຍຍ່ອຍອາຫານ

bouavone
ຊີວະນາໆພັນກະສິກຳ
www.phakhaolao.la

     ຫຼາຍໆຄົນຄົງພົບພໍ້ກັບບັນຫາການແໜ່ນທ້ອງ, ທ້ອງອືດຊຶ່ງເກີດຂຶ້ນໄດ້ເກືອບທຸກໄວ ໂດຍສະເພາະກັບຜູ້ໃຫຍ່ຈະພົບບັນຫານີ້ຫຼາຍກ່ວາເດັກນ້ອຍ ຊຶ່ງເນື່ອງມາຈາກລະບົບຍ່ອຍອາຫານຂອງເດັກນ້ອຍຈະເຮັດໜ້າທີ່ໄດ້ດີກ່ວາ ໂດຍອາການເຫຼົ່ານີ້ຈະເປັນໃນໄລຍະເວລາສັ້ນໆແລ້ວກໍຈະຫາຍດີເປັນປົກກະຕິ ແຕ່ມັນຈະສົ່ງຜົນກະທົບຕໍ່ລະບົບທາງເດີນອາຫານໃນໄລຍະຍາວຖ້າຫາກບໍ່ຮີບຮັກສາ ໃນຕໍ່ໜ້າອາດຈະເກີດໂລກພະຍາດຕ່າງໆເຖິງຂັ້ນທີ່ຮຸນແຮງ.

  • ຂີ້ໝິ້ນ: ຂີ້ມິ້ນຊ່ວຍບໍາລຸງລະບົບການຍ່ອຍອາຫານ, ຫຼຸດອາການເຈັບທ້ອງ, ແນ້ນທ້ອງ, ຊ່ວຍຍ່ອຍອາຫານ, ຊ່ວຍຂັບລົມ ແລະ ຮັກສາໂລກລໍາໄສ້ອັກເສບ.
  • ຂີງ: ຊ່ວຍແກ້ທ້ອງອືດ, ເຈັບສຽບທ້ອງ, ຊ່ວຍຂັບລົມກະເພາະ ແລະ ລໍາໄສ້ ນອກນີ້ຍັງສາມາດຊ່ວຍປ້ອງກັນການເກີດແຜໃນກະເພາະອາຫານ ທັງຊ່ວຍລະບົບຍ່ອຍອາຫານໄດ້ດີ.
  • ກະທຽມ: ນອກຈາກຊ່ວຍເພີ່ມກິ່ນອາຫານໃຫ້ໜ້າຮັບປະທານແລ້ວ ກະທຽມຍັງຊ່ວຍເພີ່ມປະລິມານນໍ້າຍ່ອຍອາຫານຊ່ວຍໃຫ້ຍ່ອຍອາຫານໄດ້ດີ.
  • ຫອມບົ່ວແດງ: ຫອມບົ່ວແດງນອກຈາກຊ່ວຍດີຫວັດແລ້ວຍັງມີສັບພະຄຸນໃນເລື່ອງການຂັບລົມ, ຊ່ວຍໃຫ້ຈະເລີນອາຫານ ແລະ ການຍ່ອຍອາຫານໄດ້ດີຂຶ້ນ.
  • ພິກໄທ: ຖືວ່າເປັນອີກໜື່ງສະໝຸນໄພທີ່ມີລົດຊາດເຜັດຮ້ອນທີ່ເຕັມໄປດ້ວຍສັບພະຄຸນ ຊຶ່ງພິກໄທສາມາດຊ່ວຍກະຕຸ້ນໃຫ້ກະເພາະອາຫານຂັບລົມອອກໄດ້ດີ ທັງນັ້ນຍັງຊ່ວຍເພີ່ມການເຜົາຜານໃນຮ່າງກາຍ, ຊ່ວຍຍ່ອຍອາຫານ, ຊ່ວຍຫຼຸດອາການແໜ່ນທ້ອງ, ອືດທ້ອງ.  
Contribute